Home ອຸບັດຕິເຫດ ລົດຈັກປະທະ ລົດ 12 ລໍ້ ເສຍຊີວິດຄາທີ 1 ຄົນ ທາງ 13 ເໜືອ ເມືອງຊຽງເງິນ
ລົດຈັກປະທະ ລົດ 12 ລໍ້ ເສຍຊີວິດຄາທີ 1 ຄົນ ທາງ 13 ເໜືອ ເມືອງຊຽງເງິນ
April 28, 2019 0
ຫຼວງພະບາງ: ເກີດເຫດ ເສົ້າສະຫຼົດໃຈອີກແລ້ວ ເມື່ອມີລາຍງານຈາກ ໜ່ວຍກູ້ຊີບອົງການການແດງ ຫຼວງພະບາງ ໃນວັນທີ 28 ເມສາ 2019 ນີ້ວ່າ ເວລາປະມານ 15:55 ນາທີ ໄດ້ຮັບແຈ້ງຈາກປະຊາຊົນເຂົ້າເບີ 0711625 ວ່າມີອຸບັດຕິເຫດຂັບທີ່ລົດໃຫຍ່ຕໍາກັບລົດຈັກ ມີຜູ່ເສຍຊີວິດຄາທີ 1 ຄົນ.
ຈຸດເກີດເຫດແມ່ນຢູ່ຕໍ່ໜ້າປ້ຳນ້ຳມັນບ້ານຫົວຊຽງ, ເມືອງຊຽງເງິນ, ແຂວງຫຼວງພະບາງ. ເມື່ອທາງໜ່ວຍກູ້ຊີບອົງການກາແດງລາວ ແຂວງຫຼວງພະບາງ ໄດ້ອອກກວດສອບເຫດ ພົບເຫັນຄົນເສຍຊີວິດຄາທີ່ 1 ຄົນ ເປັນເພດຍິງ, ມີການກະທົບຫົວຢ່າງຮຸນແຮງ. ສະນັ້ນໜ່ວຍກູ້ຊີບອົງການກາແດງລາວ ແຂວງຫຼວງພະບາງຈຶ່ງໄດ້ທຳການຫໍ່ສົບຜູ້ເສຍຊີວິດແລ້ວນຳສົ່ງວັດອິນທະຣາມ ບ້ານມູດ ເມືອງຊຽງເງິນ ແຂວງຫຼວງພະບາງ ເພື່ອໃຫ້ທາງຍາດພີ່ນ້ອງໄດ້ຈັດພິທີທາງສາສະໜາ.
ໃນທີ່ເກີດເຫດຍັງພົບເຫັນ ລົດຈັກ 1 ຄັນ ຕົກລົງຂ້າງທາງ ໃກກັບຜູ່ເສຍຊີວິດ. ແລະ ລົດໃຫຍ່ ປະເພດລົດຂົນແຫ່ຊາຍ 12 ລໍ້ 1 ຄັນ. ເຈົ້າໜ້າທີ່ກ່ຽວຂ້ອງ ຈະກວດສອບຫາສາເຫດ ແລະ ດຳເນີນໄປຕາມຂັ້ນຕອນກົດໝາຍຕໍ່ໄປ.
ເປັນອຸທາຫອນແກ່ທຸກຄົນ ຈົ່ງລະມັດລະວັງ ແລະ ໃຊ້ສະຕິ ໃນການຂັບຂີ່ທຸກຄັ້ງ ເພາະ ອຸບັດຕິເຫດ ເກີດຂຶ້ນໄດ້ຕະຫຼອດເວລາ. ສະແດງຄວາມເສຍໃຈກັບເຫດການຄັ້ງນີ້.
ລາຍງານໂດຍ: ໜ່ວຍກູ້ຊີບອົງການກາແດງ ຫຼວງພະບາງ
--------------------------------
Subscribe to:
Post Comments
(
Atom
)





Post a Comment