ໜ້າສົງສານ! ປະດິດແນວຊັອດປາເອງ ສຸດທ້າຍໄຟຊັອດ ເສຍຊີວິດ ທີ່ ນະຄອນຫຼວງພະບາງ 26/4/2019



ຫຼວງພະບາງ: ລາຍງານຈາກ ໜ່ວຍກູ້ຊີບອົງການການແດງຫຼວງພະບາງໃຫ້ຮູ້ວ່າ ໃນວັນທີ 26 ເມສາ 2019 ເວລາ 16:58 ນາທີ ໄດ້ຮັບແຈ້ງເຂົ້າເບີ 0711625 ວ່າມີຄົນຖືກໄຟຟ້າຊ໋ອດນອນເສຍຊີວິດ ຢູ່ບ້ານ ທາດຫລວງ ນະຄອນຫຼວງພະບາງ, ແຂວງຫຼວງພະບາງ.



ດທາງທີມກູ້ຊີບອົງການກາແດງລາວແຂວງຫຼວງພະບາງ ໄດ້ອອກກວດສອບເຫດພົບເຫັນເພດຊາຍ 1 ຄົນ ນອນເສຍຊີວິດ ທາງເຮົາໄດ້ກວດເຊັກອາການ ແມ່ນເສຍຊີວິດແລ້ວ ຈຶ່ງໄດ້ປະສານງານຫາທາງເຈົ້າໜ້າທີພິສູດຫຼັກຖານ.
ຈຶ່ງໄດ້ທຳການຫໍ່ສົບແລ້ວນຳໄປວັດ ບ້ານກອກຫວານ ແຂວງກລວງພະບາງ ເພື່ອໃຫ້ທາງຍາດພີ່ນ້ອງໄດ້ຈັດພິທີທາງສາສະໜາ.



ຈາກຂໍ້ມູນ ຕາມການບອກເລົ່າຜູ້ຢູ່ໃນເຫດການໃຫ້ຮູ້ວ່າ: ຫຼັງຈາກກິນເຂົ້າທ່ຽງແລ້ວ, ລາວກໍ່ນອນພັກຜອນຕອນສວາຍ. ຮອດເວລາປະມາມານ 13:30 ໝູ່ທີ່ເຮັດວຽກນໍາກັນ ໄປຊອກຫາມາເຮັດວຽກແຕ່ບໍ່ເຫັນ. ຈຶ່ງໄດ້ພາກັນຊອກຫາ ແລ້ວເຫັນນອນກອດສາຍໄຟຊ໋ອດຫາປາ ທີ່ເຮັດຂື້ນມາເອງ.




ພົບເຫັນອຸບັດຕິເຫດ ເຈັບປ່ວຍສຸກເສີນ
ໂທແຈ້ງ 1625 ; 0711625 & 030 9211625 & 030 2251625






--------------------------------






Copy Right: © All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes