ອີກແລ້ວ! ລົດຂົນແຫ່ຊາຍ ຍາດກັນເຂົ້າຂົວ ຕໍາກັນເກືອບຕົກຫ້ວຍ ທີ່ເມືອງຫີນເຫີບ 29/4/2019



ແຂວງວຽງຈັນ: ລາຍງານຈາກປະຊາຊົນ ໃຫ້ຮູ້ວ່າ ເກີດອຸບັດຕິເຫດ ທີ່ທາງ 13 ເໜືອ ເວລາປະມານ  10:25 ວັນທີ 29 ເມສາ 2019 ເຂດຂົວຂົວປອ່ງຊອງ, ເມືອງຫີນເຫີບ, ແຂວງວຽງຈັນ.



ຈາກຂໍ້ມູນໃຫ້ຮູ້ວ່າ ສາເຫດ ຂອງອຸບັດຕິເຫດ ແມ່ນຍ້ອນລົດຂົນສົ່ງ ຍາດກັນເຂົ້າຂົວ ຈົນເຮັດໃຫ້ເກີດອຸບັດຕິເຫດ ແລະ ເກືອບຕົກລົງຫ້ວຍ.

ບໍ່ມີລາຍງານຜູ່ບາດເຈັບ ຫຼື ເສຍຊີວິດ, ແຕ່ການສັນຈອນເປັນອໍາມະພາດ ຫຼາຍຊົ່ວໂມງ ກ່ອນທີ່ເຈົ້າໜ້າທີ່ຈະສາມາດມາໄກ່ເກ່ຍເຫດດັ່ງກ່າວ.




ຮຽກຮ້ອງໃຫ້ ເຈົ້າຂອງທຸລະກິດ ຫຼື ໂຊເຟີ ລົດຂົນສົ່ງ ຕ້ອງມີຄວາມຮັບຜິດຊອບ, ມີສະຕິລະວັງຕົວ ແລະ ບໍ່ຄວນຮີບຮ້ອນເກີນໄປ ເພາະອຸບັດຕິເຫດ ສາມາດເກີດຂຶ້ນໄດ້ທຸກເວລາ.


ລາຍງານໂດຍ: ວິແຕນ | All in LAOS






--------------------------------





© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes