ອຸທາຫອນ! ລົດກະບະປີ້ນ ອອກຂ້າງທາງ ເຂດບ້ານຫ້ວຍເຕີຍ ເມືອງໄຊທານີ ເຈັບ 2 ຄົນ



ນະຄອນຫຼວງວຽງຈັນ: ວັນທີ 28 ເມສາ 2019 ເວລາ17:58 ໂມງ ໜ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປ ລາວ ໄດ້ຮັບແຈ້ງເຫດຜ່ານເບີ 1623 ວ່າມີ ເຫດລົດໃຫຍ່ປີ້ນ ຈຸດເກີດເຫດ ບ້ານ ຫ້ວຍເຕີຍ ເມືອງໄຊທານີ ນະຄອນຫລວງວຽງຈັນ



ພໍຫນ່ວຍກູ້ໄພມູນນິທິ ອອກກວດສອບ ໄດ້ພົບ ຜູ້ບາດເຈັບ 2 ຄົນ ເພດຊາຍ 1 ຄົນ ເພດຍີງ 1 ຄົນ
ຄົນເຈັບ ຜູ້ທີ 1 ເພດຊາຍ ອາຍຸ 29 ປີ ບ້ານ ນາແຮ່ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ ອາການເບື້ອງຕົ້ນແມ່ນ ມີບາດຈີກຢູ່ຫົວ,ມີສະຕີດີ



ຄົນຜູ້ທີ2 ເພດຍີງ ອາຍຸ 25 ປີ ບ້ານ ຫນອງປີງ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ
ອາການເບື້ອງຕົ້ນແມ່ນ ແໜ້ນໜ້າເອິກ,ມີບາດແຜຕາມຕັນໂຕ, ມີສະຕີດີ.
ດັ່ງນັ້ນໜວ່ຍກູ້ໄພມູນນີທີຈື່ງປະຖົມພະຍາບານຂັ້ນຕົ້ນແລ້ວນຳສົ່ງໂຮງໜໍ ມິດຕະພາບ 150 ຕຽງ


ເຕືອນໄພທຸກຄົນ ຂັບຂີ່ລົດ ຕ້ອງໃຫ້ມີສະຕິລະວັງຕົວສູງທີ່ສຸດ, ບໍ່ຄວນໃຊ້ມືຖືເວລາຂັບຂີ່. ເວລາເມົາ ບໍ່ຂັບລົດ, ບໍ່ຜິດຖຽງກັນ ເວລາຂັບລົດ ແລະ ພຶດຕິກໍາອື່ນໆ ທີ່ຈະມີຄວາມສ່ຽງຕໍ່ການເກີດອຸບັດຕິເຫດ.

ລາຍງານໂດຍ:​ 1623










--------------------------------



© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes