ສະຫຼົດ! ຊາຍຖືກໄຟຟ້າຊັອດເສຍຊີວິດ ທີ່ເມືອງທ່າແຂກ 29/4/2019



ແຂວງຄໍາມ່ວນ: ລາຍງານຈາກ ປະຊາຊົນໃຫ້ຮູ້ວ່າ ໃນວັນທີ 29 ເມສາ 2019 ເວລາ 19:37 ໂມງ ໄດ້ມີເຫດໄຟຟ້າຊ໋ອດຄົນເສຍຊີວິດ ຢູ່ທີ່ສະຖານທີ່ພັກລົດແຫ່ງໜຶ່ງ ເຂດບ້ານໃໝ່ສິວິໄລ ເມືອງທ່າແຂກ ແຂວງຄຳມ່ວນ.



ທີ່ຈຸດເກີດເຫດພົບເຫັນຜູ້ເສຍຊີວິດ 1 ຄົນ ເປັນເພດຊາຍ ( ເປັນຄົນຕ່າງຊາດ ) ອາການເບື້ອງຕົ້ນແມ່ນ ມານຕາເປີດ ບໍ່ຫາຍໃຈ ບໍ່ມີຊີບພະຈອນ ດັ່ງນັ້ນທີມງານເຮົາຈຶ່ງບໍ່ສາມາດທຳການປໍ້າຫົວໃຈ ( CPR ) ໄດ້ ຈາກນັ້ນທາງທີມງານກູ້ໄພຈຶ່ງໄດ້ມຽ້ນຄາບສົບດັ່ງກ່າວ ແລ້ວນໍາສົ່ງເຂົ້າໂຮງເຢັນຂອງໂຮງໝໍແຂວງຄຳມ່ວນ.




ສ່ວນສາເຫດ ທີ່ເຮັດໃຫ້ເກີດໄຟຟ້າຊັອດນັ້ນເຈົ້າໜ້າທີ່ຈະກວດສອບຕໍ່ໄປ. ສະແດງຄວາມເສຍໃຈກັບເຫດການຄັ້ງນີ້.




--------------------------------



© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes