Home ໄພສັງຄົມ ທຳຮ້າຍຮ່າງກາຍແມ່ ອາຍຸ 60 ປີ ຈົນເສຍຊີວິດ! ຍ້ອນຕິດຢາເສບຕິດ
ທຳຮ້າຍຮ່າງກາຍແມ່ ອາຍຸ 60 ປີ ຈົນເສຍຊີວິດ! ຍ້ອນຕິດຢາເສບຕິດ
April 26, 2019 0

ທ້າວ ສອນທິໄຊ ຫຼື ກີໂລຍ ອາຍຸ 29 ປີ ຢູ່ບ້ານໂນນສະອາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເສບຢາເສບຕິດເປັນອາຈິນ, ເປັນລູກທໍລະພີ, ມີພຶດຕິກຳອາລະວາດໃຊ້ຄວາມຮຸນແຮງກັບຄອບຄົວ, ຖືກສຶກສາອົບຮົມ ແລະ ນຳໄປດັດສ້າງຫຼາຍຄັ້ງແຕ່ບໍ່ເຂັດລາບ; ຄັ້ງນີ້, ໄດ້ທຳຮ້າຍ ຮ່າງກາຍແມ່ ອາຍຸ 60 ປີ ຈົນເສຍຊີວິດ ໃນວັນທີ 5 ເມສາທີ່ຜ່ານມາ.
ຄະດີດັ່ງກ່າວນີ້, ເປັນອຸທາຫອນໃຫ້ກັບຄອບຄົວທີ່ມີຜູ້ເສບຢາເສບຕິດ ໂດຍສະເພາະຢາບ້າ ທີ່ເຮັດໃຫ້ຜູ້ເສບຂາດສະຕິຄວບຄຸມຕົວເອງບໍ່ໄດ້, ມັກໃຊ້ຄວາມຮຸນແຮງກັບຄອບຄົວ ແລະ ຄົນໃກ້ຕົວ ເຖິງຈະມີການສຶບສາອົບຮົມ ແລະ ນຳຕົວໄປປິ່ນປົ່ວ ຫຼື ດັດສ້າງຫຼາຍຄັ້ງກໍຕາມ ແຕ່ກະບໍ່ສາມາດປ່ຽນແປງຜູ້ທີ່ເສບໄດ້ໝົດ; ສະນັ້ນ, ຜູ້ທີ່ຢູ່ໃນຄອບຄົວດຽວກັນຕ້ອງມີສະຕິໃນການເບິ່ງແຍງສະມາຊິກໃນຄອບຄົວໃຫ້ດີ.
ດັ່ງຄະດີລູກທໍລະພີ ທີ່ເສບຢາເສບຕິດ, ອາລະວາດຄອບຄົວທໍາຮ້າຍຮ່າງກາຍແມ່, ຈູດເຄື່ອງຂອງຢູ່ໃນເຮືອນຫຼາຍຄັ້ງ ແລະ ຖືກສຶກສາອົບຮົມຢູ່ຂັ້ນບ້ານ, ປກສ ກຸ່ມ, ຖືກນໍາໄປດັດສ້າງຫຼາຍຄັ້ງ ເມື່ອອອກມາກໍເຮັດຄືເກົ່າ, ຫຼ້າສຸດນີ້ ລູກທໍລະພີຄົນນີ້ໄປຫຼິ້ນເກມກັບເດິກ ບວກກັບເສບຍາບ້າ ໄດ້ຜິດຖຽງກັບແມ່ ຈົນທຳຮ້າຍຮ່າງກາຍແມ່ເຖິງຂັ້ນເສຍຊີວິດ ແລະ ຖືກເຈົ້າໜ້າທີ່ກັກຕົວດຳເນີນຄະດີ.

ຕາມການໃຫ້ການຂອງພະຍານທີ່ຢູ່ເຮືອນໃກ້ຄຽງ ໃຫ້ຮູ້ວ່າ: ວັນທີ 5 ເມສາ 2019, ທີ່ເຮືອນຂອງ ນາງ ທຸມມາ (ຜູ້ເສຍຊີວິດ) ອາຍຸ 60 ເວລາປະມານ 24:20 ໂມງ ໄດ້ຍິນສຽງ ນາງ ທຸມມາ ຮ້ອງຂໍຄວາມຊ່ວຍເຫຼືອຈາກປະຊາຊົນວ່າ: “ຊ່ວຍແດ່ໄທບ້ານໄທເມືອງເອີຍ” ຈາກນັ້ນ ໄດ້ຍິນສຽງລູກທໍລະພີຄົນນີ້ຮ້ອງຂຶ້ນວ່າ: “ບໍ່ມີໃຜຊອ່ຍ ມຶງດອກ” ແລະ ໄດ້ຍິນສຽງຄ້າຍຄືເອົາ ວັດຖຸແຂງຕີແມ່ປະມານ 3-4 ບາດ, ເມື່ອເປັນຄືແນວນັ້ນ ພະຍານທີ່ຈອບເບີ່ງແຕ່ບໍ່ເຫັນຫຍັງ ໄດ້ຍິນສຽງລູກທໍລະພີ ເວົ້າໃຫ້ແມ່ດ້ວຍຖ້ອຍຄຳບໍ່ສຸພາບ ແລະ ຈົ່ມຄົນດຽວ, ຈາກນັ້ນ ພະຍານໄດ້ໂທລະສັບແຈ້ງອຳນາດການຈັດຕັ້ງບ້ານໂນນສະອາດ, ຜ່ານໄປປະມານ 40 ນາທີ ເຫັນ ນາງ ຄອນດາໄລ (ລູກສາວຂອງຜູ້ເສຍຊີວິດ) ກັບຊາຍ 1 ຄົນ ເຂົ້າມາເຮືອນ.

ນາງ ຄອນດາໄລ ໃຫ້ຮູ້ວ່າ: ວັນທີ 2 ເມສາ 2019 ທ້າວ ສອນທິໄຊ (ຜູ້ເປັນອ້າຍ) ໂວຍວາຍອາລະວາດຜິດກັບທຸກຄົນຢູ່ໃນຄອບຄົວ ຕົນກໍໄດ້ແຈ້ງໃຫ້ເຈົ້າໜ້າທີ່ ປກສ ກຸ່ມທ່າງ່ອນ ຮັບຮູ້ແລ້ວ, ມາວັນທີ 4 ເມສາ 2019 ແມ່ໄດ້ໂທລະສັບຫາວ່າ: ອ້າຍຂໍເງິນນໍາແມ່ 100.000 ກີບ ແຕ່ແມ່ເອົາໃຫ້ 50.000 ກີບ ແລະ ຍັງເວົ້າອີກວ່າ: ຊິຕາຍ ຫຼື ຍັງກໍບໍ່ຮູ້ ເມື່ອແມ່ວາງສາຍ, ໃນເວລານັ້ນຕົນເອງແມ່ນຢູ່ບ້ານອຸດົມຜົນ ເມືອງໄຊທານີ ຮອດເວລາ 1:00 ໂມງ ຂອງວັນ 5 ເມສາ ອ້າຍໄດ້ຊ໋ອດໂທລະສັບຫາ ຈຶ່ງໄດ້ໂທກັບຫາອ້າຍ ພ້ອມທາງບອກຕົນວ່າພາແມ່ໄປໂຮງໝໍແດ່ເມື່ອມາຮອດເຮືອນ ເຫັນອ້າຍນັ່ງກອດແມ່ທີ່ໝົດສະຕິຢູ່ ແລະ ບໍ່ປາກ-ບໍ່ເວົ້າຫຍັງ ຍັງ ພົບເຫັນຮ່ອງຮອຍທີ່ອ້າຍເອົານໍ້າ ແລະ ຜ້າເຊັດລ້າງຄາບເລືອດຢູ່ພື້ນເຮືອນທັງດ້ານໃນ ແລະ ນອກເຮືອນ ຈຶ່ງແຈ້ງໃຫ້ການຈັດຕັ້ງບ້ານຈັບອ້າຍມາດໍາເນີນຄະດີ.
ລູກທໍລະພີສາລະພາບວ່າ: ວັນທີ 4 ເມສາ 2019 ປະມານເວລາ 17:00 ໂມງ ໄດ້ໄປຊື້ຫົວອາຫານກັບແມ່, ແມ່ໄດ້ຕິດໜີ້ຢາສູບ 1 ຊອງໃຫ້ຕົນ ແລະ ຕົນຍັງຖາມແມ່ວ່າ: ຄືຕິດໜີ້ເງິນເອົາໄປໃສໝົດ, ຮອດເວລາ 19:00 ໂມງ ຂອງວັນດຽວກັນ ໄດ້ຂໍເງິນນໍາແມ່ 20.000 ກີບ ແຕ່ແມ່ເອົາໃຫ້ 19.000 ກີບ; ຈາກນັ້ນ, ໄດ້ໄປຫຼິ້ນເກມຢູ່ເຂດບ້ານໂນນສະອາດ ແລະ ຊື້ຢາບ້ານຳໄວລຸ້ນ 1 ເມັດມາເສບ, ຮອດເວລາ 24:00 ໂມງ ກໍກັບມາເຮືອນ ແລະ ຮ້ອງບອກໃຫ້ແມ່ໄຂປະຕູໃຫ້, ແມ່ໄດ້ເວົ້າວ່າ: “ໄປເຮັດຫຍັງມາ ຄືເດິກແທ້”? ຕົນກໍເວົ້າໃຫ້ແມ່ວ່າຊິຈົ່ມເຮັດຫຍັງອີກ ຈຶ່ງມີການຜິດຖຽງກັນຫຼາຍເລື່ອງ, ຕົນໃຈຮ້າຍ ຈຶ່ງຢ່າງໄປຕີໜ້າແມ່ດ້ວຍກໍາປັ້ນທັງສອງເບື້ອງ ປະມານ 4-5 ບາດ, ຕີປາກ 2-3 ບາດ ແມ່ໄດ້ແລ່ນອອກໄປໜ້າບ້ານຮ້ອງຂໍຄວາມຊ່ວຍເຫຼືອຈາກເຮືອນອ້ອມຂ້າງ, ຕົນໄດ້ດຶງແຂນແມ່ເຂົ້າເຮືອນ ເອົາກຳປັ້ນເບື້ອງຂວາຕີບໍລິເວນຫົວ ປະມານ 5-6 ບາດ ແມ່ລົ້ມລົງ ແລະ ໄດ້ເຕະຂ້າງເບື້ອງຂວາແມ່ 7-9 ບາດ ຈົນເລືອດໄຫຼອອກປາກ ແລະ ບໍລິເວນຫົວ; ຈາກນັ້ນ, ໄດ້ເອົາແພມາເຊັດຄາບເລືອດຢູ່ບໍລິເວນພື້ນເຮືອນ ແລະ ຕາມໃບໜ້າຂອງແມ່ ໃນຂະນະນັ້ນ ແມ່ບອກໃຫ້ຕົນໂທຫານ້ອງສາວ (ນາງ ຄອນດາໄລ) ຈຶ່ງໄດ້ຊ໋ອດໂທລະສັບຫານ້ອງສາວ ມາຮັບເອົາແມ່ໄປໂຮງໝໍ, ເມື່ອນ້ອງສາວມາຮອດ ຕົນກໍອຸ້ມແມ່ອອກຈາກເຮືອນຊິພາໄປໂຮງໝໍ ຈຶ່ງຖືກການຈັດຕັ້ງບ້ານກັກຕົວ ແລະ ຜູ້ເປັນແມ່ໄດ້ເສຍຊີວິດໃນເວລາຕໍ່ມາ.
ໂດຍ: ສາຍນ້ຳແມດ (ນສພ ຄວາມສະຫງົບ)
Subscribe to:
Post Comments
(
Atom
)
Post a Comment