Home ວິຊາຊີບ ສູນປິ່ນປົວ ແລະ ຝືກວິຊາຊີບຜູ່ຕິດຢາເສບຕິດ ສົມສະຫງ່າ ມອບໃບຢັ້ງຢືນໃຫ້ຜູ່ສໍາເລັດວິຊາຊ່າງໄຟຟ້າ
ສູນປິ່ນປົວ ແລະ ຝືກວິຊາຊີບຜູ່ຕິດຢາເສບຕິດ ສົມສະຫງ່າ ມອບໃບຢັ້ງຢືນໃຫ້ຜູ່ສໍາເລັດວິຊາຊ່າງໄຟຟ້າ
June 18, 2019 0
ນະຄອນຫຼວງວຽງຈັນ: ໃນຕອນບ່າຍຂອງວັນສຸກທີ 14 ມິຖຸນາ 2019 ຢູ່ສູນປິ່ນປົວ ແລະ ຝຶກວິຊາຊີບຜູ້ຕິດຢາເສບຕິດ ບ້ານສົມສະຫງ່າ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນຈໍານວນ 25 ໃບ ໃຫ້ຜູ່ທີ່ສໍາເລັດການຝືກວິຊາຊ່າງໄຟຟ້າພາຍໃນອາຄານ ໃຫ້ກຽດເປັນປະທານ ແລະ ມອບໃບຢັ້ງຢືນດັ່ງກ່າວໂດຍ ພັທ ແສງທອງ ເກື້ອບຸນລໍ້າ ຮອງຫົວໜ້າຫ້ອງຕໍາຫຼວດ, ຫົວໜ້າສູນປິ່ນປົວ ແລະ ຝືກວິຊາຊີບຜູ່ຕິດຢາເສບຕິດ, ເຂົ້າຮ່ວມມີ ທ່ານ ສາຍຄໍາ ພັນທະວົງ ຜູ່ອໍານວຍການວິທະຍາໄລເຕັກນີກປາກປາສັກ ພ້ອມດ້ວຍຜູ່ປົກຄອງຜູ່ຕິດຢາເສບຕິດ
ທ່ານ ຄໍາສອນ ຈັນສີ ຫົວໜ້າພາກໄຟຟ້າ-ເອເລັກໂຕນິກ ວິທະຍາໄລເຕັກນິກ ປາກປ່າສັກ ໄດ້ຂຶ້ນຜ່ານບົດສະຫຼຸບການຮຽນການສອນໃນໄລຍະຜ່ານມາວ່າ: ຜ່ານການຮຽນການສອນມາ 90 ຊົ່ວໂມງ ເຊິ່ງສອນແຕ່ວັນເສົາ ແລະ ອາທິດ ລວມມີ 5 ອາທິດ ເບື້ອງຕົ້ນ ເຫັນວ່າມີຄວາມຫຍຸ້ງຍາກເຫຼັກໜ້ອຍ ແຕ່ຍ້ອນການເອົາໃຈໃສ່ຂອງຜູ່ບໍລິຫານ ຄູອາຈານ ຊ່ວຍເຫຼືອກັນ ຈຶ່ງເຮັດໃຫ້ສໍາເລັດ,
ໃນການຝືກອົບຮົມໃນຄັ້ງນີ້ ໂດຍໃຊ້ປື້ມຄູ່ມືໃຫ້ນັກສຶກສາທຸກໆຄົນ ເຊິ່ງລວມມີພາກທິດສະດີ ແລະ ພາກປະຕິບັດຕົວຈີງ ແຕ່ເວລາສອນຈະປັບໃຫ້ເໝາະສົມກັບນັກສຶກສາທີ່ຮຽນຄື: ພາກທິດສະດີມີ 16 ຊົ່ວໂມງ ພາກປະຕິບັດຕົວຈີງ 74 ຊົ່ວໂມງ ເຫັນວ່າ: ນັກສຶກສາແຕ່ລະຄົນສາມາດຮຽນໄດ້ ແລະ ມີຄວາມເຂົ້າໃຈດີ ໃນພາກວິຊາຮຽນເປັນຕົ້ນແມ່ນ ຮຽນວົງຈອນໄຟຟ້າໃຊ້ພາຍໃນເຮືອນ, ການບົວລະບັດຮັກສາ, ຄວາມປອດໄພໃນການເຮັດວຽກ, ການວາງແຜນໃນການຕິດຕັ້ງໄຟຟ້າໃນເຮືອນ, ການຄິດໄລ່ວັດຖຸທີ່ມາຕິດຕັ້ງ ແລະ ໄລ່ຄ່າແຮງງານໃນການຕິດຕັ້ງ. ສາມາດຈັດແບ່ງປະເພດໄດ້ຄື: ປະເພດດີມີ 3 ຄົນ, ກາງມີ 13 ຄົນ ແລະ ພໍໃຊ້ໄດ້ມີ 3 ຄົນ.
ພາບແລະຂ່າວ: ປກສ ນະຄອນຫຼວງວຽງຈັນ
--------------------------------
Subscribe to:
Post Comments
(
Atom
)




Post a Comment