Home ອຸບັດຕິເຫດ ລົດໃຫຍ່ຕໍາກັນຮຸນແຮງ ເສຍຊີວິດຄາທີ 1 ເຈັບ 4 ທາງ 13 ໃຕ້ ເມືອງທ່າພະບາດ
ລົດໃຫຍ່ຕໍາກັນຮຸນແຮງ ເສຍຊີວິດຄາທີ 1 ເຈັບ 4 ທາງ 13 ໃຕ້ ເມືອງທ່າພະບາດ
May 05, 2019 0
ບໍລິຄໍາໄຊ: ລາຍງານຈາກ ປກສ ບໍລິຄໍາໄຊໃຫ້ຮູ້ວ່າ ເກີດອຸບັດຕິເຫດການສະເທືອນຂວັນ ເວລາປະມານ 17 : 10 ນາທີ ຊອງວັນທີ່ 5 ພຶດສະພາ 2019 ທີ່ເຂດທາງໂຄ້ງ ຫ້ວຍຕອນ ບ້ານທ່າບົກ ເມືອງທ່າພະບາດແຂວງບໍລິຄໍາໄຊ.
ລົດຈິບສີຂາວ ຍີ່ຫໍ້ເກຍ ໝາຍເລກທະບຽນ ມຍ 8899 ກຳແພງນະຄອນ ປ້າຍຂາວ ຕໍາກັບລົດຮຸ່ນໃດ ກຂ 7305 ກໍາແພງນະຄອນ ເຮັດໃຫ້ມີຜູ້ເສຍຊິວິດ 1 ຄົນ, ເຈັບສາເຫດ 1 ຄົນ, ເຈັບສົມຄວນ 3 ຄົນ.
ປະຈຸບັນເຈົ້າໜ້າທີ່ກຳລັງສືບສວນ-ສອບສວນ ຫາກົກປາຍສາຍເຫດທີ່ມາຂອງອຸປະຕິເຫດໃນຄັ້ງນີ້., ເຈົ້າໜ້າທີ່ຍັງໃຫ້ຮູ້ອີກວ່າຍາດພີ່ນ້ອງຄົນຂັບຂີ່ລົດຈິບສີຂາວ ຍີ່ຫໍ້ເກຍຍັງຕິດຕໍ່ຫາບໍ່ໄດ້ ໂທ 054 280165
ສະນັ້ນໃຜຮູ້ຈັກກະແຈ້ງ ຫຼື ແຊຮ ເພື່ອໃຫ້ຍາດຜູ້ກ່ຽວຮັບຮູ້ ( ຜູ້ຂັບຂີ່ຊື່ທ້າວ ຄຳແພງ ອາຍຸ25 ປີ ຢູ່ບ້ານຫຼັກ 10ເມືອງໄຊ ແຂວງອຸດົມໄຊ ເນື່ອງຈາກຜູ້ກ່ຽວຍັງບໍ່ໄດ້ສະຕິ)
ລາຍງານໂດຍ: ປກສ ບໍລິຄໍາໄຊ
--------------------------------
Subscribe to:
Post Comments
(
Atom
)





Post a Comment