Home ແມງສາບ ໄລ່ແມງສາບອອກຈາກເຮືອນ ໂດຍບໍ່ຕ້ອງຂ້າ! ດ້ວຍເຕັກນິກງ່າຍໆ
ໄລ່ແມງສາບອອກຈາກເຮືອນ ໂດຍບໍ່ຕ້ອງຂ້າ! ດ້ວຍເຕັກນິກງ່າຍໆ
April 27, 2019 0
ເມື່ອເວົ້າເຖີງສັດທີ່ມັກຈະສ້າງຄວາມລໍາຄານໃຈ ແລະ ເປັນຕາຢ້ານພາຍໃນເຮືອນ ກໍ່ຄົງຈະຕ້ອງມີແມງສາບແນ່ນອນ ທີ່ຄົງບໍ່ມີໝູ່ເພື່ອນຄົນໃດຢາກພົບ ຫຼື ຢາກໃຫ້ເຂົ້າມາຢູ່ໃນບ້ານເຮືອນ. ມື້ນີ້ພວກເຮົາຈະມາແນະນໍາວິທີການປ້ອງກັນແມງສາບ ລວມໄປເຖີງວິທີການໄລ່ແມງສາບ ແບບບໍ່ຕ້ອງຂ້າມາຝາກໝູ່ເພື່ອນນໍາອີກ.
ວິທີການປ້ອງກັນແມງສາບ
1. ເຮັດຄວາມສະອາດບ້ານເຮືອນຢູ່ສະເໝີ
ແນ່ນອນວ່າຄວາມສະອາດ ຖືເປັນສິ່ງສໍາຄັນບໍ່ພຽງແຕ່ປ້ອງກັນສະເພາະແມງສາບເທົ່ານັ້ນ ແຕ່ລວມໄປຮອດສັດອື່ນໆເຊັ່ນ ມົດ, ໜູເປັນຕົ້ນ. ສະນັ້ນ, ຄວນເບິ່ງແຍງ ແລະ ເຮັດຄວາມສະອາດບ້ານຢ່າງສະໝໍ່າສະເໝີ, ບໍ່ວາງອາຫານຖິ້ມປະໄວ້ ແລະ ກໍາຈັດເສດອາຫານທີ່ເປັນແຫຼ່ງລວມເຊື້ອພະຍາດ ເທົ່ານີ້ກໍ່ປ້ອງກັນໄດ້ໃນລະດັບໜຶ່ງແລ້ວ.

2. ອັດຮອຍຮົ່ວ ແລະ ແຫຼ່ງນໍ້າຂັງຕ່າງໆ
ອີກຫນຶ່ງສິ່ງທີ່ບໍ່ຄວນເບິ່ງຂ້າມເຊັ່ນກັນ ສໍາຫຼັບຮອຍຮົ່ວຊືມ ແລະ ແຫຼ່ງນໍ້າຂັງຕ່າງໆເພາະແມງສາບບໍ່ສາມາດຂາດນໍ້າໄດ້ເກີນ 1 ອາທິດ. ສະນັ້ນ, ຫາກພົບຮອຍຮົ່ວຊືມຂອງນໍ້າ ຫຼື ແຫຼ່ງນໍ້າຂັງ ແນະນໍາໃຫ້ເຮັດການແກ້ໄຂໂດຍທັນທີ ເພື່ອຊ່ວຍປ້ອງກັນແມງສາບໄດ້ອີກທາງໜຶ່ງ.

ວິທີໄລແມງສາບ ແບບບໍ່ຕ້ອງຂ້າ
1. ສະບູ່ປະສົມນໍ້າ
ໝູ່ເພື່ອນຫຼາຍຄົນອາດຈະກໍາລັງສົງໄສວ່າ ສະບູ່ສາມາດຊ່ວຍກໍາຈັດແມງສາບໄດ້ແທ້ ຫຼື ບໍ່? ດ້ວຍກິ່ນຫອມຂອງສະບູ ຖືເປັນກິ່ນທີ່ເຮັດໃຫ້ ແມງສາບບໍ່ມັກ ແລະ ບໍ່ຢາກເຂົ້າໃກ້ພຽງນໍ້າສະບູ່ໄປປະສົມກັບນໍ້າເລັກນ້ອຍ ແລະ ໄປວາງບໍລິເວນຕາມຈຸດຕ່າງໆ ທີ່ມັກມີແມງສາບ ເທົ່ານີ້ກໍ່ສາມາດໄລ່ແມງສາບໄດ້ແລ້ວ. ແຕ່ວິທີນີ້ຕ້ອງຄ່ອຍເຕີມສະບູ່ເລື່ອຍໆ ເນື່ອງຈາກສະບູ່ຈະຄ່ອຍໆລະລາຍຫາຍໄປກັບນໍ້ານັ້ນເອງ.

2. ໃບກະວານ
ຖືເປັນໃບທີ່ມີກິ່ນເປັນເອກະລັກ ນິຍົມນໍາໄປໃຊ້ເປັນເຄື່ອງແຕ່ງກິນໃນອາຫານຕ່າງໆ ເຊີ່ງຖືເປັນອີກກິ່ນທີ່ແມງສາບບໍ່ຢາກເຂົ້າໃກ້ ແລະ ບໍ່ມັກເປັນທີ່ສຸດ ແຕ່ພຽງນໍາໃບກະວານໄປວາງຕາມຈຸດຕ່າງໆ ພາຍໃນບ້ານ ຫຼື ບໍລິເວນທີ່ມັກມີແມງສາບ ກໍ່ຈະສາມາດໄລ່ແມງສາບໄດ້ເຊັ່ນກັນ.

3. ສະເປພິກໄທ
ສໍາຫຼັບວິທີນີ້ໝູ່ເພື່ອນ ສາມາດເຮັດເອງໄດ້ງ່າຍໆ ພຽງນໍາພິກໄທ ປະສົມກັບນໍ້າ ແລ້ວໃສ່ລົງໃນຂວດສະເປ ເທົ່ານີ້ກໍ່ຈະໄດ້ ສະເປພິກ. ຈາກນັ້ນ ນໍາໄປສີດບໍລິເວນທີ່ແມງສາບມັກຢູ່ ຫຼື ຈະໃຊ້ພິກໄທເມັດແທນກໍ່ໄດ້ເຊັ່ນກັນ ພຽງນໍາພິກໄທເມັດໃສ່ຫໍ່ຜ້າ ແລ້ວໄປວາງຕາມຈຸດຕ່າງໆ ພາຍໃນບ້ານເຮືອນ. ດ້ວຍກິ່ນຂອງພິກໄທກໍ່ຈະເຮັດໃຫ້ແມງສາບນັ້ນໜີໄປ ແລະ ບໍ່ກ້າເຂົ້າມາໃກ້ອີກເລີຍ.

4. ເປືອກໝາກນາວ ແລະ ເປືອກໝາກກ້ຽງ
ເອີ້ນໄດ້ວ່າສາລະພັດປະໂຫຍດ ແທ້ໆ ສໍາຫຼັບເປືອກໝາກກ້ຽງ ແລະ ເປືອກໝາກນາວ ທີ່ມີກິ່ນເປັນເອກະລັກ. ເຊີ່ງຖືເປັນອີກກິ່ນທີ່ແມງສາບບໍ່ມັກ ພຽງນໍາເປືອກໝາກກ້ຽງ, ເປືອກໝາກນາວ, ປັ່ນເຂົ້າກັບນໍ້າ. ຈາກນັ້ນນໍາໄປສີດບໍລິເວນທີ່ມີແມງສາບມັກຢູ່ ຫຼື ຈະນໍາເປືອກໝາກນາວ ແລະ ເປືອກໝາກກ້ຽງໃສ່ພາຊະນະໄປວາງຕາມຈຸດຕ່າງໆ ບໍລິເວນພາຍໃນບ້ານກໍ່ໄດ້ເຊັ່ນກັນ ເທົ່ານີ້ກໍ່ສາມາດໄລ່ແມງສາບໄດ້ແລ້ວ ອີກທັງຍັງສາມາດໃຊ້ໄລ່ມົດ ແລະ ຈິຈ້ຽມໄດ້ອີກ.
--------------------------------

All in LAOS
Subscribe to:
Post Comments
(
Atom
)

Post a Comment