ໃນປີ 2018 ທົ່ວນະຄອນຫຼວງວຽງຈັນ ມີຄະດີເກີດຂຶ້ນທັງໝົດ 4154 ເລື່ອງ


ນະຄອນຫຼວງວຽງຈັນ: ໃນການສະຫຼຸບຄະດີທີ່ເກີດຂຶ້ນໃນນະຄອນຫຼວງວຽງຈັນ ປີຜ່ານມາໃຫ້ຮູ້ວ່າ ການເກີດອຸບັດຕິເຫດຕາມທ້ອງຖະໜົນ ຢູ່ນະຄອນຫຼວງວຽງຈັນ ຍັງເປັນບັນຫາທີ່ພົ້ນເດັ່ນ ແລະ ຄວນເອົາໃຈໃສ່ແກ້ໄຂ ເພື່ອຮັກຊີວິດ ແລະ ຊັບສິນຂອງປະຊາຊົນໃນ ນວ; ເຊິ່ງໃນປີ 2018 ທົ່ວນະຄອນຫຼວງວຽງຈັນ ມີຄະດີເກີດຂຶ້ນທັງໝົດ 4.154 ເລື່ອງ, ໃນນີ້ຄອງອັນດັບ 1 ແມ່ນ ອຸບັດຕິເຫດເກີດຂຶ້ນເຖິງ 1.223 ເລື່ອງ ແລະ ເຮັດໃຫ້ມີຄົນເສຍຊີວິດ 238 ຄົນ, ສາເຫດຫຼັກທີ່ພາໃຫ້ເກີດແມ່ນ ຜູ້ຂັບຂີ່ລະເມີດກົດລະບຽບຈະລາຈອນ ເປັນຕົ້ນ ຂີ່ລົດໄວເກີນກໍານົດ, ດື່ມສິ່ງມຶນເມົາແລ້ວຂັບລົດ ແລະ ລ່ວງໄຟອໍານາດ.

ພັທ ສຸລິວັນ ລາດຊະວົງ ຮອງຫົວໜ້າຫ້ອງຕໍາຫຼວດ ປກສ ນວ ກ່າວໃນກອງປະຊຸມສະຫຼຸບວຽກງານຕໍາຫຼວດ ປະຈໍາປີ 2018 ຂອງຫ້ອງຕໍາຫຼວດ ປກສ ນວ ວ່າ: ສະພາບປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ ທົ່ວນະຄອນຫຼວງວຽງຈັນ ໃນປີ 2018 ມີທັງໝົດ 4.154 ເລື່ອງ, ແກ້ໄຂໄດ້ 3.608 ເລື່ອງ, ກັກຕົວຜູ້ກະທໍາຜິດໄດ້ທັງໝົດ 3.648 ຄົນ, ຍິງ 448 ຄົນ, ສົມທຽບໃສ່ປີ 2017 ແມ່ນຫຼຸດລົງ 1.244 ເລື່ອງ; ໃນນີ້ສະພາບທີ່ພົ້ນເດັ່ນອັນດັບ 1 ແມ່ນ ອຸບັດຕິເຫດມີ 1.223 ເລື່ອງ, ມີຄົນໄດ້ຮັບບາດເຈັບທັງໝົດ 1.522 ຄົນ, ບາດເຈັບສາຫດ 257 ຄົນ, ເສຍຊີວິດ 238 ຄົນ ສ້າງຄວາມເສຍຫາຍທາງດ້ານວັດຖຸ ແລະ ຊັບສິນເປັນຈໍານວນຫຼາຍ ແລະ ອັນດັບ 2 ແມ່ນ ລັກຊັບພົນລະເມືອງມີ 990 ເລື່ອງ, ອັນດັບ 3 ແມ່ນຊື້-ຂາຍຢາເສບຕິດມີ 759 ເລື່ອງ ແລະ ມົ້ວສຸມຢາເສບຕິດມີ 431 ເລື່ອງ.

ຕໍ່ກັບສະພາບປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ ຫ້ອງຕໍາຫຼວດ ປກສ ນະຄອນຫຼວງວຽງຈັນ ໄດ້ວາງທິດທາງສະກັດກັ້ນ ແລະ ແກ້ໄຂໃນປີ 2019 ໂດຍຈະສືບຕໍ່ສຸມໃສ່ໂຄງການປ້ອງກັນ, ສະກັດກັ້ນ ແລະ ຕ້ານອາດຊະຍາກໍາ, ໂຄງການປາບປາມການຜະລິດ-ຄ້າຂາຍຢາເສບຕິດ, ໂຄງການແກ້ໄຂອຸບັດຕິເຫດຕາມທ້ອງຖະໜົນ ແລະ ໂຄງການສະກັດກັ້ນ ແລະ ຕ້ານອັກຄີໄພ.

ກອງປະຊຸມສະຫຼຸບວຽກງານວິຊາສະເພາະຕໍາຫຼວດ ປະຈໍາປີ 2018 ແລະ ວາງທິດທາງແຜນການ ປະຈໍາປີ 2019 ຂອງຫ້ອງຕໍາຫຼວດ ປກສ ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 25 ເມສາ 2019 ຢູ່ສະໂມສອນຊັ້ນ 5 ຫ້ອງຕໍາຫຼວດ ປກສ ນວ ໂດຍການເປັນປະທານຂອງ ພັທ ຈັນຫອມ ແກ້ວສຸລະໄຊ ຮອງຫົວໜ້າກອງບັນຊາການ ປກສ ນວ ຫົວໜ້າຫ້ອງຕໍາຫຼວດ ປກສ ນວ, ໃຫ້ກຽດເຂົ້າໂດຍ ພົຈວ ບຸບຜາ ສີພົມມາ ຫົວໜ້າກອງບັນຊາການ ປກສ ນວ, ມີຄະນະພັກ-ຄະນະບັນຊາ, ປກສ 9 ຕົວເມືອງ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.


--------------------------------



© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes