ໜ້າສົງສານ! ລົດຕູ້ຕໍາລົດຖີບ ເສຍຊີວິດ ຄາທີ່ ທາງ ບ້ານດົງນາຄໍາ ນະຄອນໄກສອນ 5/5/19


ແຂວງ ສະຫວັນນະເຂດ: ເກີດເຫດ ສະຫຼົດໃຈອີກແລ້ວ ເມື່ອທາງກູ້ໄພແຂວງສະຫວັນນະເຂດ ລາຍງານວ່າ ວັນທີ 5/5/2019 ເວລາ 15:35ນາທີ. ໜ່ວຍກູ້ໄພ ສະຫວັນນະເຂດ ໄດ້ຮັບແຈ້ງເຫດວ່າ ມີອຸບັຕິເຫດລົດໃຫ່ຍ ຕຳກັບ ລົດຖີບ  ທີ່ເຂດເສັ້ນທາງຫລັກ 10 ບ້ານດົງນາຄຳ, ນະຄອນໄກສອນ ພົມວິຫານ, ແຂວງ ສະຫວັນນະເຂດ.



ທີ່ຈຸດເກີດເຫດ ມີຜູ້ເສຍຊີວິດ 1 ຄົນ (ຜູ່ຂີ່ລົດຖີບ) ເພດຊາຍ ມີອາການກະດູກຊີກໂຄງຫັກ ເລືອດອອກຫູ ແລະຄ້າງແຕກ ເສຍຊີວິດຄາທີ.



ຂໍ້ມູນຈາກ ກູ້ໄພໃຫ້ຮູ້ວ່າ ຜູ່ຕາຍ ມີຊັບສິນຕິດຕົວ ປະກອບມີເງິນບາດ 4960ບາດ, ເງິນກີບ 130.000 ກີບ ແລະ ໂທສັບ 2 ຫນ່ວຍ.



ທາງທີມງານໄດ້ຝາກໄວ້ນໍາ ເຈົ້າໜ້າທີ່ຕຳຫລວດ ສ່ວນສົບຜູ້ເສຍຊີວິດ ແມ່ນທາງທີມງານໄດ້ໄປຝາກໄວ້ທີ່ໂຮງເຍັນໂຮງຫມໍ ແຂວງສະຫວັນນະເຂດ. ສ່ວນຂໍ້ມູນພູມລຳເນົາຄົນເສຍຊີວິດຍັງບໍ່ຮູ້ ຂໍ້ມູນລະອຽດ.










ຄລິບລາຍງານສົດ



--------------------------------




© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes