Home ວັນກໍາມະກອນສາກົນ ເຊກອງ ຈັດງານມູນເຊື້ອວັນກໍາມະກອນ ຄົບຮອບ 133 ປີ
ເຊກອງ ຈັດງານມູນເຊື້ອວັນກໍາມະກອນ ຄົບຮອບ 133 ປີ
April 30, 2019 0
ເຊກອງ: ໃນວັນທີ 30 ເມສາ 2019 ນີ້ ສະຫະພັນກໍາມະບານແຂວງເຊກອງ ໄດ້ຈັດພິທີເຊື່ອມຊຶມວັນກໍາມະກອນສາກົນ ຄົບຮອບ 133 ປີ ( 1/5/1886-15/2019 ) ຂຶ້ນຢູ່ທີ່ສະໂມສອນຂອງແຂວງ
ໂດຍການເປັນປະທານຂອງທ່ານ ສີດາ ສຸວັນນະສາຍ ຮອງເຈົ້າແຂວງ, ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ , ມີທ່ານ ວົງເດືອນ ຈັນທະບຸດຊຽງ ປະທານສະຫະພັນກໍາມະບານແຂວງ,ພ້ອມດ້ວຍຄະນະບໍລິຫານງານສະຫະພັນກໍາມະບານແຂວງ ແລະຕາງໜ້າໃຫ້ສະມາຊິກກໍາມະບານ ຈາກຮາກຖານໜ່ວຍອ້ອມຂ້າງແຂວງເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ສີດາ ສຸວັນນະສາຍ ຮອງເຈົ້າແຂວງ-ແຂວງເຊກອງ ໄດ້ໃຫ້ກຽດເລົ່າຄືນເຖິງປະຫວັດແຫ່ງການກໍາເນີດ, ການເຕີບໃຫຍ່ຂະຫຍາຍຕົວ, ທາດແທ້ ແລະ ມູນເຊື້ອອັນສະຫງ່າງາມຂອງຂະບວນການກໍາມະກອນສາກົນ ກໍຄືກໍາມະກອນລາວໃນແຕ່ລະໄລຍະ.
ໃນໂອກາດນີ້ ທ່ານ ສີດາ ສຸວັນນະສາຍ ໄດ້ກ່າວຕື່ມວ່າ: ການເຊື່ອມຊຶມໃນຄັ້ງນີ້ ກໍເພື່ອເປັນການປຸກລະດົມໃຫ້ສະມາຊິກກໍາມະບານ, ກໍາມະກອນ ແລະຊາວຜູ້ອອກແຮງງານ ໂດຍສະເພາະແມ່ນພະນັກງານ-ລັດຖະກອນທຸກຄົນ ເຫັນໄດ້ຄວາມໝາຍຄວາມສໍາຄັນຂອງວັນທີ 1 ພຶດສະພາ ແລະ ທັງເປັນການຍົກລະດັບຄວາມຮູ້,ຄວາມເຂົ້າໃຈຕໍ່ວຽກງານກໍາມະບານຫຼາຍຂຶ້ນ, ເພື່ອແນໃສ່ຄົ້ນຄວ້າຮໍ່າຮຽນກົດໝາຍຂອງລັດ, ກົດໝາຍຂອງກໍາມະບານລາວ ທັງນີ້ເພື່ອເຮັດໃຫ້ອົງການຈັດຕັ້ງກໍາມະບານລາວມີຄວາມເຕີບໃຫຍ່ເຂັ້ມແຂງທາງດ້ານປະລິມານ ແລະຄຸນນະພາບຂຶ້ນເລື້ອຍໆ.
ນອກນີ້ຜູ້ເຂົ້າຮ່ວມທຸກຄົນ ຍັງໄດ້ພ້ອມກັນຍ່າງເພື່ອສຸຂະພາບຕື່ມອີກ
ພາບ-ຂ່າວ: ພຸດທະສອນ
--------------------------------
Subscribe to:
Post Comments
(
Atom
)





Post a Comment