Home ປກສ ສ້າງເລື່ອງວ່າຖືກໂຈນດຶງກະເປົາ ທີ່ແທ້ຕິດໜີ້ ແລ້ວຢາກຕົວະຜົວ, ຕໍາຫຼວດຈັບຕົວມາສຶກສາອົບຮົມ
ສ້າງເລື່ອງວ່າຖືກໂຈນດຶງກະເປົາ ທີ່ແທ້ຕິດໜີ້ ແລ້ວຢາກຕົວະຜົວ, ຕໍາຫຼວດຈັບຕົວມາສຶກສາອົບຮົມ
May 14, 2019 0
ໄຊຍະບູລີ: ໃນວັນທີ 8 ພຶດສະພາ 2019, ເຈົ້າໜ້າທີ່ພະແນກຕໍາຫຼວດ ກອງບັນຊາການ ເມືອງໄຊຍະບູລີ, ແຂວງ ໄຊຍະບູລີ ໄດ້ແຈ້ງເຊີນ ນາງ ລັດສະໜີ ຢາງ, ອາຍຸ 33 ປີ, ປັດຈຸບັນຢູ່ບ້ານນາເລົາ, ເມືອງໄຊຍະບູລີ ເຂົ້າພົບ ເພື່ອເຮັດບົດບັນທຶກແລະ ສຶກສາອົບຮົມຜູ້ກ່ຽວ ຈາກກໍລະນີທີ່ໄດ້ສ້າງເຫດການ ແລະ ແຈ້ງຄວາມບໍ່ມີມູນຄວາມຈິງຕໍ່ເຈົ້າໜ້າທີ່ຕຳຫຼວດ ໂດຍອ້າງວ່າ ໄດ້ມີຄົນບໍ່ດີມາລົງມືກໍ່ເຫດດຶງກະເປົາຂອງຕົນເອງ ຢູ່ລະຫວ່າງ ທາງບ້ານສວນ ຫາ ບ້ານທ່ານາ ເມືອງໄຊຍະບູລີ ເມື່ອຕອນຄໍ່າວັນທີ 3 ພຶດສະພາ 2019 ຜ່ານມາ, ໂດຍໄດ້ສູນເສຍເງິນຈຳນວນ 9.500.000 ກີບ ທີ່ມີຢູ່ໃນກະເປົານັ້ນ.
ຜ່ານການສືບສວນ-ສອບສວນ ແລະ ເກັບກຳຂໍ້ມູນຫຼັກຖານຢ່າງລະອຽດຖີ່ຖ້ວນຂອງເຈົ້າໜ້າຕຳຫຼວດ, ນາງ ລັດສະໜີ ຢາງ ຈຶ່ງໄດ້ຍອມຮັບສາລະພາບວ່າ: ສາເຫດທີ່ຕົນເອງໄດ້ສ້າງເຫດການທີ່ບໍ່ມີຄວາມຈິງດັ່ງກ່າວນັ້ນຂື້ນມາ ກໍ່ຍ້ອນມີບັນຫາໜີ້ສິນພາຍໃນຄອບຄົວ ຄຸມເຄືອຢູ່ຫຼາຍ; ເບື້ອງຕົ້ນຜູ້ເປັນຜົວໄດ້ຊ່ວຍແກ້ໄຂໄປແລ້ວຈໍານວນໜຶ່ງ; ສ່ວນໜີ້ຍັງຄ້າງບ້ວງທີ່ຜົວບໍ່ຮັບຮູ້ນໍາ, ຕົນເອງໄດ້ລັກເອົາເງິນຈໍານວນໜຶ່ງຂອງຄອບຄົວໄປຊໍາລະຈົນໝົດ. ຢູ່ຕໍ່ມາ ໄລຍະໜຶ່ງ, ຕົນເອງຮູ້ສຶກຄິດຢ້ານຜົວຈະຮູ້ທັນ, ຢ້ານເກີດມີການຜິດຂ້ອງຕ້ອງຖຽງກັນຢູ່ໃນຄອບຄົວ, ຈຶ່ງໄດ້ແຕ່ງເລື່ອງ ແລ້ວເຂົ້າແຈ້ງຄວາມຕໍ່ເຈົ້າໜ້າທີ່ວ່າ: ເວລາປະມານ 21 ໂມງ ຂອງວັນທີ 3 ພຶດສາພາ 2019, ພາຍຫຼັງທີ່ຕົນເອງໄດ້ສໍາເລັດການຕິດຕໍ່ພົວພັນວຽກທາງລັດຖະການ ນໍາອໍານາດການປົກຄອງບ້ານປາງຄອມແລ້ວ ກໍາລັງຂີ່ລົດມຸ້ງໜ້າກັບບ້ານ; ພໍເດີນທາງຮອດເຂດພູໜາກຕູມ ລະຫວ່າງ ບ້ານສວນ ຫາ ບ້ານທ່ານາ, ເມືອງໄຊຍະບູລີ ໄດ້ມີຄົນຮ້າຍ 3 ຄົນ, ຂັບຂີ່ລົດຈັກ 2 ຄັນ ລັດທາງ ແລ້ວໃຊ້ມີດຈີ້ນາບຂູ່ ແລະ ກໍ່ມີຄົນໜຶ່ງດຶງເອົາກະເປົາພ້ອມດ້ວຍເງິນສົດຈຳນວນ 9.500.000 ກີບໄປ, ແລ້ວຂີ່ລົດຫຼົບໜີເຂົ້າໃນຕົວເມືອງໄຊຍະບູລີ.
ຜ່ານການສືບສວນ - ສອບສວນ ແລະ ເກັບກໍາຂໍ້ມູນ ແລະ ສັນລະສູດພະຍານຫຼັກຖານຕ່າງໆ ທີ່ກ່ຽວຂ້ອງກັບເຫດການຢ່າງລະອຽດຖີ່ຖ້ວນ; ຮອດວັນທີ 7 ພຶດສະພາ 2019, ນາງ ລັດສະໜີ ຢາງ ຈຶ່ງໄດ້ຍອມຮັບສາລະພາບຕໍ່ເຈົ້າໜ້າທີ່ວ່າ: ກ່ຽວກັບເຫດການ ແລະ ການແຈ້ງຄວາມທີ່ຕົນເອງໄດ້ສ້າງຂື້ນມານັ້ນ ແມ່ນບໍ່ມີມູນຄວາມມຈິງແຕ່ຢ່າງໃດເລີຍ; ສາເຫດທີ່ຕົນເອງໄດ້ສ້າງເຫດການນີ້ຂື້ນມາ, ກໍ່ເພື່ອຢາກໃຫ້ຄອບຄົວຊ່ວຍແກ້ໄຂບັນຫາໜີ້ສິນບ້ວງທີ່ຍັງຄ້າງຢູ່ໃຫ້, ໂດຍບໍ່ໄດ້ຄໍານຶງເລີຍວ່າບັນຫາດັ່ງກ່າວຈະແຕະຕ້ອງເຖິງລະບຽບກົດໝາຍ ແລະ ຄວາມເປັນລະບຽບຮຽບຮ້ອຍພາຍໃນສັງຄົມ.
ຕໍ່ເຫດການດັ່ງກ່າວ, ເຈົ້າໜ້າທີ່ພະແນກຕໍາຫຼວດ, ກອງບັນຊາການ ປກສເມືອງໄຊຍະບູລີ ໄດ້ເຮັດບົດບັນທຶກສຶກສາອົບຮົມຜູ້ກ່ຽວ ໂດຍປະຕິບັດຕາມແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດຢ່າງຖືກຕ້ອງ ແລະ ເຂັ້ມງວດ.
ພ້ອມນີ້, ນາງລັດສະໜີ ຢາງ, ຜູ້ກໍ່ເຫດໃນຄັ້ງນີ້ ກໍ່ໄດ້ປະຕິຍານວ່າ: ຖ້າຕົນເອງຫາກບໍ່ມີການປ່ຽນແປງ ແລະ ຍັງສືບຕໍ່ເຄື່ອນໄຫວກະທໍາຜິດຄັ້ງໃໝ່ອີກຕື່ມ ບໍ່ວ່າຈະເປັນໃນກໍລະນີໃດໆກໍ່ຕາມ, ສະເໜີໃຫ້ການຈັດຕັ້ງ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ດໍາເນີນຄະດີຕາມຂັ້ນຕອນຂອງລະບຽບກົດໝາຍ ເພື່ອລົງໂທດຜູ້ກ່ຽວໄດ້ເລີຍ.
ໂດຍ: ສີເມືອງ ໄຊຍະເວດ
--------------------------------
Subscribe to:
Post Comments
(
Atom
)


Post a Comment