Home ລັດຖະບານ ຮອງປະທານປະເທດ ຕ້ອນຮັບເລຂາທິການສະພາຄວາມໝັ້ນຄົງ ສະຫະພັນຣັດເຊຍ
ຮອງປະທານປະເທດ ຕ້ອນຮັບເລຂາທິການສະພາຄວາມໝັ້ນຄົງ ສະຫະພັນຣັດເຊຍ
April 26, 2019 0
ຂປລ. ວັນທີ 26 ເມສາ 2019 ທ່ານ ພັນຄໍາ ວິພາວັນ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ນີໂກເລ ປາຕຣູເຊັບ (Nikolay P.PATRUSHEV) ເລຂາທິການສະພາຄວາມໝັ້ນຄົງ ສະຫະພັນຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 25-26 ເມສາ 2019 ນີ້.
ໂອກາດດັ່ງກ່າວ, ທ່ານ ພັນຄຳ ວິພາວັນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ທ່ານ ນີໂກເລ ປາຕຣູເຊັບ ທີ່ໄດ້ນຳພາຄະນະ ເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການຮັດແໜ້ນການພົວພັນຮ່ວມມື ໃນທຸກຂົງເຂດວຽກງານ ລະຫວ່າງສອງປະເທດ ລາວ-ຣັດເຊຍ ໃຫ້ໄດ້ຮັບການພັດທະນາ ແລະ ສືບຕໍ່ໃຫ້ການສະໜັບສະໜູນ, ຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ຕະຫລອດໄປ.
ພາບແລະຂ່າວ: ຂ່າວສານປະເທດລາວ
--------------------------------
Subscribe to:
Post Comments
(
Atom
)

Post a Comment