ພໍ່ເຖົ້ານົນ ໄວ 85 ປີ ໄດ້ພົບກັບລູກ ອີກຄັ້ງ ຫຼັງຈາກກັນ ປາງສົງຄາມ 40 ກວ່າປີ! ຂອບໃຈທຸກຄົນທີ່ຊ່ວຍປະຊາສຳພັນ



ຈາກກໍລະນີທີ່ ພໍ່ເຖົ້ານົນ ອາຍຸ 85 ປີ ໄດ້ຂໍຄວາມຊ່ວຍເຫຼືອ ມາຍັງ ທີມງານ ປະກາດ Pakaad ໃຫ້ຊ່ວຍຕາມຫາ ລູກ 5 ຄົນ ແລະ ເມຍ ທີ່ໄດ້ພາກຈາກກັນ ເປັນເວລາດົນນານເຖິງ 40 ກວ່າປີ ໃນວັນທີ 14 ເມສາ 2019 ຜ່ານມາ. ສັງຄົມອອນລາຍ ກໍ່ພາກັນ ແຊຕາມຫາ ຊ່ວຍກັນ ຈົນມາຮອດວັນທີ 17 ເມສາ 2019 ທາງທີມງານ ກໍ່ໄດ້ຮັບຂ່າວຈາກ ຜູ່ຊ່ວຍ ພໍ່ເຖົ້ານົນ ໃນການຕາມຫາລູກເມຍຄັ້ງນີ້ວ່າ ມີລູກຊາຍ ຂອງເພິ່ນໄດ້ຕິດຕໍ່ມາແລ້ວ. ເຊິ່ງຕອນນັ້ນ ພໍ່ເຖົ້ານົນ ແມ່ນດີໃຈຫຼາຍ ແລະ ຢາກຈະເຫັນ ໜ້າລູກ ຂອງລາວ. ຄວາມດີໃຈ ຈົນອີ່ມເຂົ້າ ສາມສີ່ມື້.



ຮອດ ວັນທີ 27/04/2019  ທາງລູກຂອງລາວຈິ່ງສາມາດເດີນທາງໄປພົບພໍ່ທີ່ຈາກກັນ 40 ກວ່າປີ ແລະ ໄດ້ຝາກຈົດໝາຍຂອບໃຈມາຍັງ ທີມງານ ປະກາດ Pakaad ແລະ ທຸກຄົນທີ່ຊ່ວຍກັນແຊ ຕາມຫາໂດຍມີເນື້ອໃນວ່າ:

ຂອບໃຈຫລາຍໆ ບໍ່ມີຄຳຊິບັນຍາຍ ສຳລັບ ການປະກາດຕາມຫາ ພໍ່ແລະລູກທີ່ຈາກກັນ ເກືອບວ່າ 40 ປາຍປີ ແລະ ອິກເທື່ອໜື່ງຂໍຂອບໃຈມາຍັງ ປະກາດພ້ອມດ້ວຍທີມງານ ແລະ ເພື່ອນທາງເພດບຸກທຸກຄົນ ຈົ່ງມີແຕ່ຄຳວ່າ ໂຊກໝາມ ລໍ້າລວຍ ແຂງແຮງ ຂໍຂອບໃຈ


ຂໍ້ມູນຍັງໃຫ້ຮູ້ອີກວ່າ: ຜູ່ເປັນເມຍເສຍຊີວິດແຕ່ດົນແລ້ວ, ສ່ວນລູກລະຍັງມີຊີວິດຢູ່ ທຸກຄົນ ແລະ ມີຫຼານໃຫ້ພໍ່ເຖົ້ານັນ. ຕອນນີ້ລູກກະໄດ້ຮັບເອົາພໍ່ ຂື້ນໄປຢູ່ນໍາຢູ່ບ້ານ ທວຍໃຫຍ່ ເມືອງ ບໍລິຄັນ ແຂວງ ບໍລິຄຳໄຊ.




ຈົດໝາຍ ຈາກພໍ່ທີ່ຊອກຫາລູກ:

ຊື່ເພີ່ນພໍ່ເຖົ້ານົນ ບ້ານຢູ່ປະຈຸບັນ ບ້ານ ແກ້ງກອກທົ່ງ ຫນ່ວຍ 11 ເມືອງ ຈຳພອນ ແຂວງ ສະຫັວນນະເຂດ  ເບີໂທຕິດຕໍ່ຫລານຊາຍ 02022320013 ຊື່ ແອ  ຂໍຂອບໃຈຫລາຍໆ ເນື່ອງໃນໂອກາດປີໃຫມ່ລາວນີ້ ຂໍອ່ວຍພອນໄຊອັນປະເສີດ ຂໍໃຫ້ສິ່ງສັກສິດ ຈົ່ງມີແກ່ທ່ານ ສຸຂະພາບແຂງແຮງ ນຶກສິ່ງໃດກໍ່ສົມດັ່ງໃຈນຶກ




ວັນທີ 27 ເມສາ 2019 ພໍ່ລູກໄດ້ ພົບກັນແລ້ວ






--------------------------------




© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes