Home ໄພສັງຄົມ ເຕືອນໄພ! ມາກໍ່ເຫດອີກແລ້ວທີ່ນະຄອນຫຼວງວຽງຈັນ ຈອມຕົ້ມຕຸນ! ຕົວະເປັນນາຍທະຫານ ມາສັ່ງເຄື່ອງ ແລ້ວຂໍຄ່ານາຍໜ້າ
ເຕືອນໄພ! ມາກໍ່ເຫດອີກແລ້ວທີ່ນະຄອນຫຼວງວຽງຈັນ ຈອມຕົ້ມຕຸນ! ຕົວະເປັນນາຍທະຫານ ມາສັ່ງເຄື່ອງ ແລ້ວຂໍຄ່ານາຍໜ້າ
June 18, 2019 0
ເຕືອນໄພ ບັນດາພໍ່ຄ້າແມ່ຄ້າ ທຸກທ່ານ! ຂ່າວໃໝ່ໆ ກັບ ຈອມຕົ້ມຕຸນ ທີ່ລົງມື ກໍ່ເຫດຕົ້ມ ແມ່ຄ້າອີກແລ້ວ ໃນວັນທີ 18 ມິຖຸນາ 2019
ຜູ່ເສຍຫາຍລາຍງານເຂົ້າມາວ່າ:
ເຫດເກີດ ທີ່ ຮ້ານວາຍວັນນິຍົມ ສາຂາໂພນພະເນົາ, ເມືອງ ໄຊເສດຖາ, ນະຄອນຫລວງວຽງຈັນ ເລື້ອງມີຢູ່ວ່າ ເຫດເກີດ ວັນທີ 18 ມິຖຸນາ 2019 ມີມິດສາຊີບ (ຜູ່ກໍ່ເຫດ) ເປັນກູ່ມຮ່ວມມືກັນມາຕົວະສ້າງສະຖານະການວ່າ ເປັນນາຍທະຫານຈະມິການຈັດລ້ຽງຢູ່ ກະຊວງແຖວໂພນເຄັງ. ບອກວ່າເປັນຜູ້ສັ່ງຊື້ເຄື່ອງແລ້ວຕ້ອງການຄາຄອມມິດຊັນຄືເປັນຄ່າສ່ວນຫລູດ. ໂດຍວິທີການແມ່ນ ຄົນຫນື່ງເຮັດເປັນຄົນສັ່ງຊື້ແລ້ວລົມລາຍລະອຽດ.
ຈາກນັ້ນເຮົາກະຕົກລົງໃຫ້ຄ່າຄອມມິດຊັນ, ທາງເຮົາກະອອກບິນເຄື່ອງໄວ້. ຈາກນັ້ນຜູ້ກ່ຽວໄດ້ບອກໃຫ້ໂທຫາຝ່າຍບໍລິຫານກ່ຽວກັບການຈ່າຍ ແລະ ໃຫ້ໄປສົ່ງເຄື່ອງເກັບເງີນນໍາຝ່າຍບໍລິຫານເລີຍ, ເຮົາກະໂທຫາກະຕົກລົງວ່າຊິໄປສົ່ງຮອດບ່ອນຮັບເຄື່ອງແມ່ນ 4 ໂມງແລງ ແລະ ຈະຂໍເກັບເງີນພ້ອມ, ສ່ວນວ່າເງີນສ່ວນລູດນັ້ນແມ່ນຜູ້ໂທມາສັ່ງເຄື່ອງວ່າຈະໃຫ້ນ້ອງຊາຍມາເອົາຕອນ 5 ໂມງ,
ໃນຂະນະນັ້ນກະແມ່ນຄົນສົ່ງກະອອກໄປສົ່ງ ພໍໄປຮອດຜູ້ຮັບເຄື່ອງພັດບອກວ່າປ່ຽນສະຖານທີ່ໃຫ້ໄປສົ່ງຢູ່ແຖວໂຮງແຮມລາວພາຊ້າ, ຄົນສົ່ງກະປ່ຽນເສັ້ນທາງຊິໄປສົ່ງຕາມບ່ອນ,
ໃນຂະນະນັ້ນພໍດີ 5 ໂມງກະມີຄົນທີ່ ທ້າວສັ່ງຊື້ນັ້ນອ້າງວ່າເປັນນ້ອງຊາຍວ່າຊີມາເອົາຄ່າສ່ວນຫລູດ. ຂ້າພະເຈົ້າກະເລີຍເອົາໃຫ້ເປັນຈໍານວນ 2.744.000 ກີບ ເພາະໄດ້ນັດ 5 ໂມງ, (ຮູບມິດສາຊີບຕາມທີ່ສົ່ງໃຫ້) ພໍເອົາເງີນອອກໄປໄດ້ 5 ນາທີ. ຂ້າພະເຈົ້າເລີຍໂທຫາຄົນສົ່ງເລີຍໄດ້ຄໍາຕອບວ່າຜູ້ຊີຮັບເຄື່ອງໂທຫາ ບໍ່ຮັບປິດເຄື່ອງກະເລີຍຄິດວ່າຂ້າພະເຈົ້າຖືກກົນອູບາຍຖືກຕົວະແລ້ວ.
ຍອມຮັບວ່າຜິດທີ່ປະຫມາດບໍ່ທັນໂທຫາຄົນສົ່ງວ່າ ສົ່ງເຄື່ອງແລ້ວບໍ່, ເພາະປົກກະຕິກະເຄິຍມີລູກຄ້າໂທສັ່ງເຄື່ອງໄປສົ່ງບ່ອນທີ່ເຂົານັດຫມາຍຄືກັນແຕ່ບໍ່ແມ່ນຜູ້ເຄິຍ ໂທສັ່ງນໍາກະຄິດວ່າແມ່ນແນະນໍາກັນຕໍ່ມາ, ທີ່ແທ້ລະແມ່ນມິດສາຊີບແອບອ້າງ, ມີຮູບທາງວອດແອບຂອງໂຈນນໍາ. ແຕ່ຄິດວ່າເປັນການແອບອ້າງ, ເລີຍສົ່ງຮູບທີ່ເປັນຕົວຈິງຜູ້ມາເອົາເງີນນໍາແມ່ນມິດສາຊີບທີ່ແທ້ຈິງດີກ່ອນ,
ຖ້າຫາກໂຈນຊິເອົາເງີນມາສົ່ງກະໃຫ້ຕິດຕໍ່ມາທີ່ເບີນີ້ 030 5179317 ໃຫ້ເວລາ 3 ມື້ , ບໍ່ດັ່ງນັ້ນຈະດໍາເນີນຄະດີຕາມກົດຫມາຍເພາະທາງເຮົາມີຂໍ້ມູນຄົບຖ້ວນແລ້ວມີທັງຮູບ, ຄຣິບ ແລະ ຫລັກຖານທາງວອດແອບ,ຈື່ຫນ້າຈໍາຕາໄດ້ເປັນຢ່າງດີ.
ຄລິບຕອນເຂົ້າມາຮ້ານ
ຂ່າວກ່ອນໜ້າທີ່ ທີ່ຜູ່ກ່ຽວກໍ່ເຫດ
ເຕືອນໄພ! ກໍ່ເຫດຕົ້ມຕຸນ ໄປທົ່ວປະເທດ! ແຈ້ງຄວາມກັບເຈົ້າໜ້າທີ່ຫຼາຍຄັ້ງ ແຕ່ຍັງລອຍນວນ! ວອນເຈົ້າໜ້າທີ່ຊ່ວຍແດ່
ຂໍໃຫ້ເຈົ້າໜ້າທີ່ ຈົ່ງຊ່ວຍຕາມຈັບຜູ່ກ່ຽວ ມາລົງໂທດ ເພາະກໍ່ເຫດ ມາຫຼາຍຄັ້ງ ເກືອບທົ່ວປະເທດແລ້ວ.
--------------------------------
Subscribe to:
Post Comments
(
Atom
)





Post a Comment