ຮຸນແຮງ! ລົດໃຫຍ່ປະທະກັນ ຄົນຕິດພາຍໃນລົດ 2​ ຄົນ! ທາງບ້ານໜອງດາ, ເມືອງສີໂຄດຕະບອງ



ນະຄອນຫຼວງວຽງຈັນ: ລາຍງານຈາກ 1623​ ໃຫ້ຮູ້ວ່າ ໃນວັນທີ 29 ເມສາ 2019 ເວລາ 04:49 ໂມງ ໜ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປ ລາວ ໄດ້ຮັບແຈ້ງ ຂໍຄວາມຊ່ວຍເຫລືອ ຈາກຫນ່ວຍກູ້ໄພພັດທະນາຜາສຸກ ວ່າມີ ເຫດລົດຫົກລໍ້ຂົນໄມ້ ຕໍາກັບ ລົກກະບະຮຸນໄດ ມີຄົນຕີດພາຍໃນລົດ 2 ຄົນ. ຈຸດເກີດເຫດ ບ້ານຫນອງດາ ເມືອງ ສີໂຄດຕະບອງ ນະຄອນຫລວງວຽງຈັນ



ຫນ່ວຍກູ້ໄພມູນນິທິ ອອກກວດສອບ ໄດ້ພົບ ລົດໃຫຍ່ສອງຄັນ ເປັນລົດຫົກລໍ້ຂົນໄມ້ ແລະ ກະບະຮຸນໄດ. ເຊິ່ງລົດກະບະຮຸນໄດ ແມ່ນຟົ້ງໄປຕໍາກຳແພງ. ມີ ຜູ້ບາດເຈັບ 2 ຄົນ ເພດຊາຍ 2 ຄົນ ຕິດພາຍໃນລົດບໍ່ສາມາດອອກໄດ້ ທາງຫນ່ວຍງານກູ້ໄພຈື່ງ ນຳໃຊ້ອຸປະກອນ ຕັດ-ຖ່າງ ເພື່ອນຳຄົນເຈັບອອກມາ ໃຊ້ເວລາປະມານ 10 ນາທີກໍ່ສາມາດນຳອອກມາໄດ້



ຄົນເຈັບ ຜູ້ທີ 1 ເພດຊາຍ ອາຍຸ 26 ປີ ບ້ານ ຫ້ອມ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ ອາການເບື້ອງຕົ້ນແມ່ນ ຫນ້າແຂ່ງຂວາຫັກ,ມີບາດເປີດໃຫຍ່ຢູ່ຫລັງຕີນຊ້າຍ,ແລະຫນ້າແຂ່ງຂວາ ຄາງຈີກ,ມີສະຕີດີ.


ຄົນເຈັບ ຜູ້ທີ 2 ເພດຊາຍ ອາຍຸ 25 ປີ ບ້ານ ເກົ້າລ້ຽວ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ
ອາການເບື້ອງຕົ້ນແມ່ນ ມີບາດເປີດໃຫຍ່ຢູ່ຂໍ້ຂາຊ້າຍແລະກະດູກຂາຊ້າຍແຕກ ຝາມືເບື້ອງຊ້າຍຈີກ, ມີສະຕີດີ
ດັ່ງນັ້ນໜວ່ຍກູ້ໄພມູນນີທີຈື່ງປະຖົມພະຍາບານຂັ້ນຕົ້ນແລ້ວນຳສົ່ງໂຮງໜໍ ມິດຕະພາບ 150 ຕຽງ.

ລາຍງານໂດຍ: 1623













--------------------------------



© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes