ລົດຈັກຕໍາກັນຮຸນແຮງທາງເມືອງໂພນທອງ ແຂວງຈໍາປາສັກ ເສຍຊີວິດຄາທີ 2 ຄົນ 28/4/2019


ເກີດເຫດອີກແລ້ວຈາກ ແຂວງຈໍາປາສັກ, ຈາກການລາຍງານຂອງ 1623 ແຂວງຈໍາປາສັກ ໃຫ້ຮູ້ວ່າ ເກີດເຫດ ລົດຈັກຕໍາກັບລົດຈັກ ຮຸນແຮງ. ສົງຜົນໃຫ້ມີຄົນເສຍຊີວິດຄາທີ່ 2 ຄົນ.

ເຫດເກີດເວລາປະມານ 18:20 ວັນທີ 28 ເມສາ 2019. ຈຸດເກີດເຫດ ແມ່ນ ທາງ ບ້ານຄັນແຍງ ເມືອງ ໂພນທອງ, ແຂວງຈໍາປາສັກ.



ທາງ ກູ້ໄພມູນນິທິ 1623 ແຂວງຈໍາປາສັກ ໄດ້ຮອດຈຸດເກີດເຫດ, ພົບເຫັນມີຜູ່ເສຍຊີວິດ 2 ຄົນ, ເປັນເພດຊາຍ ທັງສອງ. ຜູ່ທີ່ 1 ເພດຊາຍ ອາຍຸ 62ປີ ອາຊີບ ປະຊາຊົນ ບ້ານ ຄັນແຍງ ເມືອງ ໂພນທອງ ແຂວງຈໍາປາສັກ. ໂດຍມີອາການເບື້ອງຕົ້ນ:ມີແຜເປີດຢູ່ຫົວແລະຂາຂວາຜິດຮູບ (ເສຍຊີວິດຄາທີ່).



ຜູ່ທີ 2 ເພດຊາຍ ອາຍຸ 36 ອາຊີບ ປະຊາຊົນ ບ້ານ ຝັ່ງແດງ ເມືອງ ໂພນທອງ, ແຂວງຈຳປາສັກ. ໂດຍມີ ອາການເບື້ອງຕົ້ນ:ກະທົບຫົວແລະມີແຜເປີດຢູ່ຫົວ (ເສຍຊີວິດຄາທີ່).



ດັ່ງນັ້ນໜ່ວຍກູ້ໄພມູນນິທິ 1623 ນະຄອນປາກເຊ ຈື່ງໄດ້ນຳສົ່ງສົບກັບບ້ານເພື່ອເຮັດພິທິທາງສາສະໜາ. ສ່ວນການກວດສອບສາເຫດຂອງອຸບັດຕິເຫດ ຢູ່ໃນຂັ້ນຕອນຂອງເຈົ້າໜ້າທີ່ ຈະດຳເນີນການໄປຕາມກົດໝາຍ.




ລາຍງານໂດຍ: 1623 ແຂວງຈໍາປາສັກ


--------------------------------



© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes