Home ອຸບັດຕິເຫດ ກະບະເສຍຫລັກປີ້ນຕໍາເຂົ້າຕົ້ນໄມ້ຂ້າງທາງ ຍ້ອນລົດຕັດຫນ້າ ທີ່ ເມືອງທ່າແຂກ
ກະບະເສຍຫລັກປີ້ນຕໍາເຂົ້າຕົ້ນໄມ້ຂ້າງທາງ ຍ້ອນລົດຕັດຫນ້າ ທີ່ ເມືອງທ່າແຂກ
June 14, 2019 0
ຄໍາມ່ວນ: ລາຍງານຈາກກູ້ໄພແຂວງຄໍາມ່ວນໃຫ້ຮູ້ວ່າ ໃນວັນທີ 13 ມິຖຸນາ 2019 ເວລາ 13:40 ນາທີ ໄດ້ຮັບແຈ້ງເຫດຜ່ານເບີສຸກເສີນ 020 55330065 ວ່າ: ມີລົດໃຫຍ່ເສຍຫລັກປີ້ນແລ້ວໄປອັດກ໋ອບປີ້ກັບຕົ້ນໄມ້ ຢູ່ບ້ານ ດົງກະແສນ ເມືອງທ່າແຂກ ແຂວງຄຳມ່ວນ ເມື່ອທີມງານໜ່ວກູ້ໄພພວກເຮົາ ໃດ້ໄປເຖິງຈຸດເກີດເຫດ ໃດ້ພົບເຫັນ ຜູ້ບາດເຈັບ 1 ຄົນ ເພດຊາຍ
ຜູ່ບາດເຈັບ ແມ່ນ ເພດຊາຍ ໄດ້ຮັບການກະທົບເອິກແລະຫົວແຕກເລິກເລືອດອອກຫລາຍ, ເຈັບໜັກສົມຄວນ.
ກູ້ໄພຈຶ່ງໄດ້ປະຖົມພະຍາບານຂັ້ນຕົ້ນແລ້ວນຳສົ່ງໂຮງຫມໍແຂວງຄຳມ່ວນ ລົດສຸກເສີນ 003 ນຳສົ່ງ.
ຈາກການສອບຖາມ ຜູ່ຂັບບອກວ່າ ມີລົດໃຫຍ່ຕັດໜ້າ, ຕົນເອງຈິງໄດ້ຫັກຫຼົບ ແລະ ເສຍຫຼັກປີ້ນ ດັ່ງທີ່ເຫນ.
ລາຍງານໂດຍ: ກູ້ໄພ ແຂວງຄໍາມ່ວນ
--------------------------------
Subscribe to:
Post Comments
(
Atom
)



Post a Comment