ທົບທວນການຈັດຕັ້ງປະຕິບັດ ໂຄງການການບໍລິຫານຄວາມສຽງຕາມຕ່ອງໂສ້ການລ້ຽງສັດ ແລະ ການຕະຫຼາດສັດປີກ



ຫຼວງພະບາງ: ໃນລະຫວ່າງວັນທີ 29-31 ພຶດສະພາ 2019 ນີ້ ຢູ່ທີ່ ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ໄດ້ມີກອງປະຊຸມທົບທວນການຈັດຕັ້ງປະຕິບັດ ໂຄງການການບໍລິຫານຄວາມສຽງຕາມຕ່ອງໂສ້ການລ້ຽງສັດ ແລະ ການຕະຫຼາດສັດປີກຂຶ້ນ ໂດຍການເປັນປະທານຮ່ວມຂອງ ທ່ານ ປອ. ສີແສງ ຂຸນສີ ຮອງຫົວໜ້າກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ Nasar Hayat, ຜູ້ຕາງໜ້າອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ,



ທ່ານ ນາງ Dr. Helen Cheney ທີ່ປຶກສາດ້ານການພັດທະນາ, ຕາງໜ້າຜູ້ໃຫ້ທຶນສະໜັບສະໜູນໂຄງການ, ຊຶ່ງເຂົ້າຮ່ວມໂດຍ ທ່ານ ອະນຸສັກ ຂັດຕິດຍະລາດ, ຮອງຫົວໜ້າ ພະແນກກະສິກໍາ ແລະ ປ່າໄມ້ ແຂວງຫລວງພະບາງ ທັງເປັນ ປະທານຄະນະຊີ້ນໍາໂຄງການ, ທ່ານ ປທ. ທອງສະມຸດ ພູມມະສອນ ອໍານວຍການວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ, ມີຕາງໜ້າຈາກຂະແໜງລ້ຽງສັດແຂວງຫຼວງພະບາງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.








ໃນພິທີ ທ່ານ ປອ. ສີແສງ ຂຸນສີ ໄດ້ມີຄໍາເຫັນພ້ອມທັງກ່າວເປີດພິທີວ່າ ໂຄງການການບໍລິຫານຄວາມສຽງຕາມຕ່ອງໂສ້ການລ້ຽງສັດ ແລະ ການຕະຫຼາດສັດປີກ ເປັນໂຄງການທີ່ຢູ່ພາຍໃຕ້ການຊີ້ນໍາທາງດ້ານວິຊາການຈາກ ກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກຳ ແລະ ປ່າໄມ້ ໂດຍການຮັບທຶນສະໜັບສະໜູນຈາກ ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ ປະຈໍາ ສປປ ລາວ, ຊຶ່ງຈັດຕັ້ງປະຕິບັດໂດຍການຮ່ວມມືກັນລະຫວ່າງ ຂະແໜງລ້ຽງສັດ ແລະ ການປະມົງ ແຂວງຫຼວງພະບາງ ກັບ ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ, ຫ້ອງການກະສິກຳ ແລະ ປ່າໄມ້ ນະຄອນ ຫຼວງພະບາງ, ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງປາກອູ ໂດຍແນໃສ່ 3 ບ້ານເປົ້າໝາຍ ຄື: ບ້ານວຽງສະຫວັນ ນະຄອນ ຫຼວງພະບາງ, ບ້ານຊ່າງໄຫ ແລະ ບ້ານ ຫາດຂາມ ເມືອງປາກອູ ແຂວງຫຼວງພະບາງ.


ເພື່ອສົ່ງເສີມວິຊາການໃນດ້ານການລ້ຽງໄກ່ ເພື່ອຫຼຸດຜ່ອນຄວາມສ່ຽງໃນການຕິດແປດພະຍາດລະຫວ່າງສັດປີກກັບຄົນ ໂດຍເນັ້ນໃສ່ການຈັດການດ້ານຄວາມປອດໄພທາງຊີວະພາບ. ຈາກນັ້ນ ທາງໂຄງການໄດ້ມອບແນວພັນໄກ່ ແລະ ເຄື່ອງມືສັດຕະວະແພດ ໃຫ້ແກ່ ຊາວກະສິກອນ 3 ບ້ານເປົ້າໝາຍຂອງໂຄງການ ເພື່ອໃຫ້ຊາວກະສິກອນນໍາໄປລ້ຽງເພື່ອຂະຫຍາຍພັນ ກາຍເປັນອາຊີບທີ່ໝັ້ນຄົງໃນການຜະລິດໄກ່ລາດ, ໂດຍການຊີ້ນໍາທາງວິຊາການຈາກ ສູນສຸຂະພາບສັດປີກ ວິທະຍາໄລກະສິກໍາ ແລະ ປ່າໄມ້ ພາກເໜືອ.



ປັດຈຸບັນໄດ້ພັດທະນາບົນ ພື້ນຖານການປະກອບການຂອງຊຸມຊົນ ໃຫ້ໄດ້ຜະລິດຕະພັນໄກ່ທີ່ເປັນເອກະລັກພິເສດຂອງແນວພັນໄກ່ລາດ, ໃນການລ້ຽງລະບົບການຫລ້ຽງແບບອິນຊີ, ນໍາໃຊ້ສະໝຸນໄພ ປາສະຈາກສານ ແລະ ຢາຕ້ານເຊື້ອ ຕ່າງໆ, ສະນັ້ນ ຈຶ່ງເຮັດໃຫ້ຊີ້ນໄກ່ມີຄວາມນຸ້ມ, ມີລົດຊາດທີ່ແຊບ, ປອດໄພ ແລະ ເໝາະສົມທຸກເພດທຸກໄວ ຊຶ່ງທາງໂຄງການໄດ້ຕັ້ງຊື່ແນວພັນໄກ່ນີ້ວ່າ: ໄກ່ລາດຫຼວງພະບາງ.




ນອກນັ້ນ ໃນພິທີຍັງມີການແຂ່ງຂັນ ການປຸງແຕ່ງອາຫານຈາກໄກ່ ຂອງສະຫະພັນຍິງ 3 ບ້ານເປົ້າໝາຍຂອງໂຄງການ ຕື່ມອີກ.

ພາບ-ຂ່າວ: ສີສະຫວາດ ພັນທຸວົງ
ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ






--------------------------------




© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes