ຄະນະນຳເມືອງນານລົງມອບເຄື່ອງຊ່ວຍເຫຼຶອບັນເທົາທຸກໃຫ້ປະຊາຊົນບ້ານຕູຫໍ້ ທີຖຶກຜົນກະທົບຈາກລົມພາຍຸພັດ


ຫຼວງພະບາງ: ໃນຕອນແລງຂອງວັນທີ 26 ເມສາ 2019 ທ່ານ ສີວອນ ວົງຄຳຈັນ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆນານ ພ້ອມດ້ວຍທີມງານລົງມອບເຄື່ອງ: ສາດ, ມຸ້ງ ມູນຄ່າ 1,210,000 ກີບເພື່ອຊ່ວຍເຫຼືອ ແລະ ເງີນສົດຈຳນວນ 5,750,000 ກີບ ເພື່ອບັນເທົາທຸກໃຫ້ປະຊາຊົນບ້ານຕູຫໍ້ ເມືອງນານ ແຂວງຫຼວງພະບາງ ທີ່ຖືກຜົນກະທົບຈາກລົມພະຍຸພັດ ໃນເວລາ 5:00 ໂມງແລງ ຂອງວັນທີ 21/4/2019



ໄພທໍາມະຊາດຄັ້ງນີ້ ເຮັດໃຫ້ເຮືອນພໍ່ ແມ່ປະຊາຊົນເປ່ເພຈຳນວນ 11 ຫຼັງຄາທີ່ຖືກເສຍຫາຍ., ຈຳນວນພົນ 62ຄົນ,ຍິງ 24ຄົນ, ບາງຄອບຄົວບໍ່ມີທີ່ພັກເຊົາ,ອາໃສພັກຢູ່ເຮືອນພີ້ນ້ອງ,ລົມພາຍຸພັດຄັ້ງນີ້ ບໍ່ມີຜູ້ບາດເຈັບ ແລະ ເສຍຊີວິດ.












--------------------------------



© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes