ພາຍຸຖະຫຼົ່ມບ້ານນໍ້າກວນ ເມືອງຊະນະຄາມ, ເຮືອນເປເພຫຼາຍຫຼັງ ແລະ ສັດລ້ຽງຕາຍຈໍານວນຫຼາຍ 28/4/2019



ວຽງຈັນ: ລາຍງານຈາກປະຊາຊົນໃຫ້ຮູ້ວ່າ ໃນເວລາປະມານ 14:00 ວັນທີ 28 ເມສາ 2019 ເກີດພາຍຸລະດູຮ້ອນພັດຖະຫຼົມ ເຂດບ້ານນໍ້າກວນ, ເມືອງຊະນະຄາມ, ແຂວງວຽງຈັນ ຢ່າງໜັກ.




ສະພາບຝົນພ້ອມລົມ ໄດ້ສ້າງຄວາມເສຍຫາຍ ແກ່ເຮືອນຊານບ້ານຊ່ອງແລະ ສັດລ້ຽງ. ມີເຮືອນຫຼາຍຫຼັງເປເພ ແລະ ສັດລ້ຽງໂດຍສະເພາະ ແມ່ນງົວ ແມ່ນຕາຍຫຼາຍຕົວ. ຕອນນີ້ຍັງບໍ່ຮູ້ ຄວາມເສຍຫາຍທັງໝົດ.



ເຕືອນໄພ ທຸກຄົນ ໃຫ້ມີສະຕິລະວັງຕົວ ແລະ ກຽມພ້ອມຮັບມືກັບ ພາຍຸລະດູຮ້ອນ ເພາະຮອດຍາມແລ້ວ.





ລາຍງາຍໂດຍ: ປະຊາຊົນ ບ້ານນໍ້າກວນ



--------------------------------



© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes