Home ອັດຕະປື ສກຂ ອັດຕະປື ເສັງຄັດເລືອກເອົາລັດຖະກອນ ປະຈຳສົກປີ 2018-2019 ຢ່າງໂປ່ງໃສ
ສກຂ ອັດຕະປື ເສັງຄັດເລືອກເອົາລັດຖະກອນ ປະຈຳສົກປີ 2018-2019 ຢ່າງໂປ່ງໃສ
April 30, 2019 0
ພະແນກສຶກສາທິການ ແລະ ກິລາແຂວງອັດຕະປື ( ສກຂ ອັດຕະປື) ເປີດການສອບເສັງຄັດເລືອກເອົາລັດຖະກອນຄູ ແລະ ບໍລິຫານໃໝ່ ປະຈຳສົກປີ 2018-2019 ຢ່າງເປັນທາງການ ໃນຕອນເຊົ້າ ຂອງວັນທີ 30 ເມສາ 2019 ທີ່ຫ້ອງປະຊຸມ ຂອງພະແນກສຶກສາທິການ ແລະ ກິລາ ແຂວງ ໂດຍພາຍໃຕ້ການເປັນຂອງທ່ານ ຄຳພູນ ແກ້ວມາລາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ
ການສອບເສັງຄັ້ງນີ້ ທ່ານຄໍາພູນ ແກ້ວມາລາ ຫົວໜ້າພະແນກສຶກາ່ທິການ ແລະ ກິລາ ໄດ້ໃຫ້ຮູ້ວ່າ: ເປັນການປະຕິບັດຕາມລະບຽບ ກົດໝາຍຂອງລັກຖະກອນ, , ເພື່ອເຮັດໃຫ້ການບັນຈຸລັດຖະກອນຄູໃໝ່ ຂອງຂະແໜງການສຶກສາ ແລະ ກິລາ ຖຶກຕ້ອງຕາມລະບຽບຫລັກກການ, ຮັບປະການຄວາມສະເໝີພາບ,ໂປງໃສ, ຍຸດຕິທຳ ແລະ ຄັດໄດ້ຜູ້ທີ່ຮຽນດີ-ຮຽນເກັ່ງ, ມີຄວາມຮູ້ ຄວາມສາມາດທີ່ແທ້ຈິງ , ມີຄຸນສົມບັດ, ມີຄວາມຮັກອາຊີບຢ່າງແທ້ຈິງ ແລະ ສອດຄ່ອງກັບຄວາມຕ້ອງການຄູຕົວຈິງໃນແຕ່ລະຊັ້ນ, ແຕ່ລະສາຍ, ແລະ ລາຍວິຊາ ທີ່ຍັງຂາດຄູ ໂດຍສະເພາະ ເຂດຫ່າງໄກສອກຫລີກ.
ສໍາລັບຕົວເລກລັດຖະກອນຄູ ແລະ ບໍລິຫານ ຂະແໜງການສຶກສາ ແຂວງອັດຕະປື ສົກນີ້ ຕາມຕົວແບ່ງປັນຈາກກະຊວງສຶກສາທິການ ແລະ ກິລາ ມີ ທັງໝົດ 38 ໂກຕາ ໃນນັ້ນ ລັດຖະກອນຄູ 36 ໂກຕາ ແລະ ບໍລິຫານ 2 ໂກຕາ .
ເຂົ້າຮ່ວມການສອບເສັງຄັດເລືອກຄັ້ງນີ້ ມີນັກສອບເສັງທັງໝົດ 69 ຄົນ, ຍິງ 37 ຄົນ, ຮູບແບບການສອບເສັງ ມີ ພາກທິດສະດີ (ຄວາມຮູ້ດ້ານວິຊາສິເພາະ), ການສຳພາດ ແລະ ການສອນຕົວຈິງ.
Subscribe to:
Post Comments
(
Atom
)










Post a Comment