ຕົກຮ້ານຈູດບັ້ງໄຟ ເຈັບສາຫັດ ທີ່ບ້ານໂພນສູງ 28/4/2019



ລາຍງານຈາກປະຊາຊົນໃຫ້ຮູ້ ໃນຕອນຄໍ່າວັນທີ 28 ເມສາ 2019 ເກີດເຫດ ຄົນທີ່ກໍາລັງຈະຈູດບັງໄຟຕົກຮ້ານປ່ອຍ ບັ້ງໄຟ ທີ່ເຂດບ້ານ ບ້ານໂພນສູງເມືອງໂພນໂຮງ ແຂວງວຽງຈັນ. ເປັນເພດຊາຍ ອາການສາຫັດ. ປະຊາຊົນໄດ້ພາກັນ ນໍາສົ່ງໂຮງໝໍ. ຂໍໃຫ້ປອດໄພ.



ຄລິບຕອນຄົນຕົກຮ້ານບັ້ງໄຟເຈັບໜັກ




ປະເພນີຈູດບັ້ງໄຟ ແມ່ນມີມາແຕ່ດົນນານ ເປັນປະເພນີທີ່ຄວນ ສືບທອດ ແຕ່ຕ້ອງໃຫ້ຄໍານຶງເຖິງຄວາມປອດໄພ. ທີ່ບຸນບັ້ງໄຟ ສ່ວນຫຼາຍຈະມີການ ກິນເຫຼົ້າເມົາເບຍ ກັນເກີນຂະໜາດ, ເວລາຈູດບັ້ງໄຟ ກໍ່ບໍ່ຄໍານຶງເຖິງຄວາມປອດໄພເປັນຫຼັກ. ຈິ່ງຮຽກຮ້ອງໃຫ້ອໍານາດການປົກຄອງຈົ່ງໄດ້ຊ່ວຍ ກັນປ້ອງກັນບັນຫາແບບນີ້.

ລາຍງານໂດຍ: Khamphone Armaisanh

--------------------------------





© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes