ສະຫຼົດໃຈ! ລົດຈັກຕໍາກັບກະບະກາງເດິກ ເສຍຊີວິດຄາທີ 1 ຄົນ ທາງ ບ້ານໂພນສະຫວ່າງ ເມືອງຈັນທະບູລີ


ນະຄອນຫຼວງວຽງຈັນ: ລາຍງານຈາກ ກູ້ໄພ 1623 ໃຫ້ຮູ້ວ່າ ໃນວັນທີ 27 ເມສາ 2019 ເວລາ 23:12 ໂມງ ໜ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປ ລາວ ໄດ້ຮັບແຈ້ງເຫດຜ່ານເບີ 1623 ວ່າມີ ລົດຈັກຕໍາກັບລົດໃຫຍ່ ເຂດ ບ້ານ ໂພນສະຫວ່າງ ເມືອງ ຈັນທະບູລີ ນະຄອນຫລວງວຽງຈັນ.




ໜ່ວຍກູ້ໄພມູນນິທິ ອອກກວດສອບ ໄດ້ພົບ ຜູ້ ເສຍຊີວີດ 1 ຄົນ ອາຍຸ37ປີ ທີ່ຢູ່ໂຮງແຮມບຸນປະສົງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ.ອາການເບື້ອງຕົ້ນແມ່ນ,ກະທົບຫົວ,ມີບາດແຜຕາມໃບຫນ້າແລະມີບາດແຜຕາມຕົນໂຕ,ເສຍຊີວີດຄາທີ ດັ່ງນັ້ນໜວ່ຍກູ້ໄພມູນນີທີຈົ່ງໄດ້ນຳຜູ້ເສຍຊີວີດທີ່ ໂຮງເຢັນມູນນີທີຈີນ.



ທີ່ເກີດເຫດ ຍັງພົບລົດຈັກ 1 ຄັນສະພາບເພເສຍຫາຍ ແລະ ລົດກະບະ 1 ຄັນທີ່ມີຮອຍຖືກຕໍາຢູ່ດ້ານຂ້າງເບື້ອງຂວາ.
ສາເຫດຂອງອຸບັດຕິເຫດ ທາງເຈົ້າໜ້າທີ່ກ່ຽວຂ້ອງຈະດຳເນີນໄປຕາມຂັ້ນຕອນຂອງກົດໝາຍ.



ເຕືອນໄພທຸກຄົນ ຈົ່ງລະມັດລະວັງ ໃນການຂັບຂີ່, ນັບຖືກົດຈາລະຈອນ, ເມົາບໍ່ຂັບ ເພື່ອປ້ອງກັນຄວາມຮຸນແຮງທີ່ຈະເກີດຂຶ້ນຈາກອຸບັດຕິເຫດ ທາງທ້ອງຖະໜົນ.









ລາຍງານໂດຍ: 1623

--------------------------------



© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes