Home ລັດຖະບານ ຫາລືວຽກງານການໃຊ້ພາສາລາວ, ການຄຸ້ມຄອງ-ນໍາໃຊ້ສື່ສັງຄົມອອນລາຍ 29-30/4/2019
ຫາລືວຽກງານການໃຊ້ພາສາລາວ, ການຄຸ້ມຄອງ-ນໍາໃຊ້ສື່ສັງຄົມອອນລາຍ 29-30/4/2019
April 29, 2019 0

ໃນລະຫວ່າງວັນທີ 29-30 ເມສາ 2019 ທີ່ຫໍປະຊຸມແຫ່ງຊາດ ຫ້ອງວ່າການສໍານັກງານນາຍົກລັດຖະມົນ ຈັດສໍາມະນາກ່ຽວກັບການສໍາມະນາກ່ຽວກັບການນໍາໃຊ້ພາສາລາວ ການຄຸ້ມຄອງ ແລະ ນໍາໃຊ້ສື່ສັງຄົມອອນລາຍ ຄັ້ງທີ 2 ໂດຍເປັນປະທານ ຈະເລີນ ເຍຍປາວເຮີ ລັດຖະມົນຕີປະຈໍາ ສໍານັກງານນາຍົກລັດຖະມົນຕີ ໂຄສົກລັດຖະບານ

ມີ ທ່ານ ສະຫວັນຄອນ ຣາຊມຸນຕຣີ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງ ທ່ຽວ ພ້ອມນີ້ທ່ານຮອງຫົວໜ້າຫ້ອງການ ສນຍ ຫົວໜ້າສະຖາ ບັນຄົ້ນຄວ້າວັດທະນະທໍາ ສະຖາບັນຄົ້ນຄວ້າວິທະຍາສາດສັງຄົມແຫາງຊາດ ຫົວໜ້າກົມ ຜູ້ຊົງຄຸນວຸດທິ ແລະ ບັນດາສື່ມວນຊົນແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ການນໍາມະຄັ້ງນີ້ ຈະໄດ້ພ້ອມກັນຄົ້ນຄວ້າປຶກສາຫາລື ແລກປ່ຽນບົດຮຽນ ໂດຍມີບັນດາທ່ານອາຈານຜູ້ຊ່ຽວຊານ ຈາກສະຖານບັນຄົ້ນຄວ້າວັດທະນະທໍາ ສະຖານບັນຄົ້ນຄວ້າວິທະຍາສາດສັງຄົມແຫ່ງຊາດ ຈາກຄະນະອັກສອນສາດມະຫາວິທະຍາໄລແຫ່ງຊາດ ເພື່ອພ້ອມກັນຄົ້ນຄວ້າປຶກສາຫາລື ເພື່ອສ້າງຄວາມເປັນເອກະ ພາບໃນການຈັດຕັ້ງປະຕິບັດໃນໜ້າທີ່ວິຊາສະເພາະ ໂດຍສະ ເພາະກ່ຽວການນໍາໃຊ້ພາສາເຂົ້າໃນສື່ປະເພດຕ່າງໆຢ່າງຖືກຕ້ອງ.


--------------------------------
Subscribe to:
Post Comments
(
Atom
)
Post a Comment