ກະບະຕໍາເສົາໄຟຟ້າຂ້າງທາງ ເສຍຫາຍໜັກ ທາງບ້ານຫ້ວຍຫົງ ກາງເດິກ 27/4/2019


ບັນຫາອຸບັດຕິເຫດ ທາງທ້ອງຖະໜົນການເປັນສິ່ງເກີດຂຶ້ນຫຼາຍ ອັນເນື່ອງມາຈາກ ການຂັບຂີ່ທີ່ບໍ່ນັບຖືກົດຈາລະຈອນ ເຊັ່ນ ການຂີ່ລົດໄວ, ການເມົາແລ້ວຂັບ ແລະ ອື່ນໆ. 





ເຊິ່ງຫຼາຍຄົນກໍ່ຈະມັກເວົ້າວ່າ ບໍ່ມີໃຜຢາກໃຫ້ເກີດອຸບັດຕິເຫດ ແຕ່ພຶດຕິກໍາຂອງ ຜູ່ຂັບຂີ່ ແມ່ນສ້າງຄວາມສ່ຽງໃນການເກີດອຸບັດຕິເຫດ.



ດັ່ງອີກກໍລະນີອຸບັດຕິເຫດ ຈາກການລາຍງານຂອງ ກູ້ໄພ 1623 ໃນຄືນວັນທີ 27 ເມສາ 2019 ວ່າ: ເວລາ 01:00ໂມງ ໜ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປ ລາວ ໄດ້ຮັບແຈ້ງເຫດຜ່ານເບີ 1623 ວ່າມີ ເຫດລົດໃຫຍ່ເສຍຫລັກຕຳເສົາໄຟຟ້າ ຈຸດເກີດເຫດ ຫນ້າຮ້ານອາຫານຕົ້ນຄູນ ບ້ານຫ້ວຍຫົງ ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ.




ຈາກການອອກວດອອກກວດສອບ ຂອງໜ່ວຍກູ້ໄພ 1623​ ໄດ້ພົບ ມີຜູ້ບາດເຈັບ 1 ຄົນ ເປັນເພດຊາຍ
ອາຍຸ 20ປີ ບ້ານ ຫນອງພະຍາ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ. ໂດຍມີອາການເບື້ອງຕົ້ນແມ່ນ ຖືກນຳ້ຮ້ອນລວກບໍລີເວນຫລັງ, ມີສະຕີດີ.




ດັ່ງນັ້ນໜວ່ຍກູ້ໄພມູນນີທີຈື່ງປະຖົມພະຍາບານຂັ້ນຕົ້ນແລ້ວນຳສົ່ງໂຮງໜໍ ມິດຕະພາບ150 ຕຽງ. ສ່ວນຄວາມເສຍຫາຍ ແລະ ສາເຫດ ຂອງອຸບັດຕິເຫດ ເຈົ້າໜ້າທີ່ກ່ຽວຂ້ອງ ຈະດຳເນີນການກວດສອບຕໍ່ໄປ.

ລາຍງານໂດຍ: 1623





--------------------------------






Copy Right: © All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes