Home ລັດຖະບານ ຈະລາຈອນ ນະຄອນຫຼວງ ເນັ້ນປະຕິບັດໜ້າທີ່ຢ່າງໂປ່ງໃສ ເພື່ອຫຼີກລ້ຽງຫາງສຽງສັງຄົມ
ຈະລາຈອນ ນະຄອນຫຼວງ ເນັ້ນປະຕິບັດໜ້າທີ່ຢ່າງໂປ່ງໃສ ເພື່ອຫຼີກລ້ຽງຫາງສຽງສັງຄົມ
April 30, 2019 0
ນະຄອນຫຼວງວຽງຈັນ: ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ເປີດຝຶກອົບຮົມວຽກງານວິຊາສະເພາະໃຫ້ຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ຈໍານວນ 60 ສະຫາຍ, ຍິງ 2 ສະຫາຍ ເພື່ອຍົກສູງຄວາມຮູ້-ຄວາມສາມາດ ທາງດ້ານທິດສະດີຂອງວຽກງານຈະລາຈອນໃຫ້ນາຍ ແລະ ພົນຕໍາຫຼວດທີ່ເຮັດວຽກງານຕົວຈິງ ໃຫ້ມີຄວາມຊໍານິຊໍານານ, ສອດຄ່ອງກັບລະບຽບກົດໝາຍແນໃສ່ເຮັດໃຫ້ວຽກງານຈະລາຈອນໄດ້ຮັບການປັບປຸງດ້ານຄຸນນະພາບໃຫ້ສູງຂຶ້ນເລື້ອຍໆ.
ການຝຶກອົບຮົມໃນຄັ້ງນີ້ ພະນັກງານວິຊາການຈາກກົມຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ນໍາເອົາເອກະສານກ່ຽວກັບວຽກງານຄຸ້ມຄອງການສັນຈອນ, ວຽກງານຄຸ້ມຄອງພາຫະນະ ແລະ ການຂັບຂີ່, ວຽກງານໂຄສະນາ,ວຽກງານທາງຫຼວງ-ທາງລົດໄຟ ແລະ ວຽກງານແກ້ໄຂຄະດີອຸບັດຕິ; ມາບັນຍາຍໃຫ້ຕໍາຫຼວດຈະລາຈອນ ປກສ ນະຄອນຫຼວງວຽງຈັນ ໄດ້ຮຽນຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ
ແນໃສຍົກລະດັບຄວາມຮູ້, ຄວາມສາມາດ, ມີທັດສະນະການເມືອງໜັກແໜ້ນ, ມີຄວາມຈົ່ງຮັກພັກດີຕໍ່ພັກ-ລັດ ແລະ ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ, ມີສະຕິລະວັງຕົວຕໍ່ກົນອຸບາຍເລ່ຫຼ່ຽມຂອງພວກສັດຕູ ແລະ ກຸ່ມຄົນບໍ່ດີ, ທັງມີຄວາມຮັບຮູ້ ແລະ ເຂົ້າໃຈເປັນເອກະພາບຕໍ່ແນວທາງນະໂຍບາຍຂອງພັກ-ກົດໝາຍຂອງລັດ ແລະ ວິຊາສະເພາະວຽກງານຈະລາຈອນ ໃນການປະຕິບັດງານຕົວຈິງຢູ່ຫ້ອງຕໍາຫຼວດ ແລະ ບັນດາ ປກສ ເມືອງ ໃນນະຄອນຫຼວງວຽງຈັນ ເພື່ອເຮັດໃຫ້ການແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນຢູ່ຕາມທ້ອງຖະໜົນຫຼວງຫຼຸດໜ້ອຍຖອຍລົງເທື່ອລະກ້າວ.
ການຝຶກອົບຮົມດັ່ງກ່າວ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 29 ເມສາ 2019, ຢູ່ສະໂມສອນຊັ້ນ 4 ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໂດຍຈະດໍາເນີນໄປເປັນເວລາ 5 ວັນ ( 29 ເມສາ - 3 ພຶດສະພາ 2019 ) ພາຍໃຕ້ການເປັນປະທານຂອງ ພັທ ຈັນຫອມ ແກ້ວສຸລະໄຊ ຮອງຫົວໜ້າກອງບັນຊາການ ຫົວໜ້າຫ້ອງຕໍາຫຼວດ ປກສ ນວ ໃຫ້ກຽດເຂົ້າຮ່ວມ ພັທ ຄໍາເຫຼັກ ໄຊຍະສິດ ຮອງຫົວໜ້າກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ, ມີບັນດາຫົວໜ້າ-ຮອງພະແນກຈະລາຈອນ ແລະ ນັກສໍາມະນາກອນເຂົ້າຮ່ວມ 60 ສະຫາຍ.
--------------------------------
Subscribe to:
Post Comments
(
Atom
)




Post a Comment