Home ຢາເສບຕິດ ຜູ່ຕິດຢາເສບຕິດທີ່ສູນສົມສະຫງ່າ ໄດ້ຮັບການສຶກສາອົບຮົມ ເຖິງຜົນຮ້າຍຂອງຢາເສບຕິດ
ຜູ່ຕິດຢາເສບຕິດທີ່ສູນສົມສະຫງ່າ ໄດ້ຮັບການສຶກສາອົບຮົມ ເຖິງຜົນຮ້າຍຂອງຢາເສບຕິດ
April 30, 2019 0
ນະຄອນຫຼວງວຽງຈັນ: ໃນຕອນບ່າຍຂອງວັນທີ 29 ເມສານີ້ ພັຕ ສີຕານ ສີວິໄລ ຫົວໜ້າໜ່ວຍງານໂຄສະນາ ພະແນກກວດກາ ແລະ ຄວບຄຸມຢາເສບຕິດ ຫ້ອງຕໍາຫຼວດ ປກສ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ ໄດ້ເຜີຍແຜ່ຜົນຮ້າຍໄພອັນຕະລາຍຂອງຢາເສບຕິດ ໃຫ້ຜູ່ບໍາບັດ ແລະ ປິນປົວຢາເສບຕິດ ຢູ່ສູນບໍາບັດ ແລະ ປິ່ນປົວຜູ່ຕິດຢາເສບຕິດ ຢູ່ບ້ານສົມສະຫງ່າ ເມືອງໄຊເສດຖາ ນ.ວ ຈໍານວນ 22 ຄົນເຂົ້າຮ່ວມ.
ພັຕ ສີຕານ ສີວິໄລ ຫົວໜ້າໜ່ວຍງານໂຄສະນາ ພະແນກກວດກາ ແລະ ຄອບຄຸມຢາເສບຕິດ ປກສ ນະຄອນຫຼວງວຽງຈັນ ໄດ້ບັນລະຍາຍວ່າ: ຢາເສບຕິດມີຜົນກະທົບຫຼາຍຕໍ່ກັບຜູ່ເສບ: ເມື່ອເສບເຂົ້າໄປແລ້ວຈະກະທົບຢ່າງຮຸນແຮງຕໍ່ຮ່າງກາຍ ແລະ ຈິດປະສາດ ເຮັດໃຫ້ສະໝອງຖືກທໍາລາຍກາຍເປັນບ້າ, ເສຍຈິດ, ຄົນທີ່ເສບຢາເສບຕິດຈະມັກໃຊ້ຄວາມຮຸນແຮງ, ທໍາລາຍຊີວິດ, ຊັບສິນຂອງຕົນເອງ ແລະ ຄົນອື່ນ; ກະທົບຕໍ່ຄອບຄົວ: ແມ່ນເຮັດໃຫ້ພໍ່ແມ່ເສຍໃຈ, ຄອບຄົວເກີດຄວາມວຸ້ນວາຍ ແລະ ແຕກແຍກ, ເສຍຊື່ສຽງວົງຕະກຸນ;
ຕໍ່ສັງຄົມ: ກໍ່ໃຫ້ເກີດມີສິ່ງຫຍໍ້ທໍ້ ແລະ ອາດສະຍາກໍາ, ທັງຂົ່ມຂູ່ຄວາມສະຫງົບສຸກ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະ ມີຜົນກະທົບຕໍ່ປະເທດຊາດ ເປັນຕົ້ນແມ່ນເຮັດໃຫ້ຊາວໜຸ່ມ-ຍິງໜຸ່ມເຍົາວະຊົນທີ່ເປັນອະນາຄົດຂອງຊາດ ຄືດັ່ງຄໍາຂວັນທີ່ວ່າ: ຢາເສບຕິດ ເປັນພິດເປັນໄພ ຜູ່ເສບຕາຍ ຜູ່ຂາຍຕິດຄຸກ, ຜູ່ເປັນທຸກຄືພໍ່-ແມ່ ແລະ ຄອບຄົວ, ທັງຜິດຕໍ່ກົດໝາຍວ່າດ້ວຍຢາເສບຕິດ ກົດໝາຍອາຍາ ໃນມາດຕາ 146 ນໍາອີກ.
ຜູ້ບໍາບັດ ທີ່ເຂົ້າຮ່ວມຮັບຟັງການເຜີຍແຜ່ຄັ້ງນີ້ ໄດ້ກ່າວວ່າ: ຖ້າຫາກມື້ໃດຕົນເອງຫາຍຂາດຈາກຢາເສບຕິດ ແລະ ກັບໄປໃຊ້ຊີວິດຢູ່ໃນສັງຄົມ ແມ່ນຈະບໍ່ກັບຄືນໄປຫຍຸ້ງກ່ຽວກັບສິ່ງເສດຕິດທຸກໆປະເພດ ແລະ ຈະປັບປຸງປ່ຽນແປງຕົນເອງໃຫ້ເປັນລູກດີທີ່ຂອງພໍ່-ແມ່ ແລະ ຄົນດີຂອງສັງຄົມ.
--------------------------------
Subscribe to:
Post Comments
(
Atom
)




Post a Comment