Home ລາວ-ຈີນ 150 ກວ່າປະເທດສະໜັບສະໜູນຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງຢ່າງກວ້າງຂວາງ
150 ກວ່າປະເທດສະໜັບສະໜູນຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງຢ່າງກວ້າງຂວາງ
April 26, 2019 0

ຂປລ. ບັນດາຄະນະຜູ້ແທນຈາກ 150 ກວ່າປະເທດທົ່ວໂລກໄດ້ເຫັນດີ ແລະ ສະໜັບສະໜູນຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງຢ່າງກວ້າງຂວາງ ພາຍຫລັງຈັດຕັ້ງປະຕິບັດມາໄດ້ 6 ປີພົບວ່າມີໝາກຜົນ ແລະ ເກີດເປັນຮູບປະທໍາຢ່າງຕັ້ງໜ້າ ເຊິ່ງສາມາດເຮັດໃຫ້ພື້ນຖານໂຄງລ່າງ, ການຄ້າ, ການລົງທຶນ, ການໄປມາຫາສູ່, ການທ່ອງທ່ຽວ ແລ ອື່ນໆແຕກດອກອອກຜົນ.
ກອງປະຊຸມໜຶ່ງແລວໜຶ່ງເສັ້ນທາງຄັ້ງທີ 2 ເພື່ອການຮ່ວມສາກົນໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 26 ເມສາ 2019 ນີ້ທີ່ນະຄອນຫລວງປັກກິ່ງ ສປ ຈີນ ໂດຍເປັນປະທານຂອງ ທ່ານ ສີ ຈິ້ນ ຜີງ ປະທານປະເທດແຫ່ງ ສປ ຈີນ, ສະເພາະ ສປປ ລາວໂດຍ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມດັ່ກ່າວ ນອກນັ້ນມີບັນດາປະມຸກລັດ, ຄະນະຜູ້ແທນຂັ້ນສູງ ແລະ ສື່ມວນລວມທັງໝົດ 5.000 ທ່ານຈາກ 150 ປະເທດທົ່ວໂລກເຂົ້າຮ່ວມກອງປະຊຸມຄັ້ງນີ້.
ກອງປະຊຸມຄັ້ງນີ້ຈະດໍາເນີນໄປເປັນເວລາ 3 ວັນ ( 25-27 ເມສາ 2019 ) ເຊິ່ງຄະນະຜູ້ແທນໄດ້ມີການປຶກສາຫາລື ແລະ ແລກຄວາມຄິດຄວາມເຫັນກ່ຽວກັບການຮ່ວມມືຫລາຍດ້ານຄື: ການພັດທະນາເສດຖະກິດ-ສັງຄົມ, ການຄ້າ, ການລົງທຶນ, ການຄົມມະນາຄົມ, ເຕັກໂນໂລຊີອັນໃໝ່, ນະວັດຕະກໍາທັນສະໄໝ, ການພັດທະນາສີຂຽວ 2030, ການພັດທະນາພື້ນຖານໂຄງລ່າງລະຫວ່າງກັນ ແລະ ກັນ, ການທ່ອງທ່ຽວ, ການໄປມາຫາສູ່ກັນ, ການແລກປ່ຽນວັດທະນະທໍາ ແລະ ອື່ນໆ.
ໃນໂອກາດດັ່ງກ່າວນີ້, ທ່ານ ສີ ຈິ້ນ ຜີງ ປະທານປະເທດແຫ່ງ ສປ ຈີນໄດ້ຂຶ້ນກ່າວໄຂກອງປະຊຸມໂດຍລະບຸວ່າ: ຈຸດປະສົງຂອງຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງເພື່ອມຸງເນັ້ນໃສ່ການເຊື່ອມຈອດກັນດ້ານການຮ່ວມມືໃນທາງປະຕິບັດຢ່າງເລີກເຊິ່ງ, ຮ່ວມກັນແກ້ໄຂສິ່ງທ້າທາຍ ແລະ ຄວາມສ່ຽງຕ່າງໆທີ່ມະນຸດຜະເຊີນໜ້າຢູ່, ບັນລຸຜົນປະໂຫຍດເຊິ່ງກັນ ແລະ ກັນ, ການພັດທະນາຮ່ວມກັນ, ເປີດຊ່ອງຫວ່າງໃຫມ່ສໍາລັບການເຕີບໂຕເສດຖະກິດໂລກ, ສ້າງຕັ້ງຂຶ້ນເປັນເວທີໃຫມ່ສໍາລັບການຄ້າ ແລະ ການລົງທຶນລະຫວ່າງປະເທດ, ຮ່ວມກັນຄຸ້ມຄອງເສດຖະກິດທົ່ວໂລກ,
ການສຶກສາ, ສາທາລະນະສຸກ, ກະສິກໍາ, ວິທະຍາສາດ,ປະກອບສ່ວນ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃນທຸກປະເທດ. ຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງບໍ່ພຽງແຕ່ສະຫນອງໂອກາດອັນໃຫມ່ສໍາລັບການພັດທະນາຂອງທຸກປະເທດໃນໂລກ, ແຕ່ກໍ່ເປີດກວ້າງຂອບເຂດໃຫມ່ສໍາລັບການເປີດກວ້າງແລະການພັດທະນາຂອງຈີນອີກດ້ວຍ.
ຜ່ານມາເຫັນວ່າ: ຂໍ້ລິເລີ່ມດັ່ງກ່າວໄດ້ສ້າງກາລະໂອກາດໃໝ່ສອດຄອງກັບປະຫວັດສາດ ແລະ ຕອບສະໜອງໃຫ້ແກ່ຄວາມຮຽກຮ້ອງຕ້ອງການ ແລະ ການຮ່ວມມື ເຊິ່ງນັ້ນໝາຍວ່າຕ້ອງອີງໃສ່ຫລັກການປຶກສາຫາລືຮ່ວມກັນ, ເປີດໂອກາດໃຫ້ແຕ່ລະຝ່າຍມີສ່ວນຮ່ວມ, ນໍາໃຊ້ທ່າແຮງບົ່ມຊ້ອນ, ພວກເຮົາຕ້ອງຮ່ວມກັນຕໍ່ຕ້ານການສໍ້ລາດບັງຫລວງ, ສົງເສີມການພັດທະນາແບບຍືນຍົງ, ການປະມູນ ແລະ ຈັດຊື້ຕ້ອງປະຕິບັດຕາມລະບຽບກົດໝາຍຂອງປະເທດນັ້ນໆ, ຮັບປະກັນຄວາມຍືນຍົງການຄ້າ ແລະ ການລົງທຶນ, ເພີ່ມທະວີການເຊື່ອມເຊື່ອດຈອດ, ເຊື່ອວ່າພວກເຮົາຈະເຮັດຈະວຽກຮ່ວມກັນຢ່າງໃກ້ຊິດ ແລະ ຕ້ອງມີຄຸນນະພາບສູງ, ເພື່ອເສີມເຄື່ອຂ່າຍການເຊື່ອມຈອດກັນເຊັ່ນ: ການສ້າງຂົວຢູຣາຊຽໜ, ເສັ້ນທາງລົດໄຟຈີນ-ອາຊີ-ເອີລົບ-ອາຟຣິກກາ ລວມກອງທຶນເສັ້ນທາງສາຍໄໝ, ກອງທຶນພິເສດທີ່ພວກເຮົາໄດ້ຊຸກໃຫ້ມີການຮ່ວມມືລວມທັງບັນດາອົງການກ່ຽວຂ້ອງຕ່າງໆ.
ນອກນີ້ຕ້ອງສົ່ງເສີມການຄ້າ ແລະ ການລົງທຶນໂດຍສະເພາະການຄ້າເສລີ, ເປີດກວ້າງການລົງທຶນ, ເຂົ້າຮ່ວມການເຈລະຈາກັບທຸກປະເທດ, ເລັ່ງລັດາກນຮ່ວມມືສາກົນ, ສ້າງລະບຽບການໃນການສະໜອງທຶນໃຫ້ແກ່ການພັທດະນາພາຍໃຕ້ໆ, ການພັດທະນາຍືນຍົນ, ການວາງສະແດງສິນຄ້າເອັກສະໂປຈະໄຈຂຶ້ນປີນີ້, ພວກເຮົາຈະໄດ້ນໍາໃຊ້ທ່ານອ່ຽງໃໝ່ປະຕິບັດອຸດສະຫາະກໍາຍຸກໂດຍສະເພາະ ນະວັດຕະກໍາໃໝ່, ເຕັກໂນໂລຊີ, ທຸລະກິດທີ່ເປັນຕົວແບບ, ສິ່ງຂັບເຄື່ອນການເຕີບໂຕແບບໃໝ່ ໃນນັ້ນແຜນຈັດຕັ້ງປະຕິບັດການຮ່ວມມືດ້ານນະວັດຕະກໍາ ແລະ ວິທະຍາສາດ, ຖ່າຍທອດເຕັກໂນຊີ, ສ້າງໂຄງການແລກພອນຫສະຫວັນນໃນການຝຶກອົບຮົມໃຫ້ແກ່ພະນັກງານ ແລະ ນັກສຶກສາຈໍານວນ 5.000 ຄົນໃນອະນາຄົດ, ຈະເຊື້ອເຊີນພະນັກສັງກັດລັດ ແລະ ບໍ່ສັງກັດລັດຈໍານວນ 10.000 ຄົນເຂົ້າຮ່ວມ ແລະ ອື່ນໆ.

ໃນມື້ນີ້ດຽວກັນ, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວໄດ້ຖືໂອກາດນີ້ປະກອບຄໍາເຫັນວ່າ: ນັບຕັ້ງແຕ່ ປະທານ ສີ ຈິ້ນຜີງ ໄດ້ປະກາດຂໍ້ລິເລີ່ມ ຫນຶ່ງແລວ ຫນຶ່ງເສັ້ນທາງ ໃນປີ 2013 ເປັນຕົ້ນມາ, ຂໍ້ລິເລີ່ມ ຫນຶ່ງແລວ ຫນຶ່ງເສັ້ນທາງ ໄດ້ສ້າງຄວາມສົນໃຈຢ່າງກ້ວາງຂວາງຢູ່ໃນເວທີສາກົນ. ກອງປະຊຸມ ຫນຶ່ງແລວ ຫນຶ່ງເສັ້ນທາງ ເພື່ອການຮ່ວມມືສາກົນ ຄັ້ງທີ 1 ແລະ ກອງປະຊຸມປິ່ນອ້ອມ ສຳຄັນຂອງຂະແຫນງການກ່ຽວຂ້ອງຕ່າງໆ ໃນປີ 2017 ໄດ້ສະແດງໃຫ້ເຫັນຜົນສຳເລັດທີ່ເປັນຮູບ ປະທຳຕົວຈິງ ໃນເບື້ອງຕົ້ນ ແລະ ໄດ້ເປີດສັງກາດໃຫມ່ໃຫ້ແກ່ການເປີດກ້ວາງ ແລະ ເພີ່ມທະວີການຮ່ວມມືການພັດທະນາເສດຖະກິດ-ສັງຄົມ, ການກໍ່ສ້າງແລວເສດຖະກິດ ແລະ ພື້ນຖານໂຄງລ່າງຕາມທ່າແຮງ ແລະ ຈຸດພິເສດ ຂອງບັນດາປະເທດລຽບຕາມຫນຶ່ງແລວຫນຶ່ງເສັ້ນທາງ ບົນພື້ນຖານຕ່າງຝ່າຍຕ່າງມີຜົນ ປະໂຫຍດ ແລະ ເຄົາລົບຊຶ່ງກັນ ແລະ ກັນ. ສປປ ລາວ ຕີລາຄາສູງໝາກຜົນຂອງການຮ່ວມມືພາຍໃຕ້ກອບ ໜຶ່ງແລວ ໜຶ່ງເສັ້ນທາງ ແລະໄດ້ປະກອບສ່ວນຢ່າງຕັ້ງຫນ້າຕາມພາລະບົດບາດ ແລະ ຄວາມສາມາດຂອງຕົນເຂົ້າໃນການ ຈັດຕັ້ງປະຕິບັດຂໍ້ລິເລີ່ມດັ່ງກ່າວ. ໝາກຜົນຕົວຈິງທີ່ ສປປ ລາວ ໄດ້ຮັບກໍ່ແມ່ນການພັດທະນາພື້ນຖານໂຄງລ່າງ ເຮັດໃຫ້ ສປປ ລາວ ສາມາດເຊື່ອມຈອດເຂົ້າກັບປະເທດໃນອານຸພາກພື້ນ ແລະ ສາກົນ, ເຊິ່ງໃນນີ້ອັນທີ່ພົ້ນເດັ່ນກໍ່ແມ່ນໂຄງການລົດໄຟຄວາມໄວສູງ ລາວ-ຈີນ ທີ່ເປັນໜຶ່ງໃນໂຄງການຮ່ວມມືທີ່ໃຫຍ່ທີ່ສຸດສຳລັບ ສປປ ລາວ ພາຍໃຕ້ຂໍ້ລິເລີ່ມ ຫນຶ່ງແລວ ຫນຶ່ງເສັ້ນທາງ. ພ້ອມດຽວກັນນັ້ນ, ສປປ ລາວ ແລະ ສປ ຈີນ ຍັງໄດ້ຮ່ວມກັນສ້າງແລວທາງເສດຖະກິດ ລາວ-ຈີນ ເຊິ່ງເປັນແລວທາງເສດຖະກິດໃຫມ່ ເພື່ອເພີ່ມທະວີການເຊື່ອມຈອດດ້ານການຄ້າ-ການ ລົງທຶນ.
ນອກຈາກນີ້, ຂະແຫນງການກ່ຽວຂ້ອງຂອງ ສປປ ລາວ ຍັງໄດ້ເຂົ້າຮ່ວມໃນ 8 ກົນໄກຮ່ວມມືລະຫວ່າງຂະແຫນງການຈາກທັງຫມົດ 11 ກົນໄກຮ່ວມມືຂອງຂໍ້ລິເລີ່ມ ຫນຶ່ງແລວ ຫນຶ່ງເສັ້ນທາງນີ້. ແນວໃດກໍດີ ເຖິງແມ່ນຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ຫາກໍ່ໄດ້ຮັບການຈັດຕັ້ງປະຕິບັດບໍ່ພໍເທົ່າໃດປີ, ແຕ່ກໍ່ສາມາດພິສູດໃຫ້ເຫັນເຖິງຜົນສຳເລັດໃນເບື້ອງຕົ້ນ ພ້ອມນີ້ເພື່ອຮັບປະກັນໝາກຜົນສູງສຸດ ຂອງການຮ່ວມມືໃນຂອບດັ່ງກ່າວນີ້, ສປປ. ລາວເຫັນວ່າ ມັນຍັງມີຄວາມຈຳເປັນຕ້ອງເພີ່ມທະວິໃນການປັບປຸງກົນໄກຈັດຕັ້ງປະຕິບັດ ໃຫ້ມີ ປະສິດທິຜົນຫລາຍກວ່າເກົ່າ, ແນໃສ່ຮັບປະກັນໃນການນຳໃຊ້ແຫລ່ງທຶນທີ່ມີ ໃຫ້ເກີດຜົນສູງສຸດ, ປັບປຸງກົນໄກການປະສານງານເພື່ອໃຫ້ມີຄວາມວ່ອງໄວ ແລະ ສອດຄ່ອງກັບສະພາບຕົວຈິງ ຂອງແຕ່ລະໄລຍະ ແລະ ຫວັງວ່າຂໍ້ລິເລີ່ມຫນຶ່ງແລວຫນຶ່ງເສັ້ນທາງ ຈະສືບຕໍ່ນຳຜົນປະໂຫຍດມາສູ່ ປະເທດຂອງພວກເຮົາ ໂດຍສະເພາະປະເທດດ້ອຍພັດທະນາ ແລະ ກຳລັງພັດທະນາ ກໍຄືພາກພື້ນ ແລະ ສາກົນ. ສປປ ລາວຢືນຢັນ ຈະສືບຕໍ່ຮ່ວມມື ແລະ ສະໜັບສະໜູນ ຂໍ້ລິເລີ່ມ ຫນຶ່ງແລວ ຫນຶ່ງເສັ້ນທາງ ແລະ ການຈັດຕັ້ງປະຕິບັດບັນດາໂຄງການ ຂອງ ຂໍ້ລິເລີ່ມດັ່ງກ່າວ ເພື່ອຮ່ວມກັນສ້າງສັນຕິພາບ ນຳເອົາຄວາມຈະເລີນສີວິໄລ ແລະ ການພັດທະນາແບບຍືນຍົງມາສູ່ທຸກປະເທດລຽບຕາມ ໜຶ່ງແລວ ໜຶ່ງເສັ້ນທາງ ຄືດັ່ງຈິດໃຈຂອງຫົວຂໍ້ກອງປະຊຸມມື້ນີ້ “ການຮ່ວມມືຫນຶ່ງແລວຫນຶ່ງເສັ້ນທາງ:ສ້າງອະນາຄົດທີ່ສົດໃສຮ່ວມກັນ”.

ທ່ານ ວາຣາດີເມຍ ປູຕິນ ປະທານາທິບໍດີແຫ່ງຣັດເຊຍກ່າວວ່າ: ຣັດເຊຍຍາມໃດກໍສະໜັບສະໜູນຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ ໃນສະພາບແວດລ້ອມທີ່ມີຄວາມໂປ່ງໃສ່ ແລະ ການຮ່ວມມືພາຍໃຕ້ຜົນປະໂຫຍດຮ່ວມກັນ ແນວໃດກໍດີ ສະພາບການເມືອງຂອງໂລກມີການປ່ຽນແປງຢ່າງວ່ອງໄວ, ບາງປະເທດກໍໃຊ້ແຕ່ມາດຕະການຝ່າຍດຽວ ໃນການຮ່ວມມືເທົ່ານັ້ນ, ການປະເຊີນໜ້າກໍ່ການຮ້າຍ, ການເຄືອນຍ້າຍຄົນ ຫລື ອົບພະຍົບ ແລະ ອື່ນໆໄດ້ກາຍເປັນສິ່ງທ້າທາຍ, ພວກເຮົາມີວັດທະນະທໍາແຕກຕ່າງກັນ ແຕ່ພວກເຮົາມີເປົ້າໝາຍອັນດຽວກັນໃນການສ້າງສັນຕິພາບ ແລະ ເຄົາລົບອະທິປະໄຕເຊິ່ງກັນ.
ຈີນເປັນປະເທດທີ່ມີອຸດົມການຄ້າຍຄືກັບຣັດເຊຍ ແລະ ບັນດາຂົງເຂດຢູຣາຊຽນຈະໄດ້ຮັບການຮ່ວມມືກັບ ສປ ຈີນ ປັດຈຸບັນ ຣັດເຊຍຈະຮ່ວມມືການຄ້າເສລີກັບຫວຽດນາມ, ອີຣານ ແລະ ພວມເຈລະຈາກັບສິງກະໂປ, ນອກນັ້ນຍັງໄດ້ຮ່ວມມືກັບເອີຣົບ.
ທ່ານ ມະຫາເທ ນາຍົກລັດຖະມົນຕີມາເລເຊຍກໍໃຫ້ຄໍາເຫັນບາງຕອນວ່າ:, ຂໍ້ລິ່ເລີມໜຶ່ງແລວໜຶ່ງເສັ້ນທາງເປັນສິ່ງທີ່ດີໂດຍສະເພາະປະເທດທີ່ບໍ່ມີທາງອອກສູ່ທະເລ ແລະ ບັນດາປະເທດກ່ຽວຂ້ອງ ແຕ່ສະພາບປັດຈຸບັນຕ້ອງຮັບມືກັບສະພາບໃໝ່ເຊັ່ນ: ເຕັກໂນໂລຊີ ແລະ ປັນຍາປະດິດ, ການກໍ່ການຮ້າຍ, ອາສະຍາກໍາ ແລະ ອື່ນໆ.
ພາບ-ຂ່າວ: ເກີດຂວັນໃຈ ມາລີຈັນສີ, ລາຍງານຈາກ: ປັກກິ່ງ
ພາບ-ຂ່າວ: ເກີດຂວັນໃຈ ມາລີຈັນສີ, ລາຍງານຈາກ: ປັກກິ່ງ
--------------------------------
Subscribe to:
Post Comments
(
Atom
)

Post a Comment