ລົດຈັກຖືກລົດໃຫຍ່ຕໍາ ແລ້ວໜີ! ເຈັບ 1 ຄົນ ທາງດົງໂດກ 26/4/2019



ນະຄອນຫຼວງວຽງຈັນ: ບັນຫາຕໍາແລ້ວໜີ ການເປັນເລື່ອງທີ່ແກ້ໄຂ ຍັງບໍ່ທັນໄດ້ ແລະ ເກີດຂຶ້ນຫຼາຍ ເຊິ່ງຄູ່ກໍລະນີທີ່ຕໍາຫຼາຍຄັ້ງ ສ່ວນໃຫຍ່ຈະແມ່ນລົດໃຫຍ່ ທີ່ຕໍາລົດຈັກ ແມ່ນຍັງບໍ່ສົນໃຈຕໍ່ລະບຽບກົດໝາຍ ແລະ ລົບໜີ.



ດັ່ງເຫດໃນ ວັນທີ 26 ເມສາ 2019 ເວລາ 23:14 ໂມງ ໜ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປ ລາວ ໄດ້ຮັບແຈ້ງເຫດຜ່ານເບີ 1623 ວ່າມີ ເຫດລົດໃຫຍ່ຕຳລົດຈັກແລ້ວໜີ ຈຸດເກີດເຫດ ຂ້າງສວນອາຫານ ມໍຊໍ ດົງໂດກ ເມືອງ ໄຊທານີ ນະຄອນຫລວງວຽງຈັນ.




ຫນ່ວຍກູ້ໄພມູນນິທິ ອອກກວດສອບ ໄດ້ພົບ ຜູ້ບາດເຈັບ 1 ຄົນ ເພດຊາຍ ອາຍຸ 20 ປີ ຄົນ ບ້ານໂນນສະຫວ່າງ ເມືອງວຽງຄຳ ແຂວງວຽງຈັນ. ອາການເບື້ອງຕົ້ນແມ່ນ ມີບາດຈີກຢູ່ບໍລິເວນມື,ຂໍ້ແຂນເບື້ອງຊ້າຍຫັກ,ມີບາດແຜຕາມຕົນໂຕ, ມີສະຕີດີ. ທາງໜວ່ຍກູ້ໄພມູນນີທີຈື່ງປະຖົມພະຍາບານຂັ້ນຕົ້ນແລ້ວນຳສົ່ງໂຮງໜໍ ມິດຕະພາບ 150 ຕຽງ.


ສ່ວນລົດຈັກຂອງຜູ່ກ່ຽວ ແມ່ນເພເສຍຫາຍໜັກ, ໂກບແຕກເກືອບໝົດຄັນ. ທາງເຈົ້າໜ້າທີ່ກ່ຽວຂ້ອງແມ່ນໄດ້ກວດສອບ ແລະ ຈະຕາມຫາ ຄູ່ກໍລະນີ ທີ່ຕໍາແລ້ວໜີຕໍ່ໄປ.

ລາຍງານໂດຍ: 1623





--------------------------------





© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes