Home ເມືອງເງິນ ສອບເສັງຄັດເລືອກລັດຖະກອນໃໝ່ຂອງຂະແໜງສຶກສາທິການ ແລະ ກິລາ ປະຈຳສູນສອບເສັງເມືອງເງິນ
ສອບເສັງຄັດເລືອກລັດຖະກອນໃໝ່ຂອງຂະແໜງສຶກສາທິການ ແລະ ກິລາ ປະຈຳສູນສອບເສັງເມືອງເງິນ
April 30, 2019 0
ອີງຕາມຂໍ້ແນະນຳຂອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 420,421/ສສກ ລົງວັນທີ 3 ເມສາ 2019 ກ່ຽວກັບການຮັບ ແລະ ບັນຈຸລັດຖະກອນຄູ ແລະ ບໍລິຫານໃໝ່ຂອງຂະແໜງສຶກສາທິການ ແລະ ກິລາປະຈຳປີ 2019, ດັ່ງນັ້ນມາໃນວັນທີ 29 ເມສາ 2019 ນີ້ຢູ່ທີ່ໂຮງຮຽນ ມສ ນ້ຳເງິນ ເມືອງເງິນ ແຂວງ ໄຊຍະບູລີ ໄດ້ຈັດການສອບເສັງຄັດເລືອກລັດຖະກອນໃໝ່ຂອງຂະແໜງສຶກສາທິການ ແລະ ກິລາ ປະຈຳສູນສອບເສັງເມືອງເງິນ.
ເຂົ້າຮ່ວມເປັນກຽດ ແລະ ເປີດຫົວບົດສອບເສັງ ມີ ທ່ານ ກາບແກ້ວ ສີບຸນມາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ ໄຊຍະບູລີ, ມີທ່ານ ສອນສຸກ ພວງແກ້ວ ຮອງເລຂາພັກເມືອງ ຮອງເຈົ້າເມືອງ, ມີທີມງານຈາກພະແນກສຶກສາທິການ ແລະ ກິລາ ແຂວງ- ເມືອງ ພາກສ່ວນທີກ່ຽວຂ້ອງ ແລະ ນັກສອບເສັງຈາກ 4 ເມືອງ ເໜືອ ຂອງແຂວງ ໄຊຍະບູລີເຂົ້າຮ່ວມ.
ການສອບເສັງຄັດເລືອກລັດຖະກອນໃໝ່ຂອງຂະແໜງສຶກສາທິການ ແລະ ກິລາ ປະຈຳສູນສອບເສັງເມືອງເງິນ ສົກຮຽນ 2018 – 2019 ນີ້ ມີຈຳນວນ 4 ເມືອງເຂົ້າຮ່ວມຄື: ເມືອງເງິນ, ເມືອງຊຽງຮ່ອນ, ເມືອງຫົງສາ ແລະ ເມືອງຄອບ. ມີນັກສອບເສັງທັງໝົດ 389 ຄົນໃນນີ້ມີ
1. ເມືອງ ເງິນ ຈຳນວນ 84 ຄົນ
2. ເມືອງ ຊຽງຮ່ອນ 104 ຄົນ
3. ເມືອງ ຫົງສາ 107 ຄົນ
4. ເມືອງ ຄອບ 94 ຄົນ
ການສອບເສັງ ໃນຄັ້ງນີ້ມີທັງພາກທິດສະດີ, ແຕ່ງບົດສອນ ແລະ ການສຳພາດ ການສອບເສັງດັ່ງກ່າວ ແມ່ນໃຊ້ເວລາ 2 ວັນເຕັມ.
ໂດຍ: ອິນແປງ ແຫວນຄຳ
--------------------------------
Subscribe to:
Post Comments
(
Atom
)






Post a Comment