ມາດຕະການເມົາແລ້ວຂັບ ປັບ 20 ເທົ່າ! ລົດແຕ່ລະປະເພດຖືກປັບເທົ່າໃດ? ສູງສຸດເຖິງ 20 ລ້ານກີບ



ຖືເປັນມາດຕະການ ເພື່ອຫຼຸດຜ່ອນອຸບັດຕິເຫດ ທາງທ້ອງຖະໜົນ ສໍາລັບ ນະຄອນຫຼວງວຽງຈັນ ທີ່ຈະເລີ່ມບັງຄັບໃຊ້ ມາດຕະການປັບໃໝ່ ພິເສດ ແກ່ຜູ່ທີ່ເມົາແລ້ວຂັບ ໂດຍຈະມີການປັບໃໝ 20 ເທົ່າ ຂອງການປັບໃໝ ທີ່ມີຢູ່.


ເພາະສະນັ້ນ, ຈິ່ງມີຫຼາຍຄົນໃຫ້ຄວາມສົນໃຈວ່າ ຖ້າຖືກປັບໃໝ 20 ເທົ່າ ຈະເສຍເງິນຫຼາຍປານໃດ? ບອກເລີຍວ່າ ບາງຄົນອາດຈະຖືກປັບຫຼາຍກວ່າເງິນເດືອນ. ພວກເຮົາມາຄິດໄລ່ນໍາກັນເລີຍວ່າ ຖ້າທ່ານເມົາແລ້ວຂັບ ບໍ່ວ່າລົດປະເພດໃດ ຈະຕ້ອງເສຍຄ່າປັບ ເທົ່າໃດ.

ລາຄາປັບໃໝ ປະຈຸບັນ ກໍລະນີ ເມົາແລ້ວຂັບ ອີງຕາມດໍາລັດ ເລກທີ 188/ນຍ ລົງວັນທີ 3 ກໍລະກົດ 2007. ມາດຕາທີ ໌5 ໄດ້ລະບຸວ່າ: ຜູ່ຂັບຂີ່ຜູ່ໃດ ທີ່ມີທາດມືນເມົາ ຫຼື ທາດເຫຼົ້າ ຢູ່ໃນຮ່າງກາຍ ເກີນ 0.8 ກຣາມ/ລິດ ຫາກຂັບຂີ່ລົດ ຈະຖືກປັບໃໝຕາມປະເພດລົດດັ່ງນີ້.

ລົດຖີບ: 10 000 ກີບ
ລົດຈັກ, ລົດ 3 ລໍ້ ຕິດເຄື່ອງຈັກ, ລົດໄຖນາເດີນຕາມ: 50​ 000 ກີບ
ລົດເບົາ: ເກ່ງ, ກະບະ, ຈິບ, ຕູ້: 100 000 ກີບ
ລົດໂດຍສານ 4 ລໍ້: 250 000​ ກີບ
ລົດບົນທຸກ 6 ລໍ້ ຂຶ້ນໄປ: 500 000 ກີບ
ລົດໂດຍສານ (ລົດເມ): 1 000 000 ກີບ


ຈາກຂໍ້ກໍານົດຕາມດໍາລັດເລກທີ 188/ນຍ ເມື່ອມີການປັບໃໝ 20 ເທົ່າ ກໍ່ຈະເສຍຄ່າປັບດັ່ງນີ້


ລົດຖີບ: 200 000 ກີບ
ລົດຈັກ, ລົດ 3 ລໍ້ ຕິດເຄື່ອງຈັກ, ລົດໄຖນາເດີນຕາມ: 1 000​ 000 ກີບ
ລົດເບົາ: ເກ່ງ, ກະບະ, ຈິບ, ຕູ້: 2 000 000 ກີບ
ລົດໂດຍສານ 4 ລໍ້: 5 000 000​ ກີບ
ລົດບົນທຸກ 6 ລໍ້ ຂຶ້ນໄປ: 10 000 000 ກີບ
ລົດໂດຍສານ (ລົດເມ): 20 000 000 ກີບ





ຂ່າວທີ່ກ່ຽວຂ້ອງ



ນະຄອນຫຼວງວຽງຈັນ: ປກສ ນະຄອນຫຼວງວຽງຈັນ ຖະແຫຼງການຢ່າງເປັນທາງການວ່າ ເລີ່ມແຕ່ວັນທີ 1 ກໍລະກົດ 2019 ເປັນຕົ້ນໄປ, ການປັບໄໝ 20 ເທົ່າຕໍ່ຜູ້ດື່ມສິ່ງມຶນເມົາເກີນກໍານົດແລ້ວຂັບຂີ່ພາຫະນະຢູ່ນະຄອນຫລວງວຽງຈັນ ຕາມຂໍ້ຕົກລົງຂອງເຈົ້າຄອງນະຄອນຫລວງວຽງຈັນ ສະບັບເລກທີ 1323/ຈນວ, ລົງວັນທີ 21 ທັນວາ 2018 ຈະເລີ່ມຈັດຕັ້ງປະຕິບັດຢ່າງເປັນທາງການ. ຂະນະທີ່ ພະແນກຕຳຫລວດຈະລາຈອນ ນະຄອນຫລວງວຽງຈັນ ຢັ້ງຢືນວ່າ: ຈະມີມາດຕະການຢ່າງເຂັ້ມງວດທີ່ສຸດ ເພື່ອຮັບປະກັນບໍ່ໃຫ້ເກີດບັນຫາເຈົ້າໜ້າທີ່ຕຳຫລວດຈະລາຈອນທີ່ບໍ່ດີຈຳນວນໜຶ່ງເຮັດຜິດລະບຽບດ້ວຍການຮັບເງິນຈາກຜູ້ຂັບຂີ່ພາຫະນະທີ່ເຮັດຜິດລະບຽບຈະລາຈອນ.

ທ່ານພັນໂທ ເພັງສະຫວັນ ທໍາມະບູນ, ຫົວໜ້າພະແນກຕຳຫລວດຈະລາຈອນນະຄອນຫລວງວຽງຈັນ ແຈ້ງໃຫ້ຮູ້ໃນໂອກາດຖະແຫລງຂ່າວກ່ຽວກັບສະພາບອຸບັດຕິເຫດທີ່ເກີດຂຶ້ນຢູ່ນະຄອນຫລວງວຽງຈັນໃນໄລຍະປີໃໝ່ລາວ ພສ 2562 ເມື່ອບໍ່ດົນມານີ້ ວ່າ: ໃນໄລຍະຜ່ານມາ, ໄດ້ມີຫາງສຽງເກີດຂຶ້ນຈຳນວນບໍ່ຫນ້ອຍກ່ຽວກັບບັນຫາເຈົ້າໜ້າທີ່ຕຳຫລວດຈະລາຈອນຢູ່ນະຄອນຫລວງວຽງຈັນ ຮັບເອົາເງິນຈາກຜູ້ຂັບຂີ່ພາຫະນະ ໃນກໍລະນີທີ່ເຮັດຜິດກົດລະບຽບຈາລະຈອນ. ຜ່ານການກວດກາຕົວຈິງເຫັນວ່າ ມີເຈົ້າໜ້າທີ່ຕຳຫລວດຈະລາຈອນຈຳນວນໜຶ່ງເຮັດຜິດລະບຽບແທ້ ຈຶ່ງໄດ້ກ່າວຕັກເຕືອນ, ສຶກສາອົບຮົມ ແລະ ໃຫ້ຂຽນໃບສຳຫລວດຕົນເອງຕາມແຕ່ລະກໍລະນີໜັກເບົາ. ດັ່ງນັ້ນ, ເມື່ອການຈັດຕັ້ງປະຕິບັດມາດຕະການປັບໄໝ 20 ຈະໄດ້ເລີ່ມຕົ້ນຢ່າງເປັນທາງການ ນັບແຕ່ວັນທີ 1 ກໍລະກົດ 2019 ເປັນຕົ້ນໄປນັ້ນ, ມັນຈຶ່ງຖືເປັນບັນຫາໜຶ່ງທີ່ໜ້າເປັນຫ່ວງ ເພາະຖ້າບໍ່ມີການຄຸ້ມຄອງໃນການຈັດຕັ້ງປະຕິບັດທີ່ດີ, ມາດຕະການປັບໄໝນີ້ຈະກາຍເປັນເຄື່ອງມືໃຫ້ເຈົ້າໜ້າທີ່ຕຳຫລວດຈະລາຈອນທີ່ບໍ່ດີຈຳນວນໜຶ່ງສວຍໃຊ້ໜ້າທີ່ຕຳແໜ່ງເພື່ອຫາຜົນປະໂຫຍດສ່ວນຕົວ.



ຕໍ່ບັນຫານີ້ ທາງຄະນະພັກຄະນະພັກ-ຄະນະບັນຊາ ກໍ່ຄື ກອງບັນຊາການປ້ອງກັນຄວາມສະຫງົບນະຄອນຫລວງວຽງຈັນ ຈະມີມາດຕະການຕ່າງໆ ເພື່ອຄຸ້ມຄອງ ກໍ່ຄື ຕິດຕາມກວດກາການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຂອງເຈົ້າໜ້າທີ່ຕຳ ຫລວດຈະລາຈອນທຸກຄົນ; ຖ້າພົບເຫັນເຈົ້າໜ້າທີ່ຕຳຫລວດຈະລະຈອນສວຍໃຊ້ໜ້າທີ່ຕຳແຫນ່ງ ເພື່ອຫາຜົນປະໂຫຍດສ່ວນຕົວຈາກມາດຕະການປັບໄໝ 20 ເທົ່າ ຫລື 10 ເທົ່າ ແລະ ກໍລະນີອື່ນໆ ຕາມທີ່ເຄີຍປະຕິບັດກັນມາ, ກໍ່ຈະມີມາດຕະການລົງໂທດຕາມລະບຽບກົດໝາຍຢ່າງເຂັ້ມງວດທີ່ສຸດ. 

ທ່ານຫົວໜ້າພະແນກຕຳຫລວດຈະລາຈອນນະຄອນຫລວງວຽງຈັນ ໃຫ້ຮູ້ຕື່ມວ່າ: ຫາງສຽງທີ່ເກີດຂຶ້ນກັບເຈົ້າໜ້າທີ່ຕຳຫລວດຈະລາຈອນນະຄອນຫລວງວຽງຈັນ ຜ່ານສື່ສັງຄົມອອນລາຍໃນໄລຍະຜ່ານມາ ມີທັງຫາງສຽງທີ່ເປັນຄວາມຈິງ ແລະ ບໍ່ເປັນຄວາມຈິງ; ດັ່ງນັ້ນ, ທຸກຄົນໃນສັງຄົມຈຶ່ງຄວນພິຈາລະນາໃຫ້ດີ, ກ່ອນທີ່ຈະເຊື່ອຖື ຫລື ແຊສົ່ງຕໍ່ ເຫດການທີ່ເກີດຂຶ້ນນັ້ນໆ, ທັງນີ້ກໍ່ເພື່ອບໍ່ໃຫ້ກຸ່ມຄົນບໍ່ດີສວຍໃຊ້ສື່ສັງຄົມອອນລາຍສ້າງຄວາມປັ່ນປວນພາຍໃນສັງຄົມລາວ.



ໃນກໍລະນີທີ່ພົບເຫັນເຈົ້າໜ້າທີ່ຕຳຫລວດຈະລາຈອນເຮັດຜິດລະບຽບ ຫລື ຮັບເງິນຈາກຜູ້ຂັບຂີ່ພາຫະນະທີ່ຜິດກົດລະບຽບຈະລາຈອນ ຫລື ກໍລະນີອື່ນໆ, ກໍ່ຂໍໃຫ້ຈົດຊື່ ແລະ ບັນທຶກຂໍ້ມູນທີ່ກ່ຽວຂ້ອງລະອຽດ ແລ້ວສະເໜີໄປຍັງພາກສ່ວນກ່ຽວຂ້ອງຂອງພະແນກຕຳຫລວດຈະລາຈອນນະຄອນຫລວງວຽງຈັນ ເພື່ອຮັບຊາບ ແລະ ແກ້ໄຂຕາມຄວາມ ເປັນຈິງ ແລະ ຄວາມເໝາະສົມ.

ໂດຍ: ບຸນຕຽງ ຈັນທະວົງ

--------------------------------







Copy Right: © All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes