ລົດຈັກຕໍາກັນຕອນເດິກ ເຈັບ 2​ ຄົນ, ຍ້ອນເມົາແລ້ວຂັບ ທີ່ນະຄອນໄກສອນພົມວິຫານ


ແຂວງ ສະຫວັນນະເຂດ: ຍິ່ງເດິກ ຍິ່ງມີອຸບັດຕິເຫດ ທັ້ງທີ່ ເສັ້ນທາງ ການຈາລະຈອນ ບໍ່ມີລົດຫຼາຍ. ດັ່ງເຫດ ທີເກີດຂຶ້ນໃນວັນທີ 29 ເມສາ 2019 ເວລາ 22:12 ນາທີ ໜ່ວຍກູ້ໄພ ສະຫວັນນະເຂດ ໄດ້ຮັບແຈ້ງເຫດວ່າ ມີອຸບັດຕິເຫດລົດຈັກ ກັບລົດຈັກຕຳກັນ ເຂດເສັ້ນທາງ ບ້ານ ດົງດຳດວນນະຄອນໄກສອນພົມວິຫານ ແຂວງ ສະຫວັນນະເຂດ.



ໃນຈຸດເກີດເຫດມີຜູ້ບາດເຈັບ 2 ຄົນ (ຍິງ 1 ຊາຍ 1). ອາການບາດເຈັບ ຜູ້ທີ່ 1 ເພດຊາຍ ແມ່ນມີອາການບາດແຜຈີກທີ່ ໃບໜ້າເບື້ອງຊ້າຍມີອາການມິນເມົາ. ແລະ ຜູູ່ທີ 2 ຜູ່ຍິງ ແມ່ນມີອາການຄິ້ວແຕກເບື້ອງຊາຍ.ດັ່ງນັ້ນ ທາງທີມງານຈື່ງໄດ້ປະຖົມພະຍາບານຂັ້ນຕົ້ນ ແລ້ວນຳສົ່ງໂຮງຫມໍ ແຂວງ ສະຫວັນນະເຂດ.





ຈາກການກວດສອບ ຄາດວ່າການເມົາແລ້ວຂັບ ແລະ ຂີ່ລົດໄວ ຄົງເປັນສາເຫດ ຂອງອຸບັດຕິເຫດ ໃນຄັ້ງນີ້. ເຕືອນໄພທຸກຄົນວ່າ ເວລາເມົາ ບໍ່ຄວນຂັບລົດ ເພາະບໍ່ໄປຕໍາຄົນອື່ນ ກໍ່ອາດເສຍຫຼັກ ລົ້ມເອງບາດເຈັບ. ສະນັ້ນ, ເມົາບໍ່ຂັບເດີ.



ລາຍງານໂດຍ: ກູ້ໄພ ແຂວງສະຫວັນນະເຂດ
ອຸບັດຕິເຫດ, ເຈັບປ່ວຍແຈ້ງເຫດສຸກເສີນ
020 2828-5454 ຫຼື 020 9898-5454 ຕະຫຼອດ 24 ຊົ່ວໂມງ






--------------------------------



© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes