3 ແຂວງ ໄດ້ຮັບທຶນ 790 ລ້ານກວ່າກີບ ເພື່ອນໍາໃຊ້ເຂົ້າໃນການສົ່ງເສີມການລ້ຽງສັດ ແລະ ປູກຝັງ ຈາກ ຮສສ



ກະຊວງແຮງງານ ແລະ ສະຫວັດດີການສັງຄົມ( ຮສສ ) ໄດ້ສະໜອງທຶນ 790 ລ້ານກວ່າກີບ ໃຫ້ແກ່ 3 ແຂວງຄື: ໄຊຍະບູລີ, ສາລະວັນ ແລະ ວຽງຈັນ ເພື່ອນໍາໃຊ້ເຂົ້າໃນການສົ່ງເສີມການລ້ຽງສັດ ແລະ ສົ່ງເສີມການຜະລິດເຂົ້າໜົມແປ້ງມັນຕົ້ນ, ຊຶ່ງພິທີເຊັນສັນຍາ ໄດ້ຈັດຂຶ້ນທີ່ນະຄອນຫລວງວຽງຈັນ ໃນວັນທີ 26 ເມສາ 2019 ນີ້.

ໃນຈຳນວນທຶນທັງໝົດ ພາຍໃຕ້ການສະໜັບສະໜູນຂອງກອງທຶນເພື່ອນຮ່ວມງານ (KR1) ຈະໄດ້ນຳໃຊ້ເຂົ້າໃນໂຄງການສົ່ງເສີມການລ້ຽງສັດຢູ່ ບ້ານແກ້ງ ແຂວງໄຊຍະບູລີ ມູນຄ່າ 283 ລ້ານກີບ, ໂຄງການລ້ຽງສັດຢູ່ບ້ານວັດກາງ ເມືອງສາລະວັນ ແຂວງ ສາລະວັນ ມູນຄ່າ 372,1 ລ້ານກີບ ແລະ ໂຄງການສ້າງໂຮງງານຜະລິດເຂົ້າໜົມແປ້ງມັນຕົ້ນຢູ່ ບ້ານປ່ອງຊ່ອງ ເມືອງຫີນເຫີບ ແຂວງວຽງຈັນ ມູນຄ່າ 135,7 ລ້ານກີບ.




ໃນວັນທີ 26 ເມສາ 2019ນີ້, ທີ່ກະຊວງ ຮສສ, ເປັນກຽດເຂົ້າຮ່ວມໃນພິທີມອບ-ຮັບ ໂດຍ ທ່ານ ນ. ໃບຄຳ ຂັດທິຍະ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຕາງໜ້າເອກອັກຄະລັດຖະທູດຍີບຸ່ນປະຈຳລາວ, ຫົວໜ້າຫ້ອງການກະຊວງ, ພ້ອມດວ້ຍພະແນກການກຽ່ວຂ້ອງເຂົ້າຮ່ວມເປັນສັກຂີພິຍານ./

ໂດຍ: ນ. ເພັດສະໄໝ


--------------------------------






© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes