ຝົນຕົກ, ລົດໃຫຍ່ຕໍາກັນກາງຂົວນາມອນ ລົດຕິດ ຫຼາຍຊົ່ວໂມງ 28/4/2019



ວັງວຽງ: ລາຍງານຈາກ ປະຊາຊົນໃຫ້ຮູ້ ໃນຕອນເຊົ້າ ວັນທີ 28 ເມສາ 2019 ມີຝົນຕົກ ຟ້າລົມ ເຂດເມືອງວັງວຽງ ເຮັດໃຫ້ເກີດອຸບັດຕິເຫດ ລະຫວ່າງລົດໃຫຍ່ ສອງຄັນ. ຢູ່ກາງຂົວ ນາມອນ, ເມືອງວັງວຽງ ແຂວງວຽງຈັນ.



ອຸບັດຕິເຫດ ດັ່ງກ່າວ ເຮັດໃຫ້ລົດຕິດຍາວຫຼາຍກິໂລແມັດ ເປັນເວລາ ຫຼາຍຊົ່ວໂມງ ກ່ອນທີ່ເຈົ້າໜ້າທີ່ຈະສາມາດມາໄກ່ເກ່ຍ ແລະ ເຮັດໃຫ້ການສັນຈອນເປັນປົກກະຕິ. 

ບໍ່ມີລາຍງານ ຜູ່ບາດເຈັບ ຈາກເຫດການຄັ້ງນີ້



ເຕືອນໄພທຸກທ່ານ ທີ່ເດີນທາງໄລຍະນີ້ ຂໍໃຫ້ລະມັດລະວັງ ແລະ ຕິດຕາມ ພະຍາກອນອາກາດ ເພື່ອປ້ອງກັນ ເຫດສຸດວິໄສ ທີ່ອາດເກີດຂຶ້ນ ກໍລະນີມີຟ້າຝົນລົມແຮງ.






--------------------------------



© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes