Home ເມົາແລ້ວຂັບ ນະຄອນຫຼວງແຈ້ງ 1 ກໍລະກົດ 2019 ເປັນຕົ້ນໄປ! ເມົາແລ້ວຂັບ ຖືກປັບ 20 ເທົ່າແນ່ນອນ
ນະຄອນຫຼວງແຈ້ງ 1 ກໍລະກົດ 2019 ເປັນຕົ້ນໄປ! ເມົາແລ້ວຂັບ ຖືກປັບ 20 ເທົ່າແນ່ນອນ
April 25, 2019 0
ນະຄອນຫຼວງວຽງຈັນ: ປກສ ນະຄອນຫຼວງວຽງຈັນ ຖະແຫຼງການຢ່າງເປັນທາງການວ່າ ເລີ່ມແຕ່ວັນທີ 1 ກໍລະກົດ 2019 ເປັນຕົ້ນໄປ, ການປັບໄໝ 20 ເທົ່າຕໍ່ຜູ້ດື່ມສິ່ງມຶນເມົາເກີນກໍານົດແລ້ວຂັບຂີ່ພາຫະນະຢູ່ນະຄອນຫລວງວຽງຈັນ ຕາມຂໍ້ຕົກລົງຂອງເຈົ້າຄອງນະຄອນຫລວງວຽງຈັນ ສະບັບເລກທີ 1323/ຈນວ, ລົງວັນທີ 21 ທັນວາ 2018 ຈະເລີ່ມຈັດຕັ້ງປະຕິບັດຢ່າງເປັນທາງການ. ຂະນະທີ່ ພະແນກຕຳຫລວດຈະລາຈອນ ນະຄອນຫລວງວຽງຈັນ ຢັ້ງຢືນວ່າ: ຈະມີມາດຕະການຢ່າງເຂັ້ມງວດທີ່ສຸດ ເພື່ອຮັບປະກັນບໍ່ໃຫ້ເກີດບັນຫາເຈົ້າໜ້າທີ່ຕຳຫລວດຈະລາຈອນທີ່ບໍ່ດີຈຳນວນໜຶ່ງເຮັດຜິດລະບຽບດ້ວຍການຮັບເງິນຈາກຜູ້ຂັບຂີ່ພາຫະນະທີ່ເຮັດຜິດລະບຽບຈະລາຈອນ.
ທ່ານພັນໂທ ເພັງສະຫວັນ ທໍາມະບູນ, ຫົວໜ້າພະແນກຕຳຫລວດຈະລາຈອນນະຄອນຫລວງວຽງຈັນ ແຈ້ງໃຫ້ຮູ້ໃນໂອກາດຖະແຫລງຂ່າວກ່ຽວກັບສະພາບອຸບັດຕິເຫດທີ່ເກີດຂຶ້ນຢູ່ນະຄອນຫລວງວຽງຈັນໃນໄລຍະປີໃໝ່ລາວ ພສ 2562 ເມື່ອບໍ່ດົນມານີ້ ວ່າ: ໃນໄລຍະຜ່ານມາ, ໄດ້ມີຫາງສຽງເກີດຂຶ້ນຈຳນວນບໍ່ຫນ້ອຍກ່ຽວກັບບັນຫາເຈົ້າໜ້າທີ່ຕຳຫລວດຈະລາຈອນຢູ່ນະຄອນຫລວງວຽງຈັນ ຮັບເອົາເງິນຈາກຜູ້ຂັບຂີ່ພາຫະນະ ໃນກໍລະນີທີ່ເຮັດຜິດກົດລະບຽບຈາລະຈອນ. ຜ່ານການກວດກາຕົວຈິງເຫັນວ່າ ມີເຈົ້າໜ້າທີ່ຕຳຫລວດຈະລາຈອນຈຳນວນໜຶ່ງເຮັດຜິດລະບຽບແທ້ ຈຶ່ງໄດ້ກ່າວຕັກເຕືອນ, ສຶກສາອົບຮົມ ແລະ ໃຫ້ຂຽນໃບສຳຫລວດຕົນເອງຕາມແຕ່ລະກໍລະນີໜັກເບົາ. ດັ່ງນັ້ນ, ເມື່ອການຈັດຕັ້ງປະຕິບັດມາດຕະການປັບໄໝ 20 ຈະໄດ້ເລີ່ມຕົ້ນຢ່າງເປັນທາງການ ນັບແຕ່ວັນທີ 1 ກໍລະກົດ 2019 ເປັນຕົ້ນໄປນັ້ນ, ມັນຈຶ່ງຖືເປັນບັນຫາໜຶ່ງທີ່ໜ້າເປັນຫ່ວງ ເພາະຖ້າບໍ່ມີການຄຸ້ມຄອງໃນການຈັດຕັ້ງປະຕິບັດທີ່ດີ, ມາດຕະການປັບໄໝນີ້ຈະກາຍເປັນເຄື່ອງມືໃຫ້ເຈົ້າໜ້າທີ່ຕຳຫລວດຈະລາຈອນທີ່ບໍ່ດີຈຳນວນໜຶ່ງສວຍໃຊ້ໜ້າທີ່ຕຳແໜ່ງເພື່ອຫາຜົນປະໂຫຍດສ່ວນຕົວ.
ຕໍ່ບັນຫານີ້ ທາງຄະນະພັກຄະນະພັກ-ຄະນະບັນຊາ ກໍ່ຄື ກອງບັນຊາການປ້ອງກັນຄວາມສະຫງົບນະຄອນຫລວງວຽງຈັນ ຈະມີມາດຕະການຕ່າງໆ ເພື່ອຄຸ້ມຄອງ ກໍ່ຄື ຕິດຕາມກວດກາການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຂອງເຈົ້າໜ້າທີ່ຕຳ ຫລວດຈະລາຈອນທຸກຄົນ; ຖ້າພົບເຫັນເຈົ້າໜ້າທີ່ຕຳຫລວດຈະລະຈອນສວຍໃຊ້ໜ້າທີ່ຕຳແຫນ່ງ ເພື່ອຫາຜົນປະໂຫຍດສ່ວນຕົວຈາກມາດຕະການປັບໄໝ 20 ເທົ່າ ຫລື 10 ເທົ່າ ແລະ ກໍລະນີອື່ນໆ ຕາມທີ່ເຄີຍປະຕິບັດກັນມາ, ກໍ່ຈະມີມາດຕະການລົງໂທດຕາມລະບຽບກົດໝາຍຢ່າງເຂັ້ມງວດທີ່ສຸດ.
ທ່ານຫົວໜ້າພະແນກຕຳຫລວດຈະລາຈອນນະຄອນຫລວງວຽງຈັນ ໃຫ້ຮູ້ຕື່ມວ່າ: ຫາງສຽງທີ່ເກີດຂຶ້ນກັບເຈົ້າໜ້າທີ່ຕຳຫລວດຈະລາຈອນນະຄອນຫລວງວຽງຈັນ ຜ່ານສື່ສັງຄົມອອນລາຍໃນໄລຍະຜ່ານມາ ມີທັງຫາງສຽງທີ່ເປັນຄວາມຈິງ ແລະ ບໍ່ເປັນຄວາມຈິງ; ດັ່ງນັ້ນ, ທຸກຄົນໃນສັງຄົມຈຶ່ງຄວນພິຈາລະນາໃຫ້ດີ, ກ່ອນທີ່ຈະເຊື່ອຖື ຫລື ແຊສົ່ງຕໍ່ ເຫດການທີ່ເກີດຂຶ້ນນັ້ນໆ, ທັງນີ້ກໍ່ເພື່ອບໍ່ໃຫ້ກຸ່ມຄົນບໍ່ດີສວຍໃຊ້ສື່ສັງຄົມອອນລາຍສ້າງຄວາມປັ່ນປວນພາຍໃນສັງຄົມລາວ.
ໃນກໍລະນີທີ່ພົບເຫັນເຈົ້າໜ້າທີ່ຕຳຫລວດຈະລາຈອນເຮັດຜິດລະບຽບ ຫລື ຮັບເງິນຈາກຜູ້ຂັບຂີ່ພາຫະນະທີ່ຜິດກົດລະບຽບຈະລາຈອນ ຫລື ກໍລະນີອື່ນໆ, ກໍ່ຂໍໃຫ້ຈົດຊື່ ແລະ ບັນທຶກຂໍ້ມູນທີ່ກ່ຽວຂ້ອງລະອຽດ ແລ້ວສະເໜີໄປຍັງພາກສ່ວນກ່ຽວຂ້ອງຂອງພະແນກຕຳຫລວດຈະລາຈອນນະຄອນຫລວງວຽງຈັນ ເພື່ອຮັບຊາບ ແລະ ແກ້ໄຂຕາມຄວາມ ເປັນຈິງ ແລະ ຄວາມເໝາະສົມ.
ໂດຍ: ບຸນຕຽງ ຈັນທະວົງ
--------------------------------
Subscribe to:
Post Comments
(
Atom
)



Post a Comment