ໄຟໄໝ້ເຮືອນປະຊາຊົນ ເສຍຫາຍ 1 ຫຼັງ ທີ່ບ້ານນາໝໍ້ 6/5/19 (ມີຄລິບ)



ອຸດົມໄຊ: ລາຍງານຈາກປະຊາຊົນໃຫ້ຮູ້ວ່າ ໃນຕອນບ່າຍວັນທີ 6 ພຶດສະພາ 2019 ເກີດເຫດອັກຄີໄພ ໄຟໄໝ້ ເຮືອນປະຊາຊົນ ທີ່ເຂດບ້ານບ້ານນາໝໍ້, ເມຶອງນາໝໍ້, ແຂວງອູດົມໄຊ.



ເຮືອນທີ່ໄໝ້ ແມ່ນເຮືອນໄມ້ ໄດ້ຮັບຄວາມເສຍຫາຍ ເກືອບໝົດຫຼັງ. ປະຊາຊົນ ແລະ ໜ່ວຍມອດໄຟ ປກສ ເມືອງນາໝໍ້ ໄດ້ຊ່ວຍກັນດັບໄຟ. ເຄື່ອງຂອງແມ່ນໄໝ້ເສຍຫາຍຫຼາຍ. ສາເຫດ ແລະ ມູນຄ່າການເສຍຫາຍ ທາງເຈົ້າໜ້າທີກ່ຽວຂ້ອງຈະກວດສອບຕໍ່ໄປ.




ເຕືອນໄພທຸກຄົນ ຈົ່ງລະມັດລະວັງ ໃນການໃຊ້ໄຟຟ້າ, ການໄຕ້ທູບທຽນ. ເພາະຍາມນີ້ເກີດເຫດໄຟໄໝ້ຫຼາຍ ຄັ້ງ ໃນຂອບເຂດທົ່ວປະເທດ.






ຄລິບ 1

ຄລິບ 2

ຄລິບ 3
--------------------------------





© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes