ໜ້າສົງສານ! ມສ ເມືອງໝື່ນ ຖືກພາຍຸ ຖະຫຼົ່ມ ພັດເອົາສັງກະສີ ແລະ ຝາແອ້ມໂຮງຮຽນ ເສຍຫາຍໜັກ! ວອນສັງຄົມໃຫ້ການຊ່ວຍເຫຼືອ.



ວຽງຈັນ: ລາຍງານຈາກ ຜູ່ໃຊ້ເຟສບຸກ  ອ.ຈ ເພັດນະຄອນ ວົງມະນີ ໃຫ້ ໃນຕອນເຊົ້າ ວັນທີ 13 ພຶດສະພາ 2019 ຜ່ານມາ ເກີດເຫດ ພາຍຸລະດູຮ້ອນພັດຜ່ານ ເຂດ ມັດທະຍົມສົມບູນນ ເມືອງໝື່ນ, ເມືອງໝື່ນ ແຂວງວຽງຈັນ.




ພະຍຸດັ່ງກ່າວ ໄດ້ສ້າງຄວາມເສຍຫາຍ ແກ່ໂຮງຮຽນ ທີ່ມີຄວາມຊຸດໂຊມຢູ່ແລ້ວ ກໍ່ຍິ່ງເປເພໜັກ. ອາຄານຮຽນທີ່ໜ້າສົງສານ ມຸງສັງກະສີ, ແອ້ມໄມ້ເຮ້ຍ ທີ່ເກົ່າແກ່ ພໍມາຖືກກະແສພາຍຸພັດ ກໍ່ເປເພ, ສັງກະສີ ປິວຊະຊາຍ.

ທາງຄູອາຈານ ຈິ່ງຮຽກຮ້ອງ ມາຍັງສັງຄົມ ຈົ່ງໄດ້ໃຫ້ຄວາມເມດຕາ ແລະ ຊ່ວຍບູລະນາ ແປງໂຮງຮຽນຫຼັງນີ້ ແກ່ລູກຫຼານ ເມືອງໝື່ນດ້ວຍ.

ທ່ານໃດຕ້ອງການໃຫ້ການຊ່ວຍເຫຼືອ ສາມາດຕິດຕໍ່ກັບ ອ.ຈ ເພັດນະຄອນ ວົງມະນີ







ທີ່ມາ

--------------------------------




© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes