Home Unlabelled
November 27, 2019 0
ປກສ: ຫຼາຍຄົນຜູ້ຊອກອ່ານຂ່າວອາດຈົດຈໍາໄດ້ຄະດີຄາດຕະກໍາຜົວ-ເມຍເຮັດອະນາໄມຢູ່ຕະຫຼາດສວນມອນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ດ້ວຍການໃຊ້ຂຽງທຸບຫົວຈົນເສຍຊີວິດ. ຄົນຫວຽດນາມຖືກຄາດຕະກໍາດ້ວຍການໃຊ້ມີດແທງດ້ານຫຼັງແລ້ວຖິ້ມລົງນໍ້າຂອງເຂດແຄມຂອງສວນເຈົ້າອານຸວົງ ທັງ 2 ເຫດການດັ່ງກ່າວເກີດຂຶ້ນໃນເດືອນສິງຫາ 2014, ຄະດີປຸ້ນຊັບພົນລະເມືອງຢູ່ແຂວງຊຽງຂວາງ ດ້ວຍການໃຊ້ປືນຍິງເຈົ້າຂອງເຮືອນຈົນເສຍຊີວິດ ໃນວັນທີ 15 ກຸມພາ 2015. ຄະດີປຸ້ນເອົາປືນ AK ຂອງທະຫານປ້ອງກັນພູແຮ ເມືອງແປກ ແຂວງຊຽງຂວາງ ໃນວັນທີ 17 ກຸມພາ 2015 ແລ້ວເອົາປືນ AK ກະບອກດັ່ງກ່າວທີ່ປຸ້ນມາ ໄປປຸ້ນເອົາ ເງິນປະຊາຊົນ ຢູ່ບ້ານໂພນມີໄຊ ເມືອງແປກ ແຂວງຊຽງຂວາງ ໄດ້ເງິນຈໍານວນ 500.000 ກີບ ໃນວັນທີ 22 ກຸມພາ 2015. ຜູ້ກໍ່ເຫດໃນຄະດີດັ່ງກ່າວ ຊື່ ທ້າວ ໄຊ (ຈຳເລີຍ) ອາຍຸ 25 ປີ ຢູ່ບ້ານນາພະສາດ ເມືອງຄູນ ແຂວງຊຽງຂວາງ ຖືກເຈົ້າໜ້າທີ່ກັກຕົວໃນວັນທີ 23 ກຸມພາ 2015.ຫຼ້າສຸດ, ໃນວັນທີ 5 ມີຖຸນາ 2019 ຄະນະສານອາຍາສານຂັ້ນຕົ້ນແຂວງຊຽງຂວາງ ຕັດສິນປະຫານຊີວິດ ທ້າວ ໄຊ (ຈຳເລີຍ) ໃນສະຖານ: ການຄາດຕະກໍາບໍ່ເຂັດຫຼາບ, ຄາດຕະກໍາໃນຂັ້ນພະຍາຍາມ, ປຸ້ນຊັບຂອງພົນລະເມືອງ, ລັກອາວຸດເສິກບໍ່ເຂັດຫຼາບ, ຄອບຄອງ ແລະ ນໍາໃຊ້ອາວຸດເສິກໂດຍບໍ່ຖືກຕ້ອງຕາມກົດໝາຍ.
ຈາກການຄົ້ນຄວ້າບັນດາຂໍ້ມູນ, ເອກະສານ ແລະ ຫຼັກຖານຕ່າງໆທີ່ມີໃນສໍານວນຄະດີຢ່າງລະອຽດແລ້ວ ຄະນະສານອາຍາເຫັນວ່າ: ການກະທຳຂອງຈຳເລີຍເປັນການກະທໍາທີ່ອັນຕະລາຍຮ້າຍແຮງຕໍ່ສັງຄົມ, ແຕະຕ້ອງເຖິງສຸຂະພາບ, ຊີວິດ, ຊັບສິນຂອງລັດ ແລະ ຂອງພົນລະເມືອງ ໂດຍກົງ ແລະ ບໍ່ຢ້ານ ກົວຕໍ່ກົດໝາຍສະແດງອອກ: ໃນເດືອນສິງຫາ 2014 ຈຳເລີຍໄດ້ໄປເປັນກໍາມະກອນອະນາໄມຕະຫຼາດສວນມອນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ກັບ ທ້າວ ກັນ ແລະ ນາງ ແມບ (ຜົວ-ເມຍ) ໄດ້ປະມານ 10 ກວ່າວັນຈຳ ເລີຍຄິດຢາກໄດ້ເງິນ ແລະ ຖືກ ນາງ ແມບ ຮ້າຍດ່າເປັນປະຈໍາ, ຈຶ່ງວາງແຜນຄາດຕະກໍາຜົວ-ເມຍນີ້; ຮອດທ່ຽງຄືນວັນເກີດ ເຫດຈຳເລີຍໄດ້ເຫັນວ່າຜົວ-ເມຍໄດ້ນອນຫຼັບ ຈຶ່ງໃຊ້ຂຽງໜັກປະມານ 4-5 ກິໂລກຼາມ ທຸບໃສ່ຫົວຜົວ-ເມຍ ຜູ້ລະ 1 ບາດ ເມື່ອຜົວ-ເມຍຮ້ອງຍ້ອນເຈັບປວດ ຈຳເລີຍກໍຕີຫົວອີກຜູ້ລະ 1 ບາດ ທັງ 2 ຄົນໄດ້ໝົດສະຕິໄປ ແລະ ເສຍຊີວິດໃນເວລາຕໍ່ມາ; ຫຼັງຈາກນັ້ນ ຈຳເລີຍໄດ້ຄົ້ນເອົາເງິນ ຈໍານວນ 3.124.000 ກີບ ແລ້ວຫຼົບໜີ.
ຕໍ່ມາໃນເດືອນດຽວກັນ, ຈໍາເລີຍໄດ້ໄປຫຼິ້ນຢູ່ແຄມຂອງ ເຂດສວນເຈົ້າອານຸວົງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ເຫັນຄົນຫວຽດນາມໃສ່ສາຍຄໍຄໍາ ຈຶ່ງເຂົ້າໄປຂໍນັ່ງຫຼິ້ນນໍາ. ຈຳເລີຍ, ມີຄວາມຍາກໄດ້ ຈຶ່ງໃຊ້ວິທີຊັກຊວນຄົນຫວຽດນາມ ໄປເສບຢາບ້າຢູ່ແຄມນໍ້າຂອງ ພໍຍ່າງໄປຮອດຈຳເລີຍ ກໍໃຊ້ມີດທີ່ກຽມມາ ຍາວປະມານ 10 ຊັງຕີແມັດ ແທງເຂົ້າທາງຫຼັງຄົນຫວຽດນາມ ປະມານ 10 ກວ່າບາດ ເຮັດໃຫ້ຄົນຫວຽດນາມລົ້ມລົງ ຈາກນັ້ນກໍດຶງເອົາສາຍຄໍຄຳ ພ້ອມເງິນຈຳນວນ 240.000 ກີບ ແລ້ວແກ່ລາກເອົາຄົນຫວຽດນາມ ລົງນໍ້າຂອງແລ້ວຫຼົບໜີໄປແຂວງຊຽງຂວາງ, ຕໍ່ການຄາດຕະກໍາຄົນຫວຽດນາມ ນັ້ນແມ່ນບໍ່ທັນມີຂໍ້ມູນລະອຽດ ແລະ ກໍບໍ່ມີການແຈ້ງຄວາມຈາກພີ່ນ້ອງຂອງຜູ້ຖືກເສຍຫາຍ.
Subscribe to:
Post Comments
(
Atom
)
Post a Comment