ການນຳຂັ້ນແຂວງສະຫວັນນະເຂດ ລົງຊຸກຍູ້ຕິດຕາມກວດກາ ການຂຸດຄົ້ນໄມ້ ແລະ ເຄື່ອງປ່າຂອງດົງ ອອກຈາກອ່າງເກັບນໍ້າເຂື່ອນໄຟຟ້າເຊລະນອງ 1.



ເພື່ອເປັນການຊຸກຍູ້ ກວດກາ ການຂຸດຄົ້ນໄມ້ ແລະ ເຄື່ອງປ່າຂອງດົງ ອອກຈາກອ່າງເກັບນໍ້າເຂືອນໄຟຟ້າເຊລະນອງ 1 ພ້ອມກະກຽມຍົກຍ້າຍປະຊາຊົນສອງບ້ານຄື ບ້ານ ຫຼອຍນ້ຳ ແລະ ບ້ານລະເບົານ້ຳ ໃຫ້ທ່ວງທັນກັບເວລາທີ່ກຳນົດ ດັ່ງນັ້ນມາໃນວັນທີ 24 ເມສາ 2019 ນີ້ ທ່ານ ປອ ຄຳເຜີຍ  ຜັນນທະຈອນ ຮອງເລຂາພັກແຂວງ ສຳມາຊິກສະພາແຫ່ງຊາດເຂດເລືອຕັ້ງທີ 13 ທັງເປັນ ປະທານສະພາປະຊາຊົນແຂວງສະຫວັນນະເຂດ ພ້ອມຄະນະກໍາມະການຍົກ ຍ້າຍຈັດສັນຂັ້ນເມືອງລົງຕິດຕາມກວດກາ ການຂຸດຄົ້ນໄມ້ ແລະ ເຄື່ອງປ່າຂອງດົງ ອອກຈາກອ່າງເກັບນໍ້າ.




ເຂື່ອນໄຟຟ້າເຊລະນອງ1 ທີ່ມີເນື້ອທີ່ທັງໝົດ 2.493 ເຮັກຕາ ນອນໃນຂອບເຂດປ່າສະຫງວນແຫ່ງຊາດດົງພູວຽງເປັນເຂດຄຸ້ມຄອງ ຂອງເມືອງນອງ 1.925 ເຮັກຕາ ແລະ ເມືອງພີນ 568 ເຮັກຕາ ເນື້ອທີ່ດັ່ງກ່າວຈະຖືກນໍ້າຖ້ວມພາຍຫຼັງປິດປະຕູນໍ້າ ເພື່ອຜະລິດກະແສໄຟຟ້າ ເຊິ່ງຈະມີລະດັບນໍ້າປົກກະຕິ 215 ແມັດ ,ສູງສຸດ 219 ແມັດ ແລະ ຕໍາສຸດ 209 ແມັດ, ມີກໍາລັງຕິດຕັ້ງກະແສໄຟຟ້າ 70 ເມັກກາວັດ, ສ່ວນການຂຸດຄົ້ນໄມ້ປັດຈຸບັນນີ້ສາມາດຂຸດຄົ້ນໄມ້ໜ້າຕ່າງໆແຕ່ 20 ຊັງຕີແມັດຂື້ນໄປ ໄດ້ທ້ອນໂຮມບັນດາໄມ້ຕ່າງໆຢູ່ສະໝາມ2 ມີທັງໝົດ 9.818 ທ່ອນ 



ໃນນີ້ໄດ້ວັດແທກຈັດສັນຄຸນນະພາບໄມ້ ແລະຈັດສົ່ງໃຫ້ພະແນກອຸດສະຫະກຳ ແລະ ການຄ້າ 4.571 ທ່ອນ,ມີບໍລິມາດ 4.441 ກວ່າແມັດກ້ອນ, ວັດແທກຕິດຊັ່ງໄມ້ຕີ້ວໃຫ້ພະແນກອຸດສາຫະກຳ-ການຄ້າໄດ້ 500 ໂຕນ, ໜ້າໄມ້ແຕ່14 ຊັງຕີດແມັດລົງມາມີ 1.000 ໂຕນ,  15-19 ຊັງຕີແມັດມີ 1.500ໂຕນ, ຕິດຊັ່ງເຄື່ອງປ່າຂອງດົງປະເພດ ເຄືອແຫມ ແລະ ເຄືອໃສ້ຊ້າງໄດ້ 100 ໂຕນ, 




ຈາກການຕິດຕາມກວດກາໄມ້ຢູ່ສະໝາມ 2 ແລ້ວ ທ່ານຍັງສືບຕໍ່ເດີນທາງໄປສຳຫຼວດເກັບກໍາຂໍ້ມູນ ບ້ານຈັດສັນທັງສອງບ້ານ ແລະຍັງໄດ້ເນັ້ນໜັກໃຫ້ບໍລິສັດຜູ້ຮັບເໝົາກໍ່ສ້່າງ ເອົາໃຈໃສ່ກໍ່ສ້າງໃຫ້ຖືກຕາມແບບ ແລະ ໃຫ້ມີຄຸນນະພາບຕາມມາດຖານທີ່ກຳນົດ ກ່ອນທີ່ຈະກະກຽມຍົກ ຍ້າຍປະຊາຊົນບ້ານ ຫຼອຍນ້ຳ ແລະ ບ້ານລະເບົານ້ຳ ຂື້ນໃຫ້ໝົດໃນທ້າຍເດືອນພຶດສະພານີ້.




ພາບ - ຂ່າວ: ຄຳນ້ອຍ



--------------------------------





© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes