Home ອຸບັດຕິເຫດ ລົດເມປະທະລົດບັນທຸກ ກາງທາງຢູ່ພູ ຫຼັກ 20, ລົດຕິດຫຼາຍກິໂລແມັດ ເປັນເວລາຫຼາຍຊົ່ວໂມງ (ມີຄລິບ)
ລົດເມປະທະລົດບັນທຸກ ກາງທາງຢູ່ພູ ຫຼັກ 20, ລົດຕິດຫຼາຍກິໂລແມັດ ເປັນເວລາຫຼາຍຊົ່ວໂມງ (ມີຄລິບ)
May 05, 2019 0
ບໍລິຄໍາໄຊ: ລາຍງານຈາກປະຊາຊົນໃຫ້ຮູ້ວ່າ ເກີດອຸບັດຕິເຫດ ລົດເມກັບລົດບັນທຸກຫວຽດຕຳກັນ ຢູ່ທາງລົງພູໄຮ ເບື້ອງທາງໄປຫລັກ 20 ໂຊກດີບໍ່ມີຄົນບາດເຈັບ ແຕ່ເຮັດໃຫ້ລົດຕິດເປັນກິໂລແມັດ. ລົດຕໍາກັນເວລາ 18:00 ໂມງ ວັນທີ 5 ພຶດສະພາ 2019.ຂໍ້ມູນໃຫ້ຮູ້ວ່າ ດ້ານຂ້າງເປັນເຫວສູງຊັນ ແລະ ຈຸດນີ້ກໍ່ມັກເກີດອຸບັດຕິເຫດຫລາຍຄັ້ງ. ຈິ່ງເຕືອນໄພທຸກຄົນ ທີ່ຈະໃຊ້ທາງເສັ້ນນີ້ ໃຫ້ລະມັດລະວັງທີ່ສຸດ ເພາະມີລົດຂົນສົ່ງ ແລ່ນທາງນີ້ຫຼາຍ.
ຄລິບຈາກທີ່ເກີດເຫດ
ສະຖານະການເວລາ 19:15 ວັນທີ 5 ພຶດສະພາ 2019
ຄລິບຕອນເວລາ 19:15 ນາທີ ວັນທີ 5 ພຶດສະພາ 2019
ລາຍງານໂດຍ: ນັກຂ່າວສັນຈອນ
--------------------------------
Subscribe to:
Post Comments
(
Atom
)











Post a Comment