ສະຫະພັນກຳມະບານ ເມືງໂພນໂຮງ ສຳເລັດກອງປະຊຸມໃຫຍ່ຄັ້ງທີ VIII




ວຽງຈັນ: ກອງປະຊຸມໃຫຍ່ຄັ້ງທີ VIII ຂອງຜູ້ແທນສະຫະພັນກຳມະບານ ເມືອງໂພນໂຮງ ແຂວງວຽງຈັນໄດ້ຂື້ນໃນວັນທີ 5 ມິຖຸນາ 2019 ນີ້, ຢູ່ທີ່ສະໂມສອນໃຫຍ່ຂອງເມືອງ  ພາຍໄຕ້ການເປັນປະທານຂອງທ່ານ ສາຄອນ ແກ້ວ ສຸວັນ ຄະນະບໍລິຫານສະຫະພັນກຳມະບານ ແຂວງ ປະທານສະຫະພັນກຳມະບານ ເມືອງ ,ມີທ່ານນາງ ອິ່ນຄຳ ພັນດາລາ ກຳມະການພັກແຂວງ ເລຂາ ພັກເມືອງ,ເຈົ້າເມືອງ-ເມືອງໂພນໂຮງ, ມີ ທ່ານ ເທບພະໄທ ແກ້ວເຂັມເພັດ ຄະນະບໍລິຫານງານສູນກາງກຳມະບານລາວ ກຳມະການພັກແຂວງ ປະທານສະຫະພັນ ກຳມະບານແຂວງວຽງຈັນ,ມີບັນດາຫົວໜ້າຫ້ອງການ,ແຂກຖືກເຊີນ ແລະ ຮາກຖານກຳມະບານທົ່ວເມືອງເຂົ້າຮ່ວມ.



ທີ່ປະຊຸມໄດ້ຮັບຟັງການຜ່ານຮ່າງບົດລາຍງານການເມືອງທັງສອງພາກ ຈາກ ທ່ານ ສາຄອນ ແກ້ວສຸວັນ ປະທານສະຫະພັນກຳມະບານເມືອງໄດ້ກ່າວວ່າ: ຕະຫຼອດໄລຍະ 5 ປີ ຜ່ານມາ ຄະນະບໍລິຫານງານກຳມະບານຂັ້ນຕ່າງໆໄດ້ຕັ້ງໜ້າເຄື່ອນໄຫວວຽກງານຕາມພາລະບົດຂອງຕົນຢ່າງຕັ້ງໜ້າ ພ້ອມທັງສ້າງໄດ້ຜົນງານໃນຫຼາຍດ້ານ ເປັນຕົ້ນວຽກງານສຶກສາອົບຮົມ ການເມືອງແນວຄິດໄດ້ເຜີຍແຜ່ຂໍ້ກຳນົດ ລະບຽບການຂອງກຳບານລາວໃຫ້ຄະນະຕະຫຼອດຮອດສະມາຊິກໄດ້ຮັບຮູ້ເຂົ້າໃຈຕັ້ງໜ້າປະກອບສ່ວນເຂົ້າໃນວຽກງານທີ່ຕົນຮັບຊອບ 



ທົ່ວເມືອງໂພນໂຮງ ມີຄະນະບໍລິຫານງານກຳມະບານ17 ສະຫາຍ,ຍິງ4 ສະຫາຍ,ມີສະມາຊິກກຳມະບານ1.034 ຄົນ,ຍິງ 629 ຄົນ ໄດ້ເອົາໃສ່ປັບປຸງລະບົບການຈັດໃຫ້ມີຄວາມເຂັ້ມແຂງ,ປະຕິບັດຂໍ້ແຂ່ງຂັນ 2 ດີ 5 ເປັນເຈົ້າຢ່າງກວ້າງຂວາງ ສາມາດຢັ້ງຢືນ ແບບລວມໝູໄດ້ 31 ຮາກຖານ ປະເພດ I ໄດ້17 ຮາກຖານ,ປະເພດ II ມີ14 ຮາກຖານ, ປະເພດບຸກຄົນມີ 882 ຄົນ,ປະເພດI ມີ768 ຄົນ ປະເພດ II ມີ 114 ຄົນ ພ້ອມນີ້ຍັງໄດ້ສຸມໃສ່ວຽກງານປົກປ້ອງສິດຜົນປະໂຫຍດຂອງຊາວຜູ້ອອກແຮງງານ ແລະ ປະຕິບັດນະໂຍບາຍໃຫ້ສະມາຊິກໃນເວລາເຈັບເປັນ ແລະ ຄອບຄົວຜູ້ເສຍຊີວິດ ມີມູນຄ່າ 459,350,000  ກີບ .



ທີ່ປະຊຸມຍັງໄດ້ໃຊ້ສິດປະຊາທິໄຕ ເລືອກເອົາຄະນະບໍລິຫານຊຸດໃໝ່ ມີຜູ້ສະໝັກ 23 ທ່ານ ຍິງ 8 ທ່ານ ເລືອກເອົາ 19 ທ່ານ  ທີ່ປະຊຸມຕົກລົງເປັນເອກະພາບເລືອກເອົາ ທ່ານ  ນາງ ລຳເງິນ ພັນທະວົງ ເປັນປະທານສະຫະພັນ,ເລືອກເອົາ ທ່ານ ນາງ ມະນີ ສອນໄຊຍະບຸດ ແລະ ທ່ານ ທອງ ຫຼວງ ວີໄລ ເປັນ ຮອງປະທານ ແລະ ເລືອກຜູ້ແທນ ສົມບູນ 10 ສະຫາຍ ເພື່ອເຂົ້າຮ່ວມກອງປະຊຸມສະຫະພັນກຳມະບານຂັ້ນແຂວງ.



ຕອນທ້າຍພິທີກໍ່ຍັງໄດ້ມອບໃບຍ້ອງຍໍໃຫ້ແກ່ຄະນະສະຫະພັນກຳມະບານເມືອງໂພນໂຮງ ທີ່ສ້າງໄດ້ຜົນງານຈຳນວນ 14 ທ່ານ ຊຶ່ງມອບໂດຍທ່ານ ເຈົ້າເມືອງໆ ໂພນໂຮງ ແລະ ຮັບໂດຍ ຄະນະສະຫະພັນກຳມະບານເມືອງຢ່າງສົມກຽດ.



--------------------------------



© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes