Home ສຸຂະພາບ ວິທີການປັບອາລົມແບບຮີບດ່ວນ… ໃຫ້ອາລົມດີຂຶ້ນ
ວິທີການປັບອາລົມແບບຮີບດ່ວນ… ໃຫ້ອາລົມດີຂຶ້ນ
April 20, 2019 0
ມີສະຖານະການຫລວງຫລາຍທີ່ມີສິ່ງເຮັດໃຫ້ເຮົາເຈັບ, ເຮັດໃຫ້ລຳຄານຈົນເຮັດໃຫ້ເຮົາມີອາລົມບໍ່ດີໃນທີ່ສຸດ ຈາກສະພາບແວດລ້ອມທີ່ກ່າວມານັ້ນ ຕໍ່ໄປເຮົາຈະມາບອກເຖິງວິທີປັບອາລົມໃຫ້ສົດໃສຂຶ້ນດັ່ງນີ້:-ຟັງເພງ: ນີ້ເປັນໜຶ່ງເຕັກນິກໃນການຫລຸດຄວາມເຄັ່ງຄຽດແບບຮີບດ່ວນທີ່ສຸດ ໂດຍການຟັງເພງທີ່ທ່ານມັກ ເພາະສຽງເພງນັ້ນບໍ່ໄດ້ຊ່ວຍແຕ່ເຮັດໃຫ້ທ່ານໃຈເຢັນເທົ່ານັ້ນ, ແຕ່ຍັງສາມາດຊ່ວຍປັບອາລົມຂຸ່ນມົວໃຫ້ສົດໃສຂຶ້ນໄດ້ໄວ ນອກຈາກນີ້, ກໍ່ເຮັດໃຫ້ທ່ານເພີດເພີນ ແລະ ຊ່ວຍຜ່ອນຄາຍໃນສິ່ງທີ່ລົບກວນຈິດໃຈຂອງທ່ານໄດ້ເປັນຢ່າງດີ.
-ດື່ມກາເຟ ຫລື ຊາຈັກຈອກ: ຖ້າໃນຕອນນີ້ບໍ່ແມ່ນເວລາທີ່ທ່ານຈະກັບໄປເຮືອນໄດ້ ໂດຍໃນຕອນທີ່ທ່ານຫາກໍ່ຜິດກັບໝູ່ ຫລື ຄອບຄົວມາ ທ່ານຄວນຫາກາເຟ ຫລື ຊາຈັກຈອກໄປນັ່ງດື່ມໃນຮ້ານທີ່ທ່ານມັກໂດຍທັນທີ ເຊິ່ງກິ່ນຫອມຂອງເຄື່ອງດື່ມຈະຊ່ວຍໃຫ້ທ່ານຮູ້ສຶກດີຂຶ້ນຈົນລືມເລື່ອງທີ່ເຮັດໃຫ້ທ່ານໝຸດໝັດໄປໄດ້ເລີຍ.
-ລົມກັບໝູ່ຮັກ: ຖ້າໃນຕອນນີ້ທ່ານກຳລັງທໍ້ໃຈ ແລະ ຮູ້ສຶກບໍ່ດີຫລາຍແທ້ໆ ໃຫ້ຟ້າວຈັບໂທລະສັບ ຫລື ຟ້າວໄປຫາໝູ່ຮັກຂອງທ່ານ ແລະ ລະບາຍຄວາມໃຈຮ້າຍ ຫລື ຄວາມຄຽດຊັງຂອງທ່ານທັນທີ ເຕັກນິກນີ້ບໍ່ໄດ້ຊ່ວຍແຕ່ເຮັດໃຫ້ທ່ານໃຈເຢັນຂຶ້ນເທົ່ານັ້ນ ທັງຍັງຊ່ວຍໃຫ້ອາລົມຂອງທ່ານກັບມາດີຂຶ້ນຢ່າງໄວວານຳອີກ ເຊິ່ງໝູ່ແມ່ນຄົນທີ່ຈະຊ່ວຍເຫລືອທ່ານໄດ້ດີທີ່ສຸດໃນຍາມທີ່ເຮົາຕ້ອງການໃຜຈັກຄົນຄອຍຮັບຟັງ.
-ຊັອກໂກແລັດ: ຈັບຂຶ້ນມາກິນຈັກທ່ອນຈະຊ່ວຍຫລຸດຜ່ອນຄວາມເຄັ່ງຄຽດ ແລະ ຊ່ວຍໃຫ້ທ່ານຮູ້ສຶກສົດຊື່ນ. ໃນທາງວິທະຍາສາດນັ້ນ ຊັອກໂກແລັດ ໂດຍສະເພາະແມ່ນຊັອກໂກແລັດດຳ ເປັນທີ່ຮູ້ຈັກກັນວ່າຈະຊ່ວຍຫລຸດລະດັບຮໍໂມນຄວາມເຄັ່ງຄຽດໃນຮ່າງກາຍ ແລະ ມີຜົນໃນການຊ່ວຍປັບອາລົມໃຫ້ດີຂຶ້ນໄດ້.
-ເຂົ້າຫາທຳມະຊາດ: ໄປຍ່າງຫລິ້ນໃນສວນ ຫລື ຕາມແຄມນ້ຳ ເພາະທຳມະຊາດສາມາດຊ່ວຍໃຫ້ຈິດໃຈຂອງທ່ານຮູ້ສຶກສະຫງົບຂຶ້ນໃນທັນທີ, ສືບອາກາດສົດຊື່ນເຂົ້າປອດ ແລະ ການເບິ່ງທຳມະຊາດອັນຈົບງາມຊ່ວຍໃຫ້ທ່ານຜ່ອນຄາຍທັງຮ່າງກາຍ ແລະ ຈິດໃຈ, ບັນດາດອກໄມ້ສົດ, ຝູງນົກບິນ, ຫຍ້າຂຽວ, ນ້ຳສີຟ້າສົດໃສ. ສາມາດຊ່ວຍໃຫ້ມື້ທີ່ໜ້າເບື່ອໜ່າຍຂອງທ່ານກັບມາມີຊີວິດຊີວາຂຶ້ນອີກເທື່ອໜຶ່ງໄດ້.
--------------------------------
Subscribe to:
Post Comments
(
Atom
)

Post a Comment