Home ອຸບັດຕິເຫດ ລົດປີ້ນ ມີຜູ່ບາດເຈັບ 5 ຄົນ ທີ່ເຂດບ້ານ ນາໂພ ເມືອງອຸທຸມພອນ
ລົດປີ້ນ ມີຜູ່ບາດເຈັບ 5 ຄົນ ທີ່ເຂດບ້ານ ນາໂພ ເມືອງອຸທຸມພອນ
April 27, 2019 0
ສະຫວັນນະເຂດ: ລາຍງານຈາກ ກູ້ໄພແຂວງສະຫວັນນະເຂດ ໃຫ້ຮູ້ ໃນຕອນເວລາປະມານ 11:20 ວັນທີ 27 ເມສາ 2019 ເກີດອຸບັດຕິເຫດ ລົດຂົນສົ່ງພຣະສົງ ປີ້ນ ທີ່ເຂດບ້ານ ນາໂພ ເມືອງອຸທຸມພອນ, ແຂວງສະຫວັນນະເຂດ.
ທີ່ເກີດເຫດ ພົບເຫັນ ລົດກະບະຮຸນໄດ ສະພາບເພເສຍຫາຍ, ດ້ານາໜ້າລົດຍຸບລົງ. ຈາກການກວດສອບຄົງຈະປີ້ນຫຼາຍຮອບ. ມີພຣະສົງບາດເຈັບ 3 ອົງ, ອາການສາຫັດ ເຊິ່ງພຣະສົງທັງໝົດ ແມ່ນຢູ່ວັດ ໂພໄຊ. ນອກນີ້, ຍັງມີປະຊາຊົນ ເຈັບ 2 ຄົນ (ໂຊເຟີ ແລະ ຄົນມານໍາ)
ຂໍໃຫ້ທຸກຄົນປອດໄພ
ລາຍງານໂດຍ: ກູ້ໄພແຂວງສະຫວັນນະເຂດ
--------------------------------
Subscribe to:
Post Comments
(
Atom
)




Post a Comment