Home ຫຼວງນໍ້າທາ ຊາຍໂຫດ ແທງແຟນໂຕເອງເສຍຊີວິດ ທີ່ເມືອງສິງ, ເຈົ້າໜ້າທີ່ຈັບມາລົງໂທດ.
ຊາຍໂຫດ ແທງແຟນໂຕເອງເສຍຊີວິດ ທີ່ເມືອງສິງ, ເຈົ້າໜ້າທີ່ຈັບມາລົງໂທດ.
June 20, 2019 0
ຫຼວງນໍ້າທາ: ລາຍງານຈາກ ປກສ ແຂວງຫຼວງນໍ້າທາໃຫ້ຮູ້ວ່າ ເກີດເຫດ ຊາຍໄວລຸ້ນ ອາຍຸ 29 ປີ ນໍາໄປງໍ້ແຟນສາວທີ່ເຮັດວຽກຢູ່ໂຮງແຮມແຫ່ງໜຶ່ງ ບ້ານຊຽງໄຈ ເມືອງສິງ ແຂວງຫຼວງນໍ້າທາ ແຕ່ແຟນສາວປະຕິເສດລົມນໍາ ຈຶ່ງຢັນປະຕູຫ້ອງເຂົ້າໄປ ແລ້ວໃຊ້ມີດແທງຄໍ 1 ບາດ, ແທງໜ້າເອິກກ້ອງນົມເບື້້ອງຊ້າຍ 1 ບາດ ແລະ ດ້ານຫຼັງ 2 ບາດ ຈົນເສຍຊີວິດຄາທີ່ ແລ້ວຜູ້ກໍ່ເຫດເອົາຕົວຫຼົບໜີ.
ກອງບັນຊາການ ປກສ ເມືອງສິງ ໃຫ້ຮູ້ວ່າ: ເຫດການດັ່ງກ່າວ ເກີດຂຶ້ນໃນເວລາ 13:55 ໂມງ ຂອງວັນທີ 19 ມິຖຸນາ 2019, ເຊິ່ງຜູ້ເສຍຊິວິດ ຊື່ນາງ ອາແລັງ ອາຍຸ 29 ປີ ຢູ່ບ້ານຊຽງຍືນ ເມືອງສິງ ແຂວງຫຼວງນໍ້າທາ ເປັນພະນັກງານຢູ່ໂຮງແຮມຫຼັງດັ່ງກ່າວ. ສ່ວນຜູ້ກໍ່ເຫດແມ່ນເປັນແຟນຂອງຜູ້ເສຍຊີວິດ ຊື່ ທ້າວ ພອນສະຫວັນ ຫຼື ຍາຕູ່ ອາຍຸ 29 ປີ ຢູ່ບ້ານປ່າທວາຍ ເມືອງສິງ ແຂວງຫຼວງນໍ້າທາ. ພາຍຫຼັງກໍ່ເຫດ ທ້າວ ພອນສະຫວັນ ໄດ້ເອົາຕົວຫຼົບໜີ. ຈົນຮອດວັນຕໍ່ມາ (ວັນທີ 20 ມິຖຸນາ) ຈຶ່ງຖືກເຈົ້າໜ້າທີ່ຈັບຕົວໄດ້.
ຄະດີດັ່ງກ່າວ, ເບື້້ອງຕົ້ນແມ່ນໄດ້ຮັບການລາຍງານຈາກພະນັກງານຢູ່ໂຮງແຮມຫຼັງດັ່ງກ່າວວ່າ: ມີເຫດການຄາດຕະກໍາຢູ່ໂຮງແຮມແຫ່ງໜຶ່ງບ້ານຊຽງໄຈ ເມືອງສິງ. ຈາກນັ້ນ, ຈຶ່ງໄດ້ຈັດກໍາລັງເຈົ້າໜ້າທີ່ຕໍາຫຼວດສືບສວນ-ສອບສວນ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໄປ ກວດກາສະຖານທີ່ເກີດເຫດພົບເຫັນ ນາງ ອາແລັງ ເສຍຊີວິດ ແລະ ມີເລືອດໄຫຼອອກທົ່ວຫ້ອງ, ຖືກແທງດ້ວຍຂອງມີຄົມເຂົ້າທີ່ຄໍ ມີບາດແຜຍາວປະມານ 8 ຊັງຕີ ແມັດ, ຢູ່ກ້ອງນົມເບື້ອງຊ້າຍ 1 ຈຸດ ແລະ ດ້ານຫຼັງ 2 ຈຸດ. ສອບຖາມເພື່ອນຮ່ວມງານຂອງຜູ້ເສຍຊີວິດ ໃຫ້ຮູ້ວ່າ: ຜູ້ກໍ່ເຫດແມ່ນທ້າວ ພອນສະຫວັນ (ແຟນຂອງຜູ້ເສຍຊີວິດ) ທີ່ນໍາມາງໍ້ຂໍຄືນດີນຳ. ແຕ່ນາງ ອາແລັງ (ຜູ້ເສຍຊີວິດ) ບໍ່ຍອມເວົ້ານໍາ ເຮັດໃຫ້ຜູ້ກ່ຽວເກີດຄວາມໂມໂຫ ແລະ ກໍ່ເຫດຄາດຕະກໍາຂຶ້ນ.
ເຈົ້າໜ້າທີ່ພະແນກຕໍາຫຼວດ ປກສ ເມືອງສິງ ໃຫ້ຮູ້ວ່າ: ທ້າວ ພອນສະຫວັນ ແລະ ນາງ ອາແລັງ ແມ່ນໄດ້ຄົບຫາກັນແບບບ່າວສາວມາໄດ້1 ປີກວ່າ. ແຕ່ທາງຄອບຄົວຂອງ ນາງ ອາແລັງ ບໍ່ໃຫ້ຄົບຫາກັນ ເນື່ອງຈາກ ທ້າວ ພອນສະຫວັນ ມັກດື່ມເຫຼົ້າເປັນປະຈຳ. ຈາກນັ້ນ, ມີການຫຶງຫວງ ແລະ ຜິດຖຽງກັນເລື້ອຍໆ. ດັ່ງນັ້ນ, ນາງ ອາແລັງ ຈຶ່ງຕີຕົວອອກຫ່າງ.
ມາຮອດມື້ເກີດເຫດ, ທ້າວ ພອນ ສະຫວັນ ໄດ້ຂີ່ລົດຈັກໄປງໍ້ຂໍຄືນດີນຳນາງ ອາແລັງ ຢູ່ໂຮງແຮມຫຼັງດັ່ງກ່າວ. ເມື່ອ ທ້າວ ພອນສະຫວັນ ໄປຮອດ ນາງ ອາແລັງ ບໍ່ລົມນໍາໄດ້ເຂົ້າໄປຫ້ອງນອນແລ້ວລັອກປະຕູ. ແຕ່ທ້າວ ພອນສະຫວັນ ໄດ້ເອົາຕີນຢັນປະຕູເຂົ້າໄປຫ້ອງ ແລ້ວໃຊ້ມີດແທງທີ່ບໍລິເວນຄໍ ແລະ ຕົນຕົວ ຈົນເຮັດໃຫ້ນາງ ອາແລັງ ເສຍຊີວິດ. ຈາກນັ້ນ, ຜູ້ກ່ຽວໄດ້ເອົາຕົວຫຼົບໜີ. ແຕ່ເຈົ້າໜ້າທີ່ໄດ້ເລັ່ງຕິດຕາມຈັບກຸມຜູ້ກໍ່ເຫດ ຈົນຮອດເວລາ 10:00 ໂມງຂອງວັນທີ 20 ມິຖຸນາ ເຈົ້າໜ້າທີ່ຕຳຫຼວດສາມາດຈັບຕົວທ້າວ ພອນສະຫວັນ ໄດ້ຢູ່ເຮືອນຂອງຜູ້ກ່ຽວ ແລະ ນຳຕົວໄປດຳເນີນຄະດີຕາມກົດໝາຍ.
ພາບ: ປກສ ແຂວງຫຼວງນໍ້າທາ
--------------------------------
Subscribe to:
Post Comments
(
Atom
)





Post a Comment