ຊົມເຊີຍ! ທົ່ງໄຫຫີນ ຊຽງຂວາງ ໄດ້ຖືກຮັບຮອງເປັນມໍລະດົກໂລກແລ້ວ! ເປັນແຫ່ງທີ່ 3 ຂອງລາວ ທີ່ໄດ້ເປັນມໍລະດົກໂລກ



ໃນບ່າຍວັນທີ 14 ພຶດສະພາ 2019 ທ່ານ ສາລາກະວີ ງົວແລະກວຽນ  ຫຼື ທ່ານ ທອງໃບ ໂພທິສານ ຫົວໜ້າກົມມໍລະດົກ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ສົ່ງຂ່າວໃຫ້ປະຊາຊົນລາວທົ່ວປະເທດຮູ້ວ່າ




"ໄຫຫີນແຂວງຊຽງຂວາງ ມໍລະດົກລາວ ຖືກຮັບຮອງເປັນ ມໍລະດົກໂລກ"

ຂ່າວດີ ຂ່າວໃໝ່ ຍິ່ງໃຫຍ່ໃນຮອບ 20 ປີ...
ເຊີນຊວນທຸກທ່ານສະແດງຄວາມດີໃຈ ບັດນີ້ ໄຫຫີນແຂວງຊຽງຂວາງໄດ້ຖືກຮັບຮອງເຂົ້າເປັນມໍລະດົກໂລກ ແຫ່ງທີ 3 ຂອງ ສປປ ລາວ ແລ້ວ ຄາດວ່າຈະໄດ້ຖືກປະກາດຮັບຮອງຢ່າງເປັນທາງການ ໃນກອງປະຊຸມຄະນະກຳມະການມໍລະດົກໂລກ ຄັ້ງທີ 43 ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 30 ມິຖຸນາ-7 ກໍລະກົດ 2019 ທີ່ຈະເຖິງນີ້ ຢູ່ທີ່ປະເທດອາແຊັກບາຍຊານ. 

ກວ່າ 20 ປີທີ່ມຸ້ງຫວັງ ລໍຄອຍ ມາເຖິງມື້ນີ້ ພູມໃຈໄດ້ແລ້ວປະຊາຊົນລາວ ແລະ ຊາວຊຽງຂວາງ.






--------------------------------





© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes