Home ອຸບັດຕິເຫດ ກະບະຕໍາກັບລົດຈັກ ດັບຄາທີ 1 ຄົນ ທີ່ນະຄອນໄກສອນ ຄືນວັນທີ 13/5/19
ກະບະຕໍາກັບລົດຈັກ ດັບຄາທີ 1 ຄົນ ທີ່ນະຄອນໄກສອນ ຄືນວັນທີ 13/5/19
May 14, 2019 0
ແຂວງ ສະຫວັນນະເຂດ: ລາຍງານຈາກກູ້ໄພ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ ໃນວັນທີ 13 ພຶດສະພາ 2019 ເວລາ 21:20 ນາທີ ໜ່ວຍກູ້ໄພ ສະຫວັນນະເຂດ ໄດ້ຮັບແຈ້ງເຫດວ່າມີອຸບັດຕິເຫດ ລົດຈັກຕໍາກັບລົດໃຫຍ່ , ທີ່ເຂດເສັ້ນທາງບ້ານນາເລົ່າ , ນະຄອນໄກສອນ ພົມວິຫານ, ແຂວງສະຫວັນນະເຂດ.
ທາງອາສາກູໄພ້ໄດ້ອອກໄປທີ່ເກີດເຫດ ເພື່ອໃຫ້ການຊ່ວຍເຫຼືອທັນທີ່, ໃນຈຸດເກີດເຫດ ມີຜູ້ເສຍຊີວິດ 1 ຄົນເປັນເພດຊາຍ ອາຍຸ 31ປີ ປະຊາຊົນຢູ່ບ້ານຫນອງຜື ອາຊິບກຳມະກອນ ອາການຜູ້ເສຍຊີວິດແມ່ນ ມີບາດແຜຈິກທີຫົວ (ຄໍຫັກ) ເສຍຊີວິດຄາທີ່, ທາງທີມງານໄດ້ຊ່ວຍສຸດຄວາມສາມາດ ດ້ວຍກນປ້ຳຫົວໃຈ CPR ແຕ່ຜູ້ກ່ຽວບໍ່ຕອບສະຫນອງ ຊີບພະຈອນໄດ້ເສຍຊີວິດຄາທີ່.
ດັ່ງນັ້ນເອງທາງທີມງານຈື່ງໄດ້ມ້ຽນສົບຜູ້ເສຍຊີວິດ ແລະ ນຳສົ່ງກັບບ້ານຂອງຜູ້ກ່ຽວເພື່ອໃຫ້ຍາດຕິພີ່ນ້ອງ ທຳພິທີທາງສາດສະຫນາຕໍ່ໄປ ຂໍສະແດງຄວາມເສຍໃຈນຳຍາດຕິພີ່ນ້ອງຂອງຜູ້ເສຍຊີວິດ ແລະ ຂໃຫ້ວີນຍານຜູ້ເສຍຊີວິດໄປສູ່ພົບພູມທີ່ດີສາທຸໆໆ.
ສ່ວນສະພາບລົດ ຈັກແມ່ນ ມຸ່ນເສຍຫາຍໜັກ, ລົດຄູ່ກໍລະນີ ທີ່ເປັນລົດກະບະ ກໍ່ໄດ້ຮັບຄວາມເສຍຫາຍເລັກນ້ອຍ ດ້ານໜ້າ. ການດຳເນີນການກວດກາສາເຫດ ຂອງອຸບັດຕິເຫດ ເຈົ້າໜ້າທີ່ກ່ຽວຂ້ອງຈະດຳເນີນການໄປຕາມຂັ້ນຕອນກົດໝາຍຕໍ່ໄປ.
ເຕືອນໄພທຸກທ່ານ ຕ້ອງໄດ້ຍົກສູງສະຕິ ລະວັງຕົວ ໃນການຂັບຂີ່ພາຫະນະ, ບໍ່ປະໝາດ, ບໍ່ເອົາຊີວິດຂອງຕົນໄປສ່ຽງໃນທຸກກໍລະນີ ເຊັ່ນ: ບໍ່ຂັບລົດຕອນເມົາ, ບໍ່ຂັບລົດຖ້າຈະໃຊ້ໂທລະສັບ, ບໍ່ຂັບລົດໄວເກີນຂອບເຂດ, ບໍ່ລະເມີດກົດຈາລະຈອນ, ສໍາຄັນທີ່ສຸດ ບໍ່ປະໝາດ.
ດ້ວຍຄວາມຫ່ວງໃຍ່ຈາກ ກູ້ໄພສະຫວັນນະເຂດ ແລະ ທີມງານ All in LAOS
ອຸບັດຕິເຫດ, ເຈັບປ່ວຍແຈ້ງເຫດສຸກເສິນໂທ
020 2828-5454
020 9898-5454 ຕະຫຼອດ 24 ຊົ່ວໂມງ
ໜ່ວຍກູ້ຊິບ-ກູ້ໄພ ສະຫວັນນະເຂດ
--------------------------------
Subscribe to:
Post Comments
(
Atom
)






Post a Comment