ບໍລິສັດຫ້ວຍລຳພັນພາວເວີ້ຈຳກັດມອບເງິນຊົດເຊີຍໃຫ້ປະຊາຊົນທີ່ຖືກຜົນກະທົບຈາກໂຄງການກໍ່ສ້າງເຂື່ອນໄຟຟ້າຫ້ວຍລຳພັນຕອນລຸ່ມ ລວມມູນຄ້າ 811 ລ້ານ ກວ່າກີບ



ພິທີມອບເງິນຊົດເຊີຍໃຫ້ປະຊາຊົນ ທີ່ຖືກຜົນກະທົບຈາກການສ້າງເຂື່ອນໄຟຟ້າຫ້ວຍລຳພັນຕອນລຸ່ມ ໂດຍສະເພາະແມ່ນດິນການຜະລິດກະສິກຳ ແລະ ດິນທີ່ຖືກແລວສາຍສົ່ງ115 ກິໂລໂວນ(KV). ພິທີດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 25 ທັນວາ 2018ນີ້: ຢູ່ທີ່ຫ້ອງປະຊຸມທະນາຄານການຄ້າຕ່າງປະເທດລາວສາຂາແຂວງເຊກອງ ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງທ່ານ ນາງຄຳເສັງ ທຸມມະວົງສາ ຮອງເຈົ້າເມືອງໆລະມາມ, ມີທ່ານ ພອນເພັດ ເພັດຕະກຸນ ຫົວໜ້າບໍລິສັດ ຫ້ວຍລຳພັນພາວເວີ້ຈຳກັດ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງ ຈາກໂຄງການດັ່ງກ່າວ, ຈາກເມືອງ, ຈາກແຂວງ ແລະ ຕ່າງໜ້າປະຊາຊົນທີ່ຖືກຜົນກະທົບເຂົ້າຮ່ວມຢ່າງພ້ອມພຽງ.




ທ່ານ ນ. ຄຳເສັງ ທຸມມະວົງສາ ຮອງເຈົ້າເມືອງໆລະມາມ ໃຫ້ຮູ້ວ່າ: ເພື່ອເປັນປະຕິບັດຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະບັບເລກທີ 74/ຈຂ ຊກ ລົງວັນທີ 9 ເມສາ 2018 ວ່າດ້ວຍການຮັບຮອງເອົາລາຄາ ຫົວໜ່ວຍທົດແທນຜົນເສຍຫາຍ ໃຫ້ແກ່ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບ ຈາກບັນດາການລົງທຶນພາຍໃນແຂວງເຊກອງ ເຊິ່ງມີ ພາກສ່ວນທີຖືກຜົນກະທົບ ໃນສ້າງເຂື່ອນໄຟຟ້າຫ້ວຍລຳພັນຕອນລຸ່ມ ປະກອບມີ 2 ບ້ານຄື: ບ້ານຕອກສະໝິງ ແລະ ບ້ານລະວີລຳພັນ ເມືອງລະມາມ ແຂວງເຊກອງ ລວມມີ 46 ຄອບຄົວ,


ໃນນີ້ສຳລັບການເບີກຈ່າຍເງິນຊົດເຊີຍ ທາງຄະນະກຳມະການ ໄດ້ລົງຕິດຕາມກວດກາພື້ນທີ່ຄວາມເສຍຫາຍແຕ່ລະຫົວໜ່ວຍຂອງຄອບຄົວ ແລ້ວຄິດໄລ່ທົດແທນຄ່າເສຍຫາຍຢ່າງສົມເຫດສົມຜົນ ເຊິ່ງມີມູນຄ່າການການທົດແທນຜົນເສຍຫາຍໃຫ້ແກ້ປະຊາຊົນທັງ 2 ບ້ານທັງໝົດ 811,237,000 ກີບ.




ທັງນີ້ກໍ່ເພື່ອແນໃສ່ຮັບປະກັນໃຫ້ຜູ້ທີ່ຖືກຜົນກະທົບ ໄດ້ຮັບການທົດແທນຄ່າເສຍຫາຍຢ່າງສົມເຫດສົມຜົນ ຖືກຕ້ອງ, ໂປ່ງໃສ, ເປີດເຜີຍ ແລະ ຍຸດຕິທຳ, ຈາກນັ້ນຍັງເຮັດໃຫ້ມີອາຊີບທີ່ໝັ້ນຄົງ, ມີຊີວິດການເປັນຢູ່ດີຂຶ້ນກ່ວາເກົ່າ.

ພາບ-ຂ່າວ ໜູໄຊ ສັກພາສິດ

--------------------------------



© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes