Home ປະກາດຫາຍາດພີ່ນ້ອງ ລູກສາວດີໃຈ ທີ່ໄດ້ເຫັນຄລິບແມ່! ພ້ອມເຜີຍບາງຢ່າງທີ່ໜ້າສົນໃຈ!
ລູກສາວດີໃຈ ທີ່ໄດ້ເຫັນຄລິບແມ່! ພ້ອມເຜີຍບາງຢ່າງທີ່ໜ້າສົນໃຈ!
June 20, 2019 0
ພາຍຫຼັງທີ່ ພໍ່ແມ່ ຂອງຜູ່ແຈ້ງຄວາມຕາມຫາ ໄດ້ສົ່ງຄລິບ ໃຫ້ສາທາລະນະ ໄດ້ຮັບຊົມ ໃນວັນທີ 19 ມິຖຸນາ 2019. ເຊິ່ງ ທັງສອງ ແມ່ນສະບາຍດີ ແລະ ປອຍໄພ ຕະຫຼອດ 1 ເດືອນ. ແຕ່ກໍ່ບໍ່ໄດ້ບອກສະຖານທີ່ຊັດເຈນ ວ່າຢູ່ໃສ. ພຽງແຕ່ບອກວ່າ ພວກເຂົາປອດໄພ.
ຫຼ້າສຸດ ເວລາ 23:09 ວັນທີ 19 ມິຖຸນາ 2019, ລູກສາວ ກໍ່ໄດ້ໂພດຕອບ ໂດຍມີຂໍ້ຄວາມດັ່ງນີ້
ຂ້າພະເຈົ້າ ດີໃຈທີ່ສຸດທີໄດ້ເຫັນຫນ້າ ພໍ່ແລະແມ່ ແລະໄດ້ຍິນສຽງພວກເພິ່ນ ວ່າພວກເພິ່ນປອດໄພ 🥰ແລະ ຂໍຂອບໃຈ ອ້າຍດວງມະນີ ທີເບິ່ງແຍງດູແລພວກເພິ່ນເປັນຢ່າງດີ. ຂ້າພະເຈົ້າຂໍອະທິບາຍທຸກຢ່າງດັ່ງລຸ່ມນີ້ ວ່າ ຂ້າພະເຈົ້າບໍ່ມີເຈດຕະນາບໍ່ດີ ນໍາພໍ່ແລະແມ່ ແຕ່ຢ່າງໃດທຸກຢ່າງເຮັດໄປແມ່ນດ້ວຍຄວາມເປັນຫ່ວງເປັນໃຍສຸຂະພາບຂອງພໍ່ແລະແມ່ແທ້ໆ ຢາກປິ່ນປົວເອົາພວກເພິ່ນຍ້ອນພວກເພິ່ນໄດ້ປ່ວຍເປັນສຸຂະພາບຈິດຊື່ວ່າ Bipolar ເຊັ່ນມີອາການດັ່ງນີ້:
ກ່ອນອື່ນລູກຕ້ອງຂໍອະໄພນໍາພໍ່ແລະແມ່ຫລາຍໆ ທີ່ລູກຕ້ອງໄດ້ເວົ້າຄວາມຈິງທີ່ເກີດຂຶ້ນ ແລະ ຍົກເອກກະສານ ອ້າງອີງ ທຸກຢ່າງຂຶ້ນມາ ບໍ່ແມ່ນຢາກປະຈານພໍ່ແມ່ຂອງຕົນ ແຕ່ລູກບໍ່ສາມາດປິດໄດ້ອີກຍ້ອນຖ້າປິດ ສັງຄົມ ຈະເຂົ້າໃຈຜິດລູກ ແລະ ລູກບໍ່ຢາກຖືກປະນາມວ່າ: ເປັນລູກສາວ ທີ່ຊົວ ແລະ ເພື່ອ ຢາກອະທິບາຍນໍາພໍ່ແມ່ ເພາະຕອນນີ້ລູກບໍ່ມີໂອກາດ ເທື່ອທີ່ຈະລົມແບບພາຍໃນຄອບຄົວໄດ້ 😢🙏
ຂ້າພະເຈົ້າຂໍເຂົ້າເລື່ອງເລີຍ :
ກ່ຽວກັບອາການແມ່ :
ແມ່ຂອງຂ້າພະເຈົ້າໄດ້ເກີດການຂ້າຕົວຕາຍຫລາຍເທື່ອແລ້ວ ຍ້ອນຄວາມປ່ວຍສຸຂະພາບຈິດຂອງແມ່ ແລະ ທຸກຄັ້ງພໍ່ ລູກເຂີຍ ແລະ ຂ້າພະເຈົ້າໄດ້ ຊ່ວຍໄວ້ທັນ. ໂຕນີ້ວົງການແພດເພິ່ນຈະສາມາດອະທິບາຍໄດ້ດີກວ່າຂ້າພະເຈົ້າລວມທັ່ງຍາດພີ່ນ້ອງ ແລະ ພໍ່ເອງກໍ່ເຂົ້າໃຈດີ ( ມີໃບຢັ້ງຢືນຂອງຫມໍ) ຖ້າຂ້າພະເຈົ້າບໍ່ປິ່ນປົວເອົາເພິ່ນ ຂ້າພະເຈົ້າແຮງສິເປັນລູກທໍລະພີ.
ກ່ຽວກັບອາການພໍ່:
1.ໃນປີ 2018 ເດືອນ 3 ພໍ່ໄດ້ໃຊ້ຄວາມຮຸນແຮງນໍາຂ້າພະເຈົ້າແບບຫນັກ ຈົນຂ້າພະເຈົ້າ ໄດ້ປິ່ນປົວຍາວ ນານ ເພາະ ພໍ່ໃຊ້ກໍາປັ້ນທຸບຫົວຂ້າພະເຈົ້າຫລາຍເທື່ອແລ້ວ ແລະ ຈະມາຢັນທ້ອງຂ້າພະເຈົ້າ ແຕ່ບໍ່ທັນໄດ້ຢັນ ໂຊກດີມີສາມີ ແລະ ອາວສຸກ ມາດຶງພໍ່ໄວ້ກ່ອນ ຖ້າບໍ່ຊັ້ນແຮງເຈັບຫນັກຕື່ມອີກ ທັ່ງທີພໍ່ບໍ່ເຄີຍເຮັດແບບນີ້ມາກ່ອນນໍາຂ້າພະເຈົ້າ ພໍ່ຮັກຂ້າພະເຈົ້າຫລາຍທີສຸດ ຕອນຍັງນ້ອຍກໍ່ບໍ່ເຄີຍຕີຂ້າພະເຈົ້າເລີຍ.
2. ຈາກທີ່ແມ່ເວົ້າໃຫ້ຂ້າພະເຈົ້າຟັງ ແລະ ຍາດພີ່ນ້ອງທຸກຄົນທາງແມ່ວ່າ ພໍ່ມັກຕີແຕ່ແມ່ແບບຮຸນແຮງ ແລະ ປ່າເຖື່ອນຕັ້ງແຕ່ຕອນຂ້າພະເຈົ້າບໍ່ທັນໄດ້ເກີດ ( ຕາມບັນດາຍາດທາງແມ່ ບອກກ່າວ )ຕັ້ງແຕ່ຕອນທີຂ້າພະເຈົ້າບໍ່ທັນໄດ້ເກີດທັນໄດ້ເກີດຂ້າພະເຈົ້າ ໂຕນີ້ຂ້າພະເຈົ້າຍັງບໍ່ເຄີຍເຫັນກັບຕາເທື່ອ . ແຕ່ມາຮອດປີ 2010 ຫລັງຈາກຂ້າພະເຈົ້າລົງຍົນມາແຕ່ຍີ່ປຸ່ນ ກັບມາແບບກະທັນຫັນ ຍ້ອນຜູ້ເປັນແມ່ ໄດ້ໂທຮ້ອງໄຫ ແລ້ວ ຂໍຮ້ອງໃຫ້ຂ້າພະເຈົ້າກັບມາດ່ວນ ຍ້ອນພໍ່ຕີແມ່ທຸກມື້ ແລະ ຍາດທາງພໍ່ກໍ່ມັກຄວາມເຫັງແມ່ ແມ່ບໍ່ມີໃຜແມ່ມີແຕ່ລູກຄົນດຽວ. ມື້ນັ້ນຂ້າພະເຈົ້າເລີຍຈອງປີ້ຍົນກັບມາແບບດ່ວນ ແລະ ເຫັນສະພາບແມ່ນອນຮ້ອງໄຫ ໂດຍມີຮ້ອຍຟົກຊໍ້າ ຕາມຕົນໂຕ ຢ່າງຫລວງຫລາຍ ( ນໍ້າຕາຕົກ ) ຮ້ອຍມີທັ່ງຢູ່ຫນ້າ ຢູ່ແຂນ ຜູ້ເປັນແມ່ກ່າວວ່າ ພໍ່ໄດ້ຂັງແມ່ໄວ້ໃນຫ້ອງນໍ້າ ແລ້ວ ໃຊ້ສາຍແອວຫນັງຟາດແມ່ຫລາຍເທື່ອ ....
3. ພໍ່ຮູ້ທັງຮູ້ວ່າແມ່ປ່ວຍເປັນສຸຂະພາບຈິດແບບຮຸນແຮງເຖິງຂັ້ນຂ້າໂຕຕາຍ ແຕ່ພໍ່ປະຕິເສດທີ່ຈະປິ່ນປົວເອົາແມ່ຕໍ່ແບບຕໍ່ເນື່ອງເພາະພະຍາດນີ້ ຕ້ອງໄດ້ກິນຢາແບບຕໍ່ເນື່ອງບໍ່ໃຫ້ຂາດ ແລະ ຍັງປະຕິເສດອີກວ່າແມ່ບໍ່ເປັນຫຍັງ ...ທັ່ງທີພໍເຄີຍຢາກປົວເອົາແມ່ມາກ່ອນ ທັ່ງທີມີໃບເອີ້ນໂຕແມ່ຈາກທ່ານຫມໍ ແລະ ບາງເທື່ອໃນທຸກເທື່ອທີ່ແມ່ນອນິ່ນປົວຢູ່ພະແນກສຸຂະພາບຈິດ ພໍ່ຈະຫາຂໍ້ອ້າງພາແມ່ອອກຫລີກລ້ຽງການປິ່ນປົວ.
4.ຫລັງຈາກປີ 2018 ທີ່ພໍ່ໄດ້ທໍາຮ້າຍຮ່າງກາຍຂອງຂ້າພະເຈົ້າຕໍ່ມາອາການພໍ່ ກໍ່ຜິດປົກກະຕິ ທາງດ້ານແນວຄິດ ແລະ ການກະທໍາ ມີແນວຄິດທີ່ຜິດຈາກຄົນປົກກະຕິທົວໄປ ຄື ໄປໃສ່ຮ້າຍປ້າຍສີ ຂ້າພະເຈົ້າແບບຕ່າງໆ ນາໆ ນໍາອົງການຈັດຕັ້ງຕ່າງໆ ແລະ ຫມູ່ເພື່ອນຍາດມິດຂອງພໍ່ແມ່ ແບບບໍ່ມີມູນຄວາມຈິງ ແລະ ຟ້ອງຮ້ອງຈັບໂຕຂ້າພະເຈົ້າແລະ ສາມີ ລະແວງສົງໃສ ຄົນໃນບ້ານ ແບບຜິດປົກກະຕິ ຫ້າມຂ້າພະເຈົ້າແລະ ສາມີ ມີລູກ ເພາະ ຢ້ານສິເອົາຫລານມາຂໍມູນມັງ ...ລະດົມໃຫ້ຂ້າພະເຈົ້າກິນຍຽວຕົນເອງ ກີ້ນກັ້ນກັກເຄື່ອງນຸ່ງຂອງສາມີຂອງຂ້າພະເຈົ້າ ງັດຫ້ອງຂ້າພະເຈົ້າເຂົ້າໄປເອົາເຄື່ອງມີຄ່າທັ່ງທີແມ່ນມູນທີ່ຍາແລະແມ່ເຖົ້າໄດ້ປະໄວ້ໃຫ້ຂ້າພະເຈ້າ ພໍ່ກໍ່ຮູ້ແມ່ກໍ່ຮູ້ ແລະ ຍັງເອົາເຄື່ອງນຸ່ງຂອງພວກຂ້າພະເຈົ້າຖິ້ມໃສ່ຫນ້າທາງ ທັ່ງໆທີ່ບ້ານຫລັງນັ້ນແມ່ນບ້ານມູນຂອງແມ່ເຖົ້າພໍເຖົ້າທີຂ້າພະເຈົ້າໄປອາໃສເພື່ອພັກຟື້ນຈາກການປ່ວຍຢູ່ ຍ້ອນຖ້າຂ້າພະເຈົ້ານອນຢູ່ບ້ານນໍາພໍ່ແມ່ຂ້າພະເຈົ້າຈະບໍ່ສາມາດພັກຟື້ນໄດ້ເຕັມອິ່ມ ເພາະແມ່ແລະພໍ່ມີແຕ່ຜິດຖຽງຮຸນແຮງອາລະວາດກັນປະຈໍາ ( ສາເຫດສ່ວນຫລາຍແມ່ນເລື່ອງຍາດທາງພໍ່ບາງຄົນມັກມາຂໍຢືມເງິນ ) ....ແລະກ່ອນໄປກໍ່ໄດ້ຂໍອານຸຍາດ ນໍາແມ່ແລະ ພໍ່ແລ້ວ.
5. ຫລັງຈາກເດືອນ 1 ປີ 2019 ຂ້າພະເຈົ້າໄດ້ມາປຸກບ້ານຢູ່ຕໍ່ຫນ້າບ້ານພໍ່ແມ່ ພໍກໍ່ຍັງລະດົມໃຫ້ຂ້າພະເຈົ້າກິນຍຽວໂຕເອງ ແລະ ພາຍຫລັງຈິງໄດ້ຮູ້ວ່າພວກເພິ່ນພາກັນກິນຍຽວຕົນເອງຄົນລະ 3-4 ຈອກຕໍ່ມື້ ແລະ ໃຫ້ຄົນສວນກິນນໍາ...ຕອນພວກຂ້າພະເຈົ້າມາຢູ່ບ້ານຕໍ່ຫນ້າແລ້ວ.
(ຈາກຂ້າງ ເທິງທີ່ຂ້າພະເຈົ້າ ເວົ້າກ່ຽວກັບອາການພໍ່ແລະແມ່ ແມ່ນຂ້າພະເຈົ້າໄດ້ຍົກແຕ່ບາງສ່ວນນ້ອຍໆ ອະທິບາຍໃຫ້ກ່ອນ.)
=> ສະນັ້ນ ຂ້າພະເຈົ້າ ແລະ ສາມີ ໄດ້ໄປປຶກສານໍາຍາດທາງພໍ່ແລະແມ່ ໃນທຸກຢ່າງທີເກີດຂຶ້ນ ແລະ ໄດ້ປຶກສາທ່ານຫມໍດ້ານສຸຂະພາບຈິດ ຢູ່ໂຮງຫມໍມະໂຫສົດ ພ້ອມທັ່ງຂໍຄວາມຊວຍເຫລືອ ຈາກອົງການຈັດຕັ້ງ ເຊັ່ນ ສະຫະພັນແມ່ຍິງສູນກາງ, ກະຊວງປ້ອງກັນຄວາມສະຫງົບ ແລະ ເຈົ້າເມືອງ ເພື່ອໃຫ້ພວກເພິ່ນຊ່ວຍພາແມ່ເຂົ້າຮັບການສືບຕໍ່ປິ່ນປົວ ແລະ ໃຫ້ພາພໍ່ໄປກວດສຸຂະພາບຈິດ ຖ້າເປັນກໍ່ໃຫ້ຮັບການປິ່ນປົວດ້ວຍ ເພາະພວຂ້າພະເຈົ້ໄດ້ລະດົມຫລາຍເທື່ອແລ້ວແຕ່ເພິ່ນໍາປະຕິເສດ ແຕ່ອາການກໍ່ຫນັກຫນ່ວງຂຶ້ນເລື່ອຍໆ ທ່ານຫມໍ ໃຫ້ຄໍາແນະນໍາວ່າຖ້າບໍ່ຮີບປິ່ນປົວ ສອງຜົວເມຍອາດມີການຊ່ວນກັນຂ້າໂຕຕາຍໄດ້ ແລະ ຈຸດພິເສດຂອງຂອງການນໍາຄົນປ່ວຍປະເພດນີ້ ເຂົ້າຮັກສາການປິ່ນປົວຈະຕ້ອງໄດ້ມີການບັງຄັບແດ່ແລະຄົນປ່ວຍພະຍາດນີ້ຈະຊັງຜູ້ທີ່ຢາກປົວພວກເຂົາທີ່ສຸດ ຜູ້ບໍ່ປົວເຂົາເຂົາຈະຮັກ ( ‼️ຫມໍເຕືອນໄວ້ແລ້ວ ແຕ່ເພື່ອຊິວິດພ່ແມ່ແລ້ວ ຂ້າພະເຈົ້າຍອມໃຫ້ພວກເພິ່ນຊັງ ເພາະຢາກໄດ້ພໍ່ແມ່ຄົນເດີມ ຄືນມາ‼️😢)
ມາຮອດວັນທີ 14/5/2019 ຈາກການປຶກສາຫາລື ນໍາທ່ານຫມໍ ແລະ ປະກອບເອກກະສານ ທຸກຢ່າງ ແລ້ວ ກໍ່ມີການເຫັນດີຂອງຍາດທາງພໍ່ແມ່ ແລະ ອົງການຈັດຕັ້ງແລ້ວ ພວກຂ້າພະເຈົ້າກໍ່ໄດ້ພະຍາຍາມພາພໍ່ແມ່ໄປປິ່ນປົວ ແຕ່ ຕອນພາພວກເພິ່ນໄປນັ້ນ ພີ່ນ້ອງກໍ່ພາພໍ່ຂຶ້ນລົດແບບບໍ່ໄດ້ໃຊ້ການມັດ ຄວາມຮຸນແຮງແຕ່ຢ່າງໃດ ແຕ່ມີເຈົ້າຫນ້າທີ ບາງຄົນທີ່ບໍ່ປະຕິບັດຕາມຄໍາສັ່ງຂອງຂັ້ນເທິ່ງໄດ້ໃຊ້ຄວາມຮຸນແຮງ ດຶງແມ່ໄວ້ ແບບໃຊ້ຄວາມຮຸນແຮງ ແລະ ບອກນໍາ ພີ່ນ້ອງຂ້າພະເຈົ້າວ່າ ຈະໄປສົ່ງແມ່ຢູ່ໂຮງຫມໍເອງ ໃຫ້ນໍາພໍ່ໄປເຂົ້າກວດກ່ອນ ຈາກນັ້ນພໍ່ໄດ້ເຂົ້າກວດຢ່າງຄົບຖ້ວນກວດແລ້ວຫມໍກໍ່ວ່າມີອາການເປັນ Bipolar ຄືແມ່ຈິ່ງໄດ້ຊັກຍາລະງັບໃຫ້ພໍ່ນອນພັກຜ່ອນເສຍກ່ອນ ພ້ອມທັ່ງໃຫ້ຂ້າພະເຈົ້າໄປຊື້ຢາຕາມທີ່ຫມໍສັ່ງ ໃນຄະນະນັ້ນ ສາມີແລະ ພີ່ນ້ອງອີກກຸ່ມນຶ່ງກໍ່ໄດ້ກັບໄປຫາແມ່ ຢູ່ອົງການບ້ານວັດຈັນເພາະບໍ່ເຫັນນາຍບ້ານປະຕິບັດຕາມເພິ່ນເວົ້າມາວ່າຈະພາແມ່ໄປສົ່ງຢູ່ໂຮງຫມໍເອງຈາກນັ້ນຂ້າພະເຈົ້າກໍ່ບໍ່ໄດ້ເຫັນແມ່ອີກ...ພວກຂ້າພະເຈົ້າແລະສາຍຍາດໄດ້ໄປຊອກຫາເພິ່ນແຕ່ບໍ່ພົບອີກເລີຍ.
ມາຮອດຕອນແລງມື້ນັ້ນ ພວກຂ້າພະເຈົ້າໄດ້ພາພໍ່ມານອນຢູ່ຄລິນິກຂອງ ດຣ ບຸນໂຮມ ຫົວຫນ້າພະແນກສຸຂະພາບຈິດ ໂຮງຫມໍມະໂຫສົດ ເພາະມີຫ້ອງແອທີ່ງາມຄືໂຮງແຮມ ທີ່ຂ້າພະເຈົ້າໄດ້ຈອງໄວ້ກ່ອນແລ້ວ ເພາະບໍ່ຢາກໃຫ້ພໍ່ນອນຢູ່ໃນຫ້ອງຂັງ ຄືຄົນທີ່ເປັນສຸຂະພາບຈິດແບບຮຸນແຮງໃນໂຮງຫມໍມະໂຫສົດ. ໄດ້ຈອງພະຍາບານພິເສດ ຕຽມທຸກຢ່າງພ້ອມ ທີ່ຈະປິ່ນປົວເອົາພໍ່ຂອງຕົນແບບໃຫ້ພໍ່ຢູ່ສະບາຍ.ຫລັງຈາກຕອນທີພໍ່ໄດ້ນອນຕື່ນແລ້ວເພິ່ນກໍ່ຫນ້າຕາແຈ່ມໃສ ເວົ້ານໍາລູກເຕົ້າແບບໃຈດີ ແລະ ບອກວ່າເພິ່ນຢາກກິນນີ້ນັ້ນ ຢາກໃຫ້ພາໄປຍ້ອມຜົມ ແຕ່ໃນຂະນະນັ້ນອ້າຍດວງມະນີ ແລະ ເອື້ອຍປອກມາ ເຮົາກໍ່ນຶກວ່າສິມາຢາມພໍ່ ເພາະ ກ່ອນຫນ້າເຮົາສິເອົາ ພໍ່ມາ ເຮົກໍ່ໄດ້ປຶກສາ ນໍາເອື້ອຍປອກແລ້ວ ເພາະລາວຮຽນຈົບແພດ ເພິ່ນກໍ່ເຫັນດີໃຫ້ພາໄປປົວ. ແຕ່ອ້າຍດວງມະນີ ເພິ່ນບໍ່ຖາມຫຍັງມີແຕ່ໃຊ້ອາລົມ ບໍ່ຟັງຫຍັງຕອນນັ້ນ ເລີຍໃຫ້ເພິ່ນເຂົ້າພົບນໍາທ່ານຫມໍບຸນໂຮມ ທ່ານຫມໍອະທິບາຍດົນເຕີມຂ້າພະເຈົ້າກໍໄດ້ ຖ້າຢູ່ຂ້າງນອກ ຫລັງຈາກອ້າຍດວງມະນີ ແລະ ເອື້ອຍປອກ ປຶກສານໍາທ່ານຫມໍອອກມາແລ້ວ ອ້າຍເອື້ອຍທັ່ງສອງໄດ້ພາພໍ່ຂຶ້ນລົດແບບກະທັນຫັນ ໂດຍຂີ້ຕົວະວ່າຫມໍບໍ່ມີເວລາປົວ ! ຂ້າພະເຈົ້າເລີຍຫ້າມບໍ່ໃຫ້ເອົາໄປເພາະຫມໍບໍ່ໄດ້ບອກແບບນັ້ນ ເພິ່ນຮັບປົວພໍ່ກ່ອນແລ້ວຈິ່ງເອົາພໍ່ມາ ທາງພວກກ່ຽວບໍ່ຟັງ ອ້າຍດວງໃຊ້ແຕ່ອາລົມເວົ້າແຕ່ຄໍາວ່າ Shut up ! Shut up ! ຍົກກໍາປັ້ນ ຕະຫລອດຄືສິຕີຂ້າພະເຈົ້າ ສາມີຫ້າມໄວ້ ເອື້ອຍປອກໄດ້ຜິດຖຽງນໍາຂ້າພະເຈົ້າແລະໄດ້ເອົາມືຟາດຂ້າພະເຈົ້າແລ້ວອອກລົດໄປ....ຫລັງຈາກນັ້ນມາຂ້າພະເຈົ້າກໍ່ບໍ່ສາມາດຕິດຕໍ່ພວກກ່ຽວໄດ້ ບ່ມີການສົ່ງຂ່າວ ແລະ ບໍ່ໄດ້ເຮັດຫນ້າພໍ່ອີກ ...
ສະຫລູບ ສິ່ງທີ່ຜູ້ເປັນລູກສາວຄົນດຽວຂອງເພິ່ນ ແລະ ລູກເຂີຍ ທີມີຄວາມຮັກແທ້ໆ ຄວາມເປັນຫ່ວງເປັນໃຍ ໃນຊິວິດຂອງພໍ່ແມ່ ມັນແມ່ນເລືອງທີຜິດ ທີບໍ່ດີ ແຕ່ພວກຂ້ພະເຈົ້າມີເຈດຕະນາຢ່າງດຽວຄື ຢາກໃຫ້ ພໍ່ແມ່ ຫາຍດີ ‼️ຖ້າບໍ່ປົວເອົາຕອນເພິ່ນປ່ວຍ ສິປະຖິ້ມກໍ່ບໍ່ໄດ້. ພວກຂ້າພະເຈົ້າອາໃສຢູ່ນໍາບ້ານດຽວນໍາເພິ່ນເປັນເວລາດົນນານ ໃກ້ຊິດຕິດແທນຕະຫລອດ ຄົນພາຍນອກບໍ່ເຂົ້າໃຈດອກວ່າສະພາບມັນສິເປັນຈັງໃດແບບໃດ ເທົ່າຄົນໃນຄອບຄົວ. ບໍ່ຖືກໃຜກະຄືບໍ່ຮູ້ດອກ...
ອີກເລື່ອງ ກ່ອນຈະມີຄິລບ ພໍ່ແມ່ ອອກມາແກ້ຂ່າວ ຄືມື້ນີ້ເວລາຕອນເຊົ້າ ມີເບີນຶ່ງສົ່ງຂໍ້ຄວາມປອມເປັນແມ່ຂ້າພະເຈົ້າ ເອີ້ນເງິນຈາກຂ້າພະເຈົ້າ 20.0000.0000 ກີບ ພ້ອມສົ່ງບັນຊີໃຫ້ ຖ້າບໍ່ໂອນຂ້າພະເຈົ້າຈະບໍ່ໄດ້ເຫັນຫນ້າພໍ່ແມ່ອີກ. ຂ້າພະເຈົ້າປິດໄວ້ຫມົດມື້ແລະແຈ້ງເຈົ້າຫນ້າທີແບບລັບໆ ຈົນຂ້າພະເຈົ້າເຫັນຄິລບພໍ່ແມ່ແລະ ໄດ້ຮັບການຢືນຢັນຈາກຜູ້ເປັນພໍ່ແມ່ແລ້ວ ວ່າປອດໄພ ອ້າຍດວງມະນີເປັນຄົນດີ ເບິ່ງແຍງດີ ຂ້າພະເຈົ້າເລີຍ ວ່າງໃຈຈຶ່ງເປີດເຜີຍ.
ປລ ຖ້າສັງຄົມປະນາມວ່າຂ້າພະເຈົ້າຊົວບໍ່ດີ ມີເຈດຕະນາສິທໍາຮ້າຍພໍ່ແມ່ ອື່ນໆ ຂ້າພະເຈົ້າບໍ່ເອົາມາໃສ່ໃຈ ເພາະຂ້າພະເຈົ້າເຊື່ອວ່າ ພວກທ່ານກໍ່ບໍ່ມີທາງທີຈະມີຄວາມຄິດແບບນັ້ນນໍາພໍ່ແມ່ຂອງຕົນເດັດຂາດ
ແມ່ນບໍ່ ? ຂໍຝາກຄວາມຮັກ ຄວາມເປັນຫ່ວງເປັນໃຍ ແລະ ຄວາມຄິດຮອດຄິດເຖິງໃຫ້ພໍ່ແມ່ ດ້ວຍ ເພາະຂ້າພະເຈົ້າຄືສິບໍ່ມີໂອກາດໄດ້ລົມເພິ່ນແບບສ່ວນຕົວຄອບຄົວອີກແລ້ວ...ຄືສິບໍ່ໄດ້ມີໂອກາດໄປຢ້ຽມຢາມ ລ້ຽງດູຕອບແທນບຸນຄຸນເພິ່ນອີກ ພໍ່ແມ່ຊັງລູກຕອນນີ້ບໍ່ເປັນຫຍັງລູກຮັບໄດ້ ແຕ່ຂໍໃຫ້ອ້າຍດວງມະນີ ທີ່ຮັບພໍ່ແມ່ໄປຈາກລູກ ດູແລ ໃຫ້ຮັກພໍ່ແມ່ ຄືກັນກັບພໍ່ແມ່ແທ້ໆຂອງຕົນເດີ້ 🙏
ຂໍຂອບໃຈ
ເອກະສານ
ເບີ WhatsApp ທີ່ສົ່ງມາ ອ້າງເປັນແມ່ ແລະ ຢາກໃຫ້ໂອນເງິນໄປໃຫ້
ເບິ່ງໂພດຕົ້ນສະບັບ
ຂ່າວທີ່ພໍ່ແມ່ປ່ອຍຄລິບ ວັນທີ 19 ມິຖຸນາ 2019
ປາກົດໂຕແລ້ວ ພໍ່ແລະແມ່ ທີ່ຖືກກ່າວຫາວ່າຫາຍໂຕໄປເປັນເວລາ 1 ເດືອນ ພ້ອມຄຳຕອບເຖິງເຫດຜົນທີ່ຕ້ອງຫນີອອກຈາກເຮືອນ.
ຕາມຂ່າວຈາກເພຈ ປະກາດ Pakaad ໃນ 2 ວັນທີ່ຜ່ານມາກ່ຽວກັບລູກສາວຄົນດຽວ ປະກາດຫາພໍ່ຊື່ວ່າ ທ້າວ ຈັນທະຄາດ ປະພັດສະລາງ ອາຍຸ 65 ປີ ແລະແມ່ຊື່ ນາງ ສົມພະວຽງ ປະພັດສະລາງ ອາຍຸ 60 ປີ ຢູ່ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ໄດ້ຫາຍໂຕໄປຕັ້ງແຕ່ວັນທີ 14/05/2019 ໂດຍແຈ້ງວ່າມີຫລານຊາຍແລະຫລານສາວຂອງພໍ່ໄດ້ມາຍາດຊີງເອົາພໍ່ອອກໄປຈາກຄລີນິກແຫ່ງຫນຶ່ງໃນຂະນະປິ່ນປົວ ຫລັງຈາກນັ້ນກໍບໍຮູ້ຂ່າວຄາວ ບໍ່ສາມາດຕິດຕໍ່ກັບພໍ່ແມ່ໄດ້.
ໄລຍະຕໍ່ມາ ກໍໄດ້ມີການໂພສເນື້ອໃນ ທີ່ອ້ອນວອນສັງຄົມໃຫ້ຄວາມຊ່ວຍເຫລືອເກ້ຍກ່ອມໃຫ້ຫລານຊາຍຂອງພໍ່ ສົ່ງພໍ່ແລະແມ່ກັບຄືນ ຊຶ່ງເປັນເລື່ອງທີ່ເຮັດໃຫ້ສັງຄົມສົນໃຈວ່າ ມັນເກີດຫຍັງຂຶ້ນແທ້? ມີເຫດຜົນຫຍັງທີ່ເຮັດໃຫ້ຫລານຊາຍຫລານສາວເພິ່ນຕ້ອງຍາດຊີງໂຕພວກເພິ່ນໄປ.
ມື້ນີ້ ພໍ່ແລະແມ່ ໄດ້ຕິດຕໍ່ມາທາງເພຈຂອງພວກເຮົາ ເພື່ອໃຫ້ຄວາມກະຈ່າງແຈ້ງ ແລະ ຂໍໂທດຕໍ່ສັງຄົມທີ່ເຮັດໃຫ້ເກີດຄວາມສັບສົນ
--------------------------------
Subscribe to:
Post Comments
(
Atom
)















Post a Comment